ງານວາງສະແດງຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຂອງ ສປປ ລາວ ປະຈຳປີ 2026 (Lao MSME Expo 2026) ຈັດຂຶ້ນໃນລະຫວ່າງວັນທີ 25-28 ກຸມພາ 2026 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປີດງານວາງສະ ແດງມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີປະທານສູນກາງສະຫະພັນແມ່ຍິງລາວ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ບັນດາຫົວໜ້າກົມ, ຮອງກົມ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສະມາຄົມທຸລະກິດ, ຜູ້ປະກອບການ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ງານວາງສະແດງໃນຄັ້ງນີ້, ບໍ່ແມ່ນພຽງແຕ່ການນໍາເອົາສິນຄ້າມາວາງຈໍາໜ່າຍຕາມປະເພ ນີທີ່ເຄີຍປະຕິບັດມາເທົ່ານັ້ນ, ແຕ່ມັນແມ່ນ “ຂີດໝາຍແຫ່ງການຫັນປ່ຽນທາງຍຸດທະສາດ” ທີ່ສໍາຄັນທີ່ສຸດ. ມັນແມ່ນການເລີ່ມຕົ້ນຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງລັດຖະບານເຮົາ ໃຫ້ເກີດເປັນຮູບປະທໍາໃນພາກຕົວຈິງ. ງານນີ້, ຈະເປັນບ່ອນທົດສອບຄວາມອາດສາມາດ ແລະ ເປັນເວທີສະແດງພະລັງຂອງຫົວໜ່ວຍທຸລະກິດພາຍໃນ ໃນການຮອງຮັບເອົາທິດທາງນະໂຍບາຍໃໝ່ ທີ່ຈະຖືກຮັບຮອງໃນກອງປະຊຸມສະພາແຫ່ງຊາດ ໃນເດືອນຕໍ່ໜ້ານີ້. ພ້ອມທັງ ສະແດງຄວາມຫວັງວ່າ ງານໃນມື້ນີ້, ຈະສາມາດຊ່ວຍ ເຕືອນສະຕິ, ປຸກລະດົມ ແລະ ສ້າງແຮງບັນດານໃຈ ໃຫ້ແກ່ການສົ່ງເສີມການຜະລິດ ແລະ ການຊົມໃຊ້ ພາຍໃນຂອງຜູ້ປະກອບການລາວ ແລະ ວິໄສທັດລວມຂອງພວກເຮົາ ໃນຕໍ່ໜ້າແມ່ນ ສິນຄ້າທີ່ຜະລິດຢູ່ລາວ ຈະບໍ່ແມ່ນພຽງແຕ່ສິນຄ້າທີ່ມີໄວ້ເພື່ອຊົມໃຊ້ພາຍໃນເທົ່ານັ້ນ, ແຕ່ຈະເປັນ “ສິນຄ້າທີ່ໄດ້ຮັບຄວາມເຊື່ອໝັ້ນ, ໄດ້ຮັບການຍອມຮັບ ແລະ ເປັນທີ່ຕ້ອງການຂອງສາກົນ”.

ງານວາງສະແດງຄັ້ງນີ້, ມີຫ້ອງວາງສະແດງຂອງຫົວໜ່ວຍ ຈນກ ທັງໝົດ 250 ຫ້ອງ. ໃນນັ້ນ, ມີຫ້ອງວາງສະແດງ 20 ປີ ວຽກງານ ຈນກ, ຫ້ອງວາງສະແດງວຽກງານ ສູນກາງຊາວໜຸ່ມ, ຫ້ອງວາງ ສະແດງ ຂອງຫົວໜ່ວຍ ຈນກ ບັນດາແຂວງ ແລະ ນະຄອນຫລວງ 72 ຫ້ອງ, ສະມາຄົມນັກທຸລະກິດໜຸ່ມ 15 ຫ້ອງ, ຫົວໜ່ວຍ ຈນກ ຈາກສະມາຄົມສົ່ງເສີມ SME ລາວ 46 ຫ້ອງ, ຫົວໜ່ວຍ ຈນກ ຈາກສະມາຄົມສົ່ງເສີມຜະລິດຕະພັນລາວ 32 ຫ້ອງ, ຫົວໜ່ວຍ ຈນກ ຈາກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ 10 ຫ້ອງ, ທະນາຄານ ແລະ ສະຖາບັນການເງິນຈຸລະພາກ 18 ຫ້ອງ ແລະ ຜູ້ໃຫ້ການສະໜັບສະໜູນງານ 44 ຫ້ອງ. ນອກນັ້ນ, ຍັງມີຫົວໜ່ວຍ ຈນກ ຈາກປະເທດຫວຽດນາມ, ຈີນ ແລະ ໄທ 12 ຫ້ອງ, ຊຶ່ງການຈັດງານຄັ້ງນີ້ຖືເປັນຄັ້ງທຳອິດ ເປັນການເຕົ້າໂຮມຫົວໜ່ວຍ ຈນກ ຈາກນະຄອນຫລວງ ແລະ ບັນດາແຂວງໃນທົ່ວປະເທດ ມານຳສະເໜີ ແລະ ໂຄສະນາຂໍ້ມູນຂ່າວສານ ການຜະລິດ, ການບໍລິການ ກໍຄື ຜະລິດຕະພັນສິນຄ້າ ຜ່ານງານວາງສະແດງໃຫຍ່ລະດັບຊາດ ກໍຄື ອອກສູ່ສາຍຕາສັງຄົມ ແລະ ສື່ມວນຊົນໃນວົງກວ້າງ. ທັງເປັນການສົ່ງເສີມໃຫ້ຫົວໜ່ວຍ ຈນກ ກໍຄື ຜູ້ຜະລິດ, ຜູ້ບໍລິການໄດ້ເຫັນເຖິງຄວາມຈຳເປັນ ແລະ ໂອກາດ ໃນການສື່ສານ ແລະ ເຂົ້າເຖິງຕະຫລາດ ຜ່ານການແລກປ່ຽນຄວາມຮູ້, ຂໍ້ມູນຂ່າວສານ, ການປັບປຸງມາດຕະຖານການຜະລິດ, ການຫຸ້ມຫໍ່ ກໍຄື ການພັດທະນາຄຸນນະພາບ ສິນຄ້າ ແລະ ບໍລິການ; ເປັນການເປີດຊ່ອງທາງການພັດທະນາ ແລະ ຮ່ວມມືທາງທຸລະກິດ, ຍາດແຍ່ງການລົງທຶນ ແລະ ການຄ້າ, ການເຂົ້າເຖິງແຫລ່ງທຶນ, ກ້າວຂຶ້ນສູ່ການເຊື່ອມໂຍງກັບຕ່ອງໂສ້ການຜະລິດ ແລະ ສ້າງມູນຄ້າເພີ່ມໃນພາກພື້ນ ແລະ ສາກົນ; ເປັນການອໍານວຍຄວາມສະດວກໃນການປຶກສາຫາລື ໂດຍສະເພາະ ດ້ານນະໂຍບາຍລະຫວ່າງ ພາກລັດ ແລະ ເອກະຊົນ ໃນການສົ່ງເສີມ ແລະ ແກ້ໄຂບັນຫາທີ່ເປັນສິ່ງກີດຂວາງ, ເປັນພື້ນຖານໃຫ້ແກ່ການປັບປຸງນະໂຍບາຍໃຫ້ສອດຄ່ອງໃນຕໍ່ໜ້າ. ທັງເປັນການສ້າງເວທີ ສົນທະນາແລກປ່ຽນ, ສ້າງຄວາມຮັບຮູ້ ແລະ ສ້າງແຮງຈູງໃຈໃຫ້ຫົວໜ່ວຍ ຈນກ ເຫັນໄດ້ຄວາມສາມາດ ແລະ ຜົນງານໂດດເດັ່ນ (ຄຸນນະພາບ, ນະວັດຕະກໍາ, ການມີສ່ວນຮ່ວມ, ການລິເລີ່ມສີຂຽວ); ເປັນການໂຄສະນາເອກອ້າງ ຫົວໜ່ວຍ ຈນກ ກໍຄື ຜະລິດຕະພັນລາວ ທີ່ມີທ່າແຮງດ້ານວັດທະນະທໍາ, ຄວາມເປັນເອກະລັກ ແລະ ຕິດພັນກັບການຮັກສາສິ່ງແວດ ລ້ອມອອກສູ່ສາຍຕາໃນພາກພື້ນ ແລະ ສາກົນ; ເປັນການເພີ່ມທະວີການຮ່ວມມືລະຫວ່າງພາກລັດ, ເອ ກະຊົນ, ຄູ່ຮ່ວມພັດທະນາ, ສະຖາບັນການເງິນ ແລະ ເປັນການນຳສະເໜີ ຜົນງານ 20 ປີ ວຽກງານ MSMEs ຂອງ ກຈນກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຜົນງານຂອງສູນກາງຊາວໜຸ່ມ ປະຊາ ຊົນປະຕິວັດລາວ, ຜົນງານຂອງ ສຄອຊ, ສະມາຄົມສົ່ງເສີມ SME ລາວ ແລະ ສະມາຄົມສົ່ງເສີມຜະລິດຕະພັນລາວ.
ພ້ອມນີ້, ພາຍໃນງານຍັງໄດ້ຈັດສຳມະນາ ໃນຫົວຂໍ້ຕ່າງໆ ແລະ ມີກິດຈະກຳ ຕະຫລອດທັງງານ. ພ້ອມທັງ ມອບລາງວັນ MSME ລາວ ດີເດັ່ນ ຕື່ມອີກ.

ຂ່າວ-ພາບ: ທະນູທອງ


