ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີນຳສະເໜີແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຫັນປ່ຽນລະບົບອາຫານແບບຍືນຍົງ ຢູ່ໃນລາວ

Mar 4, 2026

ພິທີນຳສະເໜີແຜນປະຕິບັດງານແຫ່ງຊາດວ່າດ້ວຍການຫັນປ່ຽນລະບົບອາຫານແບບຍືນຍົງ ໃນລາວ ຈັດຂຶ້ນໃນວັນທີ 2 ມີນາ 2026 ທີ່ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດ ເປັນປະທານ ຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີທ່ານ ບັກໂຄເດຍ ເບີຄານອັຟ, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາລາວ, ທ່ານ ນາງ ຄະຢອງມີຄິມ ຫົວໜ້າ ອົງການອາຫານ ແລະ ການກະເສດ ປະຈໍາ ລາວ, ທ່ານ ຈິງເຟັງ ຊາງ ເຈົ້າໜ້າທີ່ອາວຸໂສ ຂອງ ທະນະຄານພັດທະນາອາຊີ (ເຂົ້າຮ່ວມ ຜ່ານລະບົບທາງໄກ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
May be an image of dais and text that says 'JOINT JOINTSDGFUND SDG FUND UNITED NATIONS LAOPDF ADB JIFAD unicef Food FoodandAgrkahare Uniter Natlara Signing Ceremony UN Joint Programme Integrated Food System and Climate Resilience Initiative Lao POR the United Nations Joint An Initlative supported UN Fund UIN-HABITAT UNQ preigretene S.fAO/Phouthong.Eoungkhoth' May be an image of text that says 'Climate Resilience Initiative in Lao PDR n initiative supported by the United Nations Joint SDG Fund Mr.BakhodirBurkhanov Mr. Bakhodir Burkhanov UNResidentCoordinator UN Resident Coordinator Dr. Dr.LinkhamDouangsavanh Linkham Douangsavanh Minister Minster.fApraulureandEnvironmen Agr iculture and Environment FAO/Phouthong @FAoiPhouthongLoungkhoth Loungkhoth'
ແຜນດໍາເນີນງານແຫ່ງຊາດ ກ່ຽວກັບການຫັນປ່ຽນລະບົບອາຫານແບບຍືນຍົງ ທີ່ໄດ້ນຳສະເໜີໃນຄັ້ງນີ້ສະແດງໃຫ້ເຫັນເຖິງບາດກ້າວ ແລະ ການຫັນປ່ຽນທີ່ສໍາຄັນ ຈາກເມື່ອກ່ອນທີ່ສຸມໃສ່ຊູກຍູ້ວຽກງານກະສິກໍາ ແລະ ສິ່ງແວດລ້ອມ ຂະແໜງການດຽວຫັນໄປສູ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ດ້ວຍການມີສ່ວນຮ່ວມຂອງຫຼາຍຂະແໜງການ ທີ່ຕິດພັນກັບການພັດທະນາ-ເຊື່ອມໂຍງການຜະລິດເປັນສິນຄ້າ, ໂພຊະນາການ, ສຸຂະພາບ, ສິ່ງແວດລ້ອມ, ຄວາມທົນທານດ້ານສະພາບອາກາດ ແລະ ການເຕີບໂຕດ້ານເສດຖະກິດ, ຊຶ່ງແຜນງານດັ່ງກ່າວ ໄດ້ພັດທະນາຂຶ້ນ ໂດຍຜ່ານການປຶກຫາລື ຮ່ວມກັບພາກສ່ວນກ່ຽວຂ້ອງ ຢ່າງຮອບດ້ານ ລະຫວ່າງ ພາກລັດ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ຊາວກະສິກອນ, ໄວໜຸ່ມ ແລະ ແມ່ຍິງ ເພື່ອໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ ຄັ້ງທີ 10 ກໍຄື ແຜນພັດທະນາ 5 ປີ ຂອງຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ຊຶ່ງປະກອບມີ 7 ແຜນງານ ຄື:ແຜນງານຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ; ແຜນງານຜະລິດ ແລະ ປຸງແຕ່ງ ກະສິກຳ ແລະ ປ່າໄມ້ ເປັນສິນຄ້າ; ແຜນງານຄຸ້ມຄອງ ປົກປັກຮັກສາ ແລະ ນຳໃຊ້ປ່າໄມ້; ແຜນງານຈັດສັນ ແລະ ຄຸ້ມຄອງທີ່ດິນ; ແຜນງານຄຸ້ມຄອງຊັບພະຍາກອນນ້ຳ; ແຜນງານການປົກປັກຮັກສາສິ່ງແວດລ້ອມ; ແຜນງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.
May be an image of text
ລັດຖະບານ ກໍຄື ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈສູງ ໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານແຫ່ງຊາດກ່ຽວກັບການຫັນປ່ຽນລະບົບອາຫານ ແບບຍືນຍົງ ແລະ ການປະສານສົມທົບກັນຢ່າງໃກ້ຊິດກັບບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮວມພັດທະນາ ເພື່ອຫັນວິໄສທັດ ໃຫ້ກາຍເປັນຜົນໄດ້ຮັບ ທີ່ເປັນຈິງ ເປັນຕົ້ນ: ການສ້າງລາຍຮັບທີ່ດີຂຶ້ນ ສໍາລັບຊາວກະສິກອນ, ໂພຊະນາການທີ່ດີຂຶ້ນສໍາລັບເດັກນ້ອຍ, ສ້າງຄວາມທົນທານຕໍ່ຜົນກະທົບດ້ານສະພາບອາກາດ ທີ່ເຂັ້ມແຂງກວ່າ ແລະ ສ້າງສິ່ງແວດລ້ອມ ທີ່ອຸດົມສົມບູນ ແລະ ຍືນຍົງ ສໍາລັບຄົນຮຸ່ນຕໍ່ໄປ.