ກະຊວງການຕ່າງປະເທດ ໃນນາມປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ຈັດພິທີປະກາດການເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫຼື CCM ຮອບວຽນທີ 3 ປີ 2026 ຈັດຂຶ້ນໃນຕອນເຊົ້າວັນທີ 27 ກຸມພາ 2026 ທີ່ ສວນປະຕູໄຊ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດທັງເປັນປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢຸ່ລາວ ຫຼື ຄຊກລ, ມີຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສຈາກກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ບັນດາເອກອັກຄະລັດຖະທູດ, ທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບັນດາອົງການເຄືອຂ່າຍອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ອົງການປະຕິບັດງານ, ສະມາຊິກຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢຸ່ລາວ ລວມທັງຕາງໜ້າຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ພ້ອມດ້ວຍ ນັກຮຽນນັກສຶກສາ ເຂົ້າຮ່ວມຫຼາຍກວ່າ 200 ຄົນ.

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢຸ່ລາວ ມີຄໍາເຫັນວ່າ: ຈຸດປະສົງ ເພື່ອປະກາດ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ກ່ຽວກັບສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແລະ ບົດບາດຂອງລາວ ໃນຂະບວນການແກ້ໄຂບັນຫາລະເບີດລູກຫວ່ານໃນລະດັບສາກົນ ທັງເປັນການຢ້ຳຄືນຄວາມໝາຍໝັ້ນທີ່ສະແດງໃຫ້ເຫັນເຖິງຄວາມພ້ອມຂອງລັດຖະບານລາວ ໃນການຈັດຕັ້ງປະຕິບັດພັນທະຂອງສົນທິສັນຍາ ເພື່ອສົ່ງເສີມການມີສ່ວນຮ່ວມຂອງບັນດາສື່ມວນຊົນໃນການກະຈາຍຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫ້ປະຊາຊົນທັງພາຍໃນ ເເລະ ຕ່າງປະເທດຮັບຮູ້ ທັງເປັນການສ້າງເວທີສົນທະນາໃຫ້ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນໄດ້ພົບປະແລກປ່ຽນ ແລະ ຮັບຊາບກ່ຽວກັບທິດທາງການກະກຽມກອງປະຊຸມທີ່ຈະມາເຖິງ.
ທ່ານ ທອງສະຫວັນ ພົມວິຫານ ໃກຮູ້ຕື່ມວ່າ: ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກວົງຄະນະຍາດສາກົນ ໃນການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນ ອີກຄັ້ງໜຶ່ງ ທີ່ນະຄອນຫລວງວຽງຈັນ, ການຕັດສິນໃຈເປັນເຈົ້າພາບຈັດກອງປະຊຸມຂອງລັດຖະບານຄັ້ງນີ້ ສະແດງໃຫ້ເຫັນເຖິງເຈດຈຳນົງ ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານລາວ ໃນການປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງສາກົນ ເພື່ອພາລະກິດການປົກປັກຮັກສາສັນຕິພາບໂລກ ໂດຍຜ່ານຂະບວນການຂອງສົນທິສັນຍາ CCM ໄປຄຽງຄູ່ກັບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ພາຍໃນປະເທດ ໃນຖານະທີ່ເປັນລັດພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫຼື CCM, ລາວຈະສືບຕໍ່ຍຶດຫມັ້ນປະຕິບັດພັນທະພາຍໃຕ້ສົນທິສັນຍາຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ສືບຕໍ່ຮ່ວມກັບວົງຄະນາຍາດສາກົນເພື່ອສະໜັບສະໜູນໃຫ້ສົນທິສັນຍານີ້ ມີຜົນບັງຄັບໃຊ້ຢ່າງກວ້າງຂວາງກວ່າເກົ່າ ພ້ອມທັງຊຸກຍູ້ໃຫ້ທຸກພາກສ່ວນ ເຂົ້າຮ່ວມໃນຂະບວນການປົກປ້ອງດ້ານມະນຸດສະທຳຍິ່ງຂຶ້ນ.

ໃນພິທີ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງລະຄອນຕຸກກະຕາ ໂດຍໂຄງການເກັບກູ້ລະເບີດແຫ່ງຊາດ, ຮັບຟັງຜູ້ເຄາະຮ້າຍເລົ່າປະສົບການຕົວຈິງຈາກລະເບີດແຕກໃສ່ ແລະ ການເປີດວີດີໂອໂຄສະນາການເປັນທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ນອກນັ້ນ, ຍັງມີກິດຈະກຳມ່ວນຊື່ນ ເພື່ອສົ່ງເສີມຄວາມຮັບຮູ້ໃຫ້ໄວໜຸ່ມ-ນັກສຶກສາກ່ຽວກັບສົນທິສັນຍາ CCM, ການວາງສະແດງຮູບພາບ ແລະ ອຸປະກອນຂອງອົງການປະຕິບັດງານຕ່າງໆ ເພື່ອສົ່ງເສີມການສ້າງຄວາມເຂົ້າໃຈຕໍ່ໄພອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ລວມທັງເຜີຍແຜ່ຄວາມຮູ້ໃຫ້ນັກສຶກສາກ່ຽວກັບການປະກອບສ່ວນຂອງລາວໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ. ພ້ອມກັນນັ້ນ, ໃນໄລຍະເປັນປະທານກອງປະຊຸມ 3RC CCM ຂອງລາວ ຈະໄດ້ວາງສະແດງ ຜົນງານການເເກະສະຫຼັກຈາກເສດລະເບີດ ແລະ ກະດານຂໍ້ມູນ ຈໍານວນ 2 ໜ່ວຍ ຢູ່ ສວນປະຕູໄຊ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ກະຈາຍຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫ້ສື່ມວນຊົນ ລວມທັງ ປະຊາຊົນທັງພາຍໃນ ເເລະ ຕ່າງປະເທດ ໄດ້ຮັບຮູ້ຫຼາຍຂຶ້ນ.
ຂ່າວ: ບັນລັງທອງ ກຽງຄຳຊົນນີ
ພາບ: ຂັນໄຊ


