ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລີ່ມຈັດຕັ້ງປະຕິບັດແລ້ວ ການປັບປ່ຽນທິດທາງການສັນຈອນ 9 ເສັ້ນທາງໃຈກາງເມືອງ

Mar 2, 2026

ການປັບປ່ຽນທິດທາງການສັນຈອນ 9 ເສັ້ນທາງ ເພື່ອອໍານວຍຄວາມສະດວກ ໃນການແລ່ນລົດເມດ່ວນ (BRT) ເຂດໃຈກາງເມືອງນະຄອນຫຼວງວຽງຈັນ ເລີ່ມຈັດຕັ້ງປະຕິບັດແລ້ວໃນວັນທີ 28 ກຸມພາ 2026 ເປັນຕົ້ນໄປ, ຊຶ່ງພະແນກຕຳຫລວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ເປັນເຈົ້າການ ວາງກຳລັງຫຼາຍກວ່າ 100 ຄົນ ປະຈຳຢູ່ແຕ່ລະຈຸດ ເພື່ອໂຄສະນາເຜີຍແຜ່, ແນະນຳໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ຮັບຮູ້ຢ່າງທົ່ວເຖິງ.
May be an image of scooter, motorcycle and street May be an image of one or more people, car, street and road
ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ສຳພາດ ໃນວັນທີ 28 ກຸມພາ 2026 ວ່າ: ເພື່ອໃຫ້ປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການປັບປ່ຽນທິດທາງການສັນຈອນ ໃນຕົວເມືອງນະຄອນຫຼວງວຽງຈັນ ແລະ ເພື່ອເຮັດໃຫ້ ການປັບປ່ຽນທິດທາງການສັນຈອນ ດຳເນີນໄປຕາມແຜນການທີ່ວາງໄວ້, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍໄດ້ວາງກຳລັງຕຳຫຼວດຈະລາຈອນ ທັງໝົດ 145 ຄົນ ປະຈຳຢູ່ແຕ່ລະເສັ້ນທາງ, ແຕ່ລະຈຸດຢູ່ຕາມທາງສາມແຍກ-ສີ່ແຍກທີ່ມີການປັບປ່ຽນທິດທາງການສັນຈອນ, ຊຶ່ງແບ່ງອອກເປັນທັງໝົດ 63 ຈຸດ ເພື່ອແນະນຳ ແລະ ອຳນວຍຄວາມສະດວກ ໃຫ້ສັງຄົມ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນ ເຂົ້າໃຈການນໍາໃຊ້ຕົວຈິງ ແລະ ປະຕິບັດຕາມຢ່າງເຂັ້ມງວດ. ສຳລັບການຈັດຕັ້ງປະຕິບັດວຽກງານໂຄສະນາ, ໃຫ້ຄຳແນະນຳ ແກ່ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ຈະຈັດຕັ້ງປະຕິບັດ ໂດຍບໍ່ມີກຳນົດເວລາ ຈົນກວ່າປະຊາຊົນໃນນະຄອນຫຼວງວຽງຈັນ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນ ຈະຮັບຮູ້, ເຂົ້າໃຈ ແລະ ມີຄວາມຊິນເຄີຍກ່ຽວກັບການນຳໃຊ້ຖະໜົນສາຍຕ່າງໆ. ສ່ວນມາດຕະການປັບໃໝນັກຂັບຂີ່ທີ່ລ່ວງລະເມີດ ຍັງຈະບໍ່ທັນໄດ້ນຳໃຊ້ເທື່ອ ຄາດວ່າ 2-3 ເດືອນຕໍ່ໜ້າ ຈະເລີ່ມຈັດຕັ້ງປະຕິບັດການປັບໃໝຜູ້ລ່ວງລະເມີດ.
May be an image of scooter, motorcycle and text
ພັນໂທ ສັງຄົມ ພົມມະລາດ ໄດ້ຮຽກຮ້ອງໃຫ້ມວນຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ເອົາໃຈໃສ່ປະຕິບັດຕາມແຈ້ງການ, ຄຳແນະນຳຕ່າງໆ ແລະ ປະຕິບັດຕາມລະບຽບການສັນຈອນ, ປະຕິບັດຕາມປ້າຍສັນຍານ, ສັນຍາລັກການສັນຈອນ ທີ່ໄດ້ປັກໝາຍ ແລະ ແຕ້ມໄວ້ຕາມເສັ້ນທາງ ຢ່າງເຂັ້ມງວດ ເພື່ອຮັບປະກັນເຮັດໃຫ້ການປ່ຽນທິດທາງການສັນຈອນຄັ້ງນີ້ ເປັນໄປຕາມແຜນທີ່ໄດ້ກຳນົດໄວ້.
ການປັບປ່ຽນທິດທາງການສັນຈອນໃນຄັ້ງນີ້, ເພື່ອກຽມຮອງຮັບການເຂະຫຍາຍຕົວຂອງນະຄອນຫຼວງວຽງຈັນ, ເພື່ອຫຼຸດຜ່ອນການຈະລາຈອນແອອັດ ແລະ ຫຼຸດຜ່ອນການເກີດອຸບັດເຫດ ຕາມທ້ອງຖະໜົນເທື່ອລະກ້າວ, ເພື່ອໃຫ້ສອດຄ່ອງກັບສະພາບການສັນຈອນໃນປັດຈຸບັນ.