ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ວາງແນວທາງໄລຍະຍາວ, ທັງໄດ້ກໍານົດຍຸດທະສາດ ເປັນແຕ່ລະໄລຍະ ໄວ້ຢ່າງຈະແຈ້ງແລ້ວ ເຖິງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ດຶງເອົາປະເທດຊາດ ຄ່ອຍໆຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ, ນໍາເອົາປະເທດຊາດກ້າວເຂົ້າສູ່ຈຸດໝາຍໃໝ່ ທີ່ໄດ້ລະບຸໄວ້ໃນໂຄງການການເມືອງຂອງພັກ. ເພື່ອຢາກໃຫ້ບັນດານະໂຍບາຍ, ແຜນນະໂຍບາຍ ທີ່ໄດ້ຮັບຮອງເອົາ ໃຫ້ເກີດເປັນຮູບປະທໍາໄດ້ນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໜັກໃຫ້ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ໃນກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 25 ກຸມພາ 2026 ຜ່ານມາ ໂດຍໃຫ້ສືບຕໍ່ຈັດຕັ້ງປະຕິບັດຫລາຍບັນຫາສຳຄັນ ໂດຍສະເພາະ ທຸກໆການພັດທະນາ ຕ້ອງຖືເອົາປະຊາຊົນເປັນກົກ, ເອົາຊົນນະບົດເປັນເປົ້າໝາຍ ກໍຄື ຕ້ອງຄໍານຶງເຖິງຄວາມເພິ່ງພໍໃຈຂອງປະຊາຊົນ ເປັນໄມ້ຫລາວັດແທກ.
ສະຫາຍ ທອງລຸນ ສີສຸລິດ ຍັງເນັ້ນໃຫ້ສ້າງຖັນແຖວພະນັກງານໃຫ້ມີຄວາມສາມາດ ຈັດຕັ້ງປະຕິບັດມະຕິ, ແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃຫ້ໄດ້ນັບມື້ນັບຫລາຍ, ນັບມື້ນັບເຂັ້ມແຂງ, ມີຄຸນທາດການເມືອງ, ຄຸນສົມບັດສິນທຳ ແລະ ຫັນເປັນມືອາຊີບ. ພະນັກງານຂັ້ນນໍາ, ຂັ້ນປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຕ້ອງເປັນຄົນກ້າຄິດ, ກ້າປະດິດສ້າງ, ກ້າອອກແບບ, ກ້າລົງມືປະຕິບັດ ແລະ ກ້າຮັບຜິດຊອບໃນວຽກງານ; ການກໍ່ສ້າງ ແລະ ບຳລຸງສ້າງພະນັກງານໃຫ້ມີສະຕິປັນຍາ, ມີຄວາມສາມາດ, ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດສ່ວນລວມ, ບາງຄົນກໍເວົ້າວ່າ “ຍາກ” ແຕ່ຖ້າຈະເຮັດໃຫ້ຍາກ ກໍຍາກ, ແຕ່ຖ້າພວກເຮົາຫາກກ້າເອົາເຂົາເຈົ້າເຂົ້າໃນໜ້າວຽກຕົວຈິງ ຂຶ້ນກັບສະພາບແຫ່ງການພັດທະນາ ເຂົາເຈົ້າຈະເຕີບໃຫຍ່ຂຶ້ນໄດ້; ການປະເມີນຄຸນະພາບ ຂອງ ພະນັກງານແມ່ນຖືເອົາຜົນສໍາເລັດ ຂອງການປະຕິບັດໜ້າທີ່ ເປັນໄມ້ຫລາວັດແທກ, ຕ້ອງໃຫ້ໂອກາດ ແລະ ປົກປ້ອງພະນັກງານ ໃນຄຸນນະພາບແບບໃໝ່ ຄືຜູ້ກ້າປ່ຽນແປງ, ກ້າເສຍສະລະ ກ້າສະແຫວງຫາອັນໃໝ່ ທີ່ເປັນປະ ໂຫຍດໃຫ້ກົມກອງ, ອົງການ ແລະ ສ່ວນລວມ; ຕ້ອງແກ້ໄຂຜູ້ຂາດຄຸນທາດ, ຂາດທາດແທ້ປະຕິວັດ, ເວົ້າດີແຕ່ເຮັດບໍ່ດີ, ບໍ່ໄດ້, ເປັນເສນາທິການໄດ້ຢູ່ ແຕ່ອ່ອນໃນການປະຕິບັດຕົວຈິງ. ອັນໜຶ່ງທີ່ສໍາຄັນ ຕ້ອງແກ້ໄຂພະນັກງານເລືອກວຽກ, ພະນັກງານທີ່ຂັດເອົາແຕ່ວຽກທີ່ຕົນມັກ ຕົນຢາກໄດ້ ຢາກເປັນ, ບ່ອນເຮັດວຽກທີ່ຕົນຢາກໄປຢາກຢູ່ເທົ່ານັ້ນ, ຮຽກຮ້ອງ, ຂັດເອົາ ຊຶ່ງບັນຫານີ້, ແມ່ນຕ້ອງໄດ້ຮັບການແກ້ໄຂ. ດັ່ງນັ້ນ, ຜູ້ເຮັດວຽກງານຈັດຕັ້ງ, ວຽກພະນັກງານ ຕ້ອງກໍາໃຫ້ໄດ້ກົນໄກ, ກໍາພະນັກງານໃຫ້ແໜ້ນ, ໃຫ້ເລິກ, ການຕົກລົງດ້ານພະນັກງານຕ້ອງ ຊັດເຈນ, ພາວະວິໄສ.
ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນອີກວ່າ: ພັກຕ້ອງຕັດສິນໃຈປັບປຸງປ່ຽນແປງໃໝ່, ວິທີການ, ແບບ ແຜນການນໍາພາ ເພື່ອຍົກປະສິດທິພາບຂອງການບໍລິຫານປະເທດ; ພັກນໍາພາຕ້ອງ ຄໍານຶງເຖິງຄວາມເປັນແບບຢ່າງ ແລະ ດ້ວຍບົດບາດອິດທິພົນທາງການເມືອງ ໂດຍຜ່ານວຽກງານຕິດຕາມກວດກາ, ພັກນໍາພາລັດຜ່ານອົງການແນວລາວສ້າງຊາດ, ອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງມະຫາຊົນ. ພວກເຮົາ ຕ້ອງສ້າງລັດເຮົາໃຫ້ເປັນລັດແຫ່ງກົດໝາຍສັງຄົມນິຍົມ ທີ່ນັບມື້ນັບເຂັ້ມແຂງທັນສະໄໝຂຶ້ນ, ສ້າງໃຫ້ລະບົບບໍລິຫານໃຫ້ມີປະສິດທິພາບ, ມີລະບຽບວິໃນ, ໂປ່ງໃສ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ຂ່າວ: ທະນູທອງ
ພາບ: ເກດສະໜາ


