ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນ ສສ ນວ ຊຸດທີ V

Feb 27, 2026

ໃນຕອນເຊົ້າວັນທີ 27 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ (ນວ), ທ່ານ ນາງ ລໍາພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ຮອງປະທານ (ຜູ້ປະຈໍາການ) ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ, ໄດ້ຕາງໜ້າໃຫ້ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ປະກາດແຈ້ງການ ລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສ ນວ) ຊຸດທີ V.
ອີງຕາມມາດຕາ 29 ກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ, ມາດຕາ 37 ກ່ຽວກັບການນັບຄະແນນສຽງ, ມາດຕາ 40 ກ່ຽວກັບຜູ້ໄດ້ຮັບການເລືອກຕັ້ງ, ມາດຕາ 44 ກ່ຽວກັບການປະກາດຜົນການເລືອກຕັ້ງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024
ຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາ ຊິກສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ V ຢູ່ເຂດເລືອກຕັ້ງເມືອງຕ່າງໆໃນນະຄອນຫຼວງວຽງຈັນ ມີຈໍານວນທັງໝົດ 45 ທ່ານ ຍິງ 13 ທ່ານ, ໃນແຕ່ລະເຂດເລືອກຕັ້ງເມືອງ ປະກອບມີຜູ້ໄດ້ຮັບເລືອກຕັ້ງ ດັ່ງລາຍລະອຽດຕາມປະກາດແຈ້ງການ ສະບັບເລກທີ 065/ຄລ.ນວ, ລົງວັນທີ 27 ກຸມພາ2026 ຂອງຄະນະກໍາມະການເລືອກຕັ້ງ ນະຄອນຫຼວງວຽງຈັນ.
ເຂດເລືອກຕັ້ງ ເມືອງຈັນທະບູລີ ມີຈໍານວນ 5 ທ່ານ ຍິງ 3 ທ່ານ ຄື: 1. ທ່ານ ນາງ ສຸມາລີ ທຳມະວົງ, 2. ທ່ານ ພັທ ວິລະພົນ ໄພບູນ, 3. ທ່ານ ສຸພາ ເຮືອງແກ່ນ, 4. ທ່ານ ນາງ ຄໍາສີງ ວົງວິໄລ, 5. ທ່ານ ນາງ ສຸກສະຫວັນ ວັນໂນລາດ.
ເຂດເລືອກຕັ້ງ ເມືອງສີໂຄດຕະບອງ ມີຈຳນວນ 5 ທ່ານ ຍິງ 2 ທ່ານ ຄື: 1. ທ່ານ ອິນປອງ ທຸມມາ, 2. ທ່ານ ພວນສະຫວັດ ອອນລັດບຸນມີ, 3. ທ່ານ ໄຊຍະວົງ ດວງມະນີ, 4. ທ່ານ ນາງ ສີສຸດາ ເພັງພົງສະຫວັດ, 5. ທ່ານ ນາງ ດາໄລວັນ ແກ້ວນະຄອນ.
ເຂດເລືອກຕັ້ງ ເມືອງໄຊເສດຖາ ມີຈໍານວນ 5 ທ່ານ ຍິງ 2 ທ່ານ ຄື: 1. ທ່ານ ນາງ ບົວວອນ ສຸກລາແສງ, 2. ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ, 3. ທ່ານ ຈັນທະໄລ ໄຊຍະວົງ, 4. ທ່ານ ຄໍາສິງ ພົມມະຈັກ, 5. ທ່ານ ຖາວອນ ດາມະນີວົງ.
ເຂດເລືອກຕັ້ງ ເມືອງສີສັດຕະນາກ ມີຈຳນວນ 5 ທ່ານ ຄື: 1. ທ່ານ ອະໂນໄທ ຈັນທະລາສີ, 2. ທ່ານ ສຸລິຍະ ສະວີສຸກ, 3. ທ່ານ ບຸນທະວີ ສີແສນດີ, 4. ທ່ານ ສິງຫາ ວົງພັກດີ, 5. ທ່ານ ວິຣະໄຊຄໍາ ພິລາພັນເດຊ.
ເຂດເລືອກຕັ້ງ ເມືອງນາຊາຍທອງ ມີຈຳນວນ 5 ທ່ານ. ຍິງ 1 ທ່ານ ຄື: 1. ທ່ານ ສຸລິວັນ ພົມມະຫາໄຊ, 2. ທ່ານ ນາງ ພູເພັດ ແກ້ວບັນດິດ, 3. ທ່ານ ຈັນມາລາ ກຸສົນ, 4. ທ່ານ ຄູນໄຊ ມະນີວົງ, 5. ທ່ານ ຄໍາຕັນ ແກ້ວຫາວົງ.
ເຂດເລືອກຕັ້ງ ເມືອງໄຊທານີ ມີຈໍານວນ 5 ທ່ານ ຍິງ 1 ທ່ານ ຄື: 1. ທ່ານ ວຽງຄໍາ ສີຫາໂຄດ, 2. ທ່ານ ບຸນທະວີ ເດດບັນດິດ, 3. ທ່ານ ດ່າຍ ສີຫາລາດ, 4. ທ່ານ ນາງ ບົວຄໍາ ປະດັບດີ, 5. ທ່ານ ໜູຄໍາ ພັນທະວົງ.
ເຂດເລືອກຕັ້ງ ເມືອງຫາດຊາຍຟອງ ມີຈຳນວນ 5 ທ່ານ ຍິງ 1 ທ່ານ ຄື: 1. ທ່ານ ຄໍາໜູນ ຕຽງທະລາດ, 2. ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ, 3. ທ່ານ ສັກດາ ອາດວາລີ, 4. ທ່ານ ສອນປະສິດ ສຸວັນນະເມືອງ, 5. ທ່ານ ແສງທິບ ໄຊຍະສານ.
ເຂດເລືອກຕັ້ງ ເມືອງປາກງື່ມ ມີຈຳນວນ 5 ທ່ານ ຍິງ 2 ທ່ານ ຄື: 1. ທ່ານ ແກ້ວປະເສີດ ໄຊປັນຍາ, 2. ທ່ານ ສົມໃຈຫວັງ ເດດອຸດົມ, 3. ທ່ານ ນາງ ຈັນທະຄານ ຊາມຸນຕີ, 4. ທ່ານ ນາງ ອານຸລັກ ສີລາວົງ, 5. ທ່ານ ບຸນ ຄໍາສຸກຖາວົງ.
ເຂດເລືອກຕັ້ງເມືອງສັງທອງ ມີຈຳນວນ 5 ທ່ານ ຍິງ 1 ທ່ານ ຄື: 1. ທ່ານ ຄໍາສວຍ ອຸ່ນດາລາ, 2. ທ່ານ ວັນນະສອນ ກຸມພົນ, 3. ທ່ານ ຂັນໄຊ ແສງສຸນີ, 4. ທ່ານ ນາງ ເກສອນ ຂວັນພະໄຊ, 5. ທ່ານ ຄອນສະຫວັນ ສິງຫາລາດ.
ພາຍຫຼັງຄະນະກຳມະການເລືອກຕັ້ງຂັ້ນເມືອງ, ອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນທ້ອງຖິ່ນ ໄດ້ຮັບຮູ້ປະກາດແຈ້ງການສະບັບນີ້ແລ້ວ ຈົ່ງຈັດຕັ້ງເຜີຍແຜ່ຜົນການເລືອກຕັ້ງຄັ້ງນີ້ ໃຫ້ຖັນແຖວພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຊາວນະຄອນຫຼວງວຽງຈັນ ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ ນັບແຕ່ມື້ໄດ້ຮັບປະກາດແຈ້ງການສະບັບນີ້ ເປັນຕົ້ນໄປ.
ຂ່າວ-ພາບ: ແສງຈັນ