ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີຜ່ານມາ ການພັດທະນາເສດຖະກິດຂອງເເຂວງໄຊສົມບູນ ຂະຫຍາຍຕົວຢູ່ໃນລະດັບຫຼາຍກວ່າ 7 ສ່ວນຮ້ອຍ

Mar 4, 2026

5 ປີຜ່ານມາ, ອົງການປົກຄອງເເຂວງໄຊສົມບູນໄດ້ສຸມໃສ່ຈັດຕັ້ງປະຕິບັດເເຜນພັດທະນາເສດຖະກິດສັງຄົມຢ່າງຕັ້ງໜ້າ ເເລະ ມີຈຸດສຸມ ເຮັດໃຫ້ການພັດທະນາເສດຖະກິດມີການຂະຫຍາຍຕົວຫຼາຍດ້ານຕໍ່ເນື່ອງ ຢູ່ໃນລະດັບຫຼາຍກວ່າ 7 ສ່ວນຮ້ອຍ
ທ່ານ ນາງ ເພັດສະໃໝ ໂພໄຊຍະວົງ ຄະນະປະຈໍາພັກ ແຂວງ, ຮອງປະທານຄະນະກໍາມະ ການປົກຄອງແຂວງໄຊສົມບູນໃຫ້ສຳພາດວ່າ: ພາຍໃຕ້ການນໍາພາຊີ້ນໍາຂອງພັກ ເເລະ ລັດ, ຄະນະພັກ, ອົງການປົກຄອງ, ສະພາປະຊາຊົນແຂວງໄຊສົມບູນໄດ້ສຸມທຸກຄວາມພະຍາຍາມນໍາພາ-ຊີ້ນໍາພັດທະນາແຂວງ ຢ່າງຮອບດ້ານ ໂດຍສະເພາະໄດ້ສຸມໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ 1 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຂວງໄຊສົມບູນ 5 ປີ ຄັ້ງທີ 2. ໃນນີ້ ໄດ້ຖືເອົາການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປອງດອງເປັນວຽກງານຕົ້ນຕໍ; ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເປັນບັນຫາຕັດສິນ, ໄປພ້ອມກັບການພັດທະນາກໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ໂດຍສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ໃນການພັດທະນາເສດຖະກິດສັງຄົມຕາມ 5 ທ່າແຮງ
ທ່ານ ນາງ ເພັດສະໃໝ ໂພໄຊຍະວົງໃຫ້ຮູ້ຕື່ມວ່າ: ສໍາລັບທ່າເເຮງຂອງເເຂວງໄຊສົມບູນທີ່ຍູ້ເເຮງເສດຖະກິດໃຫ້ຂະຫຍາຍຕົວເເມ່ນມາຈາກຂະແໜງການກະສິກໍາ ສະເລ່ຍຫຼາຍກວ່າ 5 ສ່ວນຮ້ອຍ, ຂະແໜງການອຸດສາຫະກໍາສະເລ່ຍຫຼາຍກວ່າ 11 ສ່ວນ ເເລະ ຂະແໜງການບໍລິການສະເລ່ຍຫຼາຍກວ່າ 10ສ່ວນຮ້ອຍ.
May be an image of mountain
ຂ່າວ: ບຸນຍັງ ພຸດສະຫວັດ
ພາບ: ຕົ່ງ ຂປລ