ວັນທີ 2 ມີນານີ້ ທີ່ໂຮງຮຽນ ປະຖົມສົມບູນຫຼວງພະບາງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດພິທີເປີດຂະບວນການ ວັນສັກວັກຊີນກັນພະຍາດ ແຫ່ງຊາດ (ວສຊ) ເພື່ອໃຫ້ວັກຊີນກັນພະຍາດ ເປ້ຍຫຼ່ອຍ (ໂປລີໂອ) ໃນກຸ່ມເປົ້າໝາຍ 0 ມື້ ຫາ 59 ເດືອນ ຂຶ້ນຢ່າງເປັນທາງການ, ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ-ນະຄອນ ຫຼວງພະບາງ, ພະນັກງານແພດ-ໝໍ, ພໍ່ແມ່-ຜູ້ປົກຄອງເຂົ້າຮ່ວມ.

ໃນພິທີໄດ້ຮັບຊົມການສະແດງສິລະປະຂອງນັກຮຽນ ຈາກໂຮງຮຽນປະຖົມສົມບູນ ຫຼວງພະບາງ ທີ່ເປັນເອກະລັກຂອງຊາວຫຼວງພະບາງ, ຈາກນັ້ນ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ມອບງົບປະມານຈໍານວນໜຶ່ງ ເພື່ອຊຸກຍູ້ໜ່ວຍສິລະປະວັນນະຄະດີຂອງໂຮງຮຽນ ໃຫ້ສືບຕໍ່ຮັກສາມູນເຊື້ອປະເພນີອັນດີງາມຂອງຊາວຫຼວງພະບາງໄວ້, ພ້ອມທັງມີຄໍາເຫັນກ່າວເປີດຂະບວນການວ່າ: ການຈັດຂະບວນການໃຫ້ວັກຊີນປ້ອງກັນພະຍາດໃນໂອກາດວັນສັກວັກຊີນປ້ອງກັນພະຍາດແຫ່ງຊາດ ເພື່ອສ້າງພູມຄຸ້ມກັນໃຫ້ເດັກນ້ອຍ ກ່ອນເຂົ້າສູ່ໄລຍະການປ່ຽນແປງຂອງດິນຟ້າອາກາດ, ຊຶ່ງເປັນໄລຍະທີ່ມີຄວາມສ່ຽງ ຕໍ່ການເກີດພະຍາດຕາມລະດູການ, ທັງເປັນການປະຕິບັດແຜນວຽກອັນລະອຽດຂອງກະຊວງສາທາລະນະສຸກວາງອອກເພື່ອຕ້ານ-ຫຼຸດຜ່ອນ ການເຈັບ ແລະ ການເສຍຊີວິດຈາກການລະບາດຂອງພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ພະຍາດໂປລີໂອ ທັງເປັນການຫຼຸດຜ່ອນຄວາມກົດດັນທາງສັງຄົມ ແລະ ເສດຖະກິດອີກດ້ວຍ, ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ການໃຫ້ວັກຊີນ ຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເພື່ອຮັບປະກັນເຮັດໃຫ້ຂະບວນການໃຫ້ວັກຊີນ ມີປະສິດທິຜົນ ແລະ ມີປະສິດທິພາບດີ. ຈາກນັ້ນ, ໄດ້ດໍາເນີນການໃຫ້ວັກຊີນ, ສັກວັກຊີນ ປ້ອງກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ພະຍາດໂປລີໂອ ຢ່າງເປັນທາງການ ແລະ ທີມງານແພດ-ໝໍ ກໍໄດ້ໃຫ້ຄວາມຮູ້ ແກ່ພໍ່ແມ່-ຜູ້ປົກຄອງ ກ່ຽວກັບປະໂຫຍດຂອງວັກຊິນ ແລະ ການດູແລສຸຂະພາບເດັກຫຼັງຮັບວັກຊິນ ຕື່ມອີກ.

ພາບ-ຂ່າວ: ທະນູສິນ ອິດທິພົນ


