ກິດຈະກໍາຖາມຕອບຄວາມຮູ້ຮອບຕົວ ກ່ຽວກັບ 3 ວັນປະຫວັດສາດ ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ໂຮງຮຽນມັດທະຍົມສົມບູນ ໄຊສົມບູນ, ເມືອງອານຸວົງ ເເຂວງ ໄຊສົມບູນ ຈັດຂຶ້ນໃນວັນທີ 26 ກຸມພານີ້ ທີ່ພະແນກສຶກສາທິການ ເເລະ ກິລາເເຂວງ, ມີທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັງຊົງ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ ໄຊສົມບູນ, ພ້ອມດ້ວຍຄະນະນໍາໂຮງຮຽນ ຄູອາຈານ ຕະຫຼອດນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ

ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ມີຄຳເຫັນວ່າ: ການຈັດກິດຈະກຳຖາມຕອບຄວາມຮູ້ຮອບຕົວ 3 ວັນປະຫວັດສາດຄັ້ງນີ້ ເປັນກິດຈະກຳໜຶ່ງ ເພື່ອເຜີຍແຜ່ໃຫ້ຄົນຮຸ້ນໃໝ່ ກໍ່ຄືນັກຮຽນ, ຄູອາຈານໄດ້ຮັບຮູ້ເຂົ້າໃຈເຖິງມູນເຊື້ອຂອງ 3 ວັນສໍາຄັນດັ່ງກ່າວ ໂດຍສະເພາະມູນເຊື້ອພາລະກິດການຊີ້ນໍາ-ນໍາພາ ປະຊາຊົນລາວບັນດາເຜົ່າຕໍ່ສູ້ປົດປ່ອຍຊາດຂອງພັກເຮົາ ກໍ່ຄືການນໍາພາ-ຊີ້ນໍາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທ່ານ ວົງຊົງ ຈື່ເຢີ ຮັກສາການຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ ໄຊສົມບູນ ເມືອງ ອານຸວົງ ໃຫ້ສໍາພາດວ່າ: ການຈັດກິດຈະກຳຄັ້ງນີ້ ເປັນໂອກາດດີ, ທີ່ກົມສື່ມວນຊົນ ໄດ້ເຜີຍແຜ່ມູນເຊື້ອກ່ຽວກັບ 3 ວັນປະຫວັດສາດ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດ ແລະ ຂອງພັກເຮົາ ເຮັດໃຫ້ ນັກຮຽນ, ຄູອາຈານ ພາຍໃນໂຮງຮຽນໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມໝາຍຄວາມສໍາຄັນຂອງ 3 ວັນປະຫວັດສາດຫຼາຍຂຶ້ນ

ໂຮງຮຽນມັດທະຍົມສົມບູນ ໄຊສົມບູນ ເມືອງ ອານຸວົງ ໄດ້ໂຮມມາຈາກໂຮງຮຽນເລກ 8 ໃນເມື່ອກ່ອນ ເເລະ ໂຮງຮຽນຕອນຕົ້ນໄຊສົມບູນ ມາຮອດສົກຮຽນ 1997-1998 ຈຶ່ງປ່ຽນມາເປັນໂຮງຮຽນມັດທະຍົມສົມບູນ ໄຊສົມບູນ, 2025 -2026 ມີຄູອາຈານທັງໝົດ 62 ຄົນ, ຍິງ 24 ຄົນ, ມີນັກຮຽນ 1.470 ຄົນ, ການຮຽນການສອນເເມ່ນດໍາເນີນການຕາມຫຼັກສູດຂອງກະຊວງສຶກສາທິການ ເເລະ ກິລາ ວາງອອກ ໂດຍເນັ້ນໃສ່ສິດສອນ 8 ວິຊາຫຼັກ, ໃຊ້ເວລາ 7 ຊົ່ວໂມງຕໍ່ມື້ ເອົານັກຮຽນເປັນໃຈກາງ, ນອກນີ້ ສຸມໃສ່ວຽກງານບໍລິຫານຄຸ້ມຄອງໂຮງຮຽນປະຕິບັດຕາມ 7 ໜ້າວຽກ ຂອງຜູ້ບໍລິຫານການສຶກສາ ພາຍໃຕ້ການຊີ້ນໍາ ແລະ ສະໜັບສະໜູນຈາກຂັ້ນເທິງ ກໍ່ຄື ປົກຄອງແຂວງໄຊສົມບູນ.
ຂ່າວ: ບຸນຍັງ ພຸດສະຫວັດ
ພາບ: ຕົ່ງ ຂັບ


