ວັນທີ 28 ກຸມພາ 2026, ໃນໂອກາດທີ່ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມປິດກອງປະຊຸມສະຫຼຸບວຽກງານກະສິກໍາ ແລະ ສິ່ງແວດລ້ອມ ປະຈໍາປີ 2025 ທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດຂຶ້ນຢູ່ແຂວງຈໍາປາສັກ ໃນວັນທີ 26 - 28 ກຸມພາ 2026, ທ່ານ ກໍໄດ້ຮ່ວມຊົມຮ້ານວາງສະແດງຕ່າງໆຢູ່ບໍລິເວນເດີ່ນດ້ານໜ້າສະໂມສອນແຂວງ ຫຼັກ 4. ມີທ່ານ ປອ.ລິນຄໍາ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາ ຄະນະບໍລິຫານງານພັກແຂວງຈໍາປາສັກ, ທ່ານ ບົວສອນບຸບຜາວັນ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວພ້ອມຜູ້ແທນກອງປະຊຸມ ເຂົ້າຮ່ວມ.

ຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າ ດັ່ງກ່າວປະກອບມີຫ້ອງວາງສະແດງຂອງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຫ້ອງວາງສະແດງສິນຄ້າໂອດ໋ອບ ຂອງນະຄອນປາກເຊ, ສະມາຄົມຫັດຖະກຳແຂວງ, ສິນຄ້າອຸດສາຫະກຳປຸງແຕ່ງພາຍໃນ, ສິນຄ້າກະສິກຳ, ສະຫະກອນ - ຜູ້ຜະລິດກາເຟ ແລະ ພືດຜັກຕ່າງໆ, ຮ້ານວາງສະແດງຂອງບໍລິສັດ ພາຍໃນແຂວງຈໍານວນໜຶ່ງ, ສະຫະພັນແມ່ຍິງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ. ທັງນີ້ ກໍເພື່ອເປັນການສ້າງຂະບວນການ ຂໍ່ານັບຊົມເຊີຍກອງປະຊຸມສະຫຼຸບວຽກງານກະສິກໍາ ແລະ ສິ່ງແວດລ້ອມ ປະຈໍາປີ 2025 ທັງເປັນການປະຕິບັດຕາມທິດຜັນຂະຫຍາຍ ການສ້າງເສດຖະກິດ ເອກະລາດເປັນເຈົ້ນຕົນເອງ (ສອຈ) ໃນໄລຍະໃໝ່ ແນ່ໃສ່ການໂຄສະນາເຜີຍແຜ່ຜະລິດຕະພັນສິນຄ້າ, ກະຕຸ້ນການຕະຫຼາດຢູ່ພາຍໃນ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ.


ຂ່າວ-ພາບ: ທູນທອງໃຈ


