ສປ ຈີນ ຈະຈັດກອງປະຊຸມ “ສອງສະພາ” ຄື: ກອງປະຊຸມ ຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຊຸດທີ 14 ແລະ ກອງປະຊຸມ ຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດ ຊຸດທີ 14 ຢູ່ນະຄອນຫຼວງປັກກິ່ງໃນລະຫວ່າງວັນທີ 4-5 ມີນາ 2026 ເຊິ່ງເປັນກອງປະຊຸມປະຈໍາປີທີ່ຈັດຂຶ້ນທຸກປີ ແລະ ໄດ້ຮັບຄວາມເອົາໃຈໃສ່ຕິດຕາມຢ່າງໃກ້ ຊິດຈາກທົ່ວໂລກ ໂດຍສະເພາະບັນດາບົດລາຍງານທີ່ລັດຖະບານຈີນຈະສະເໜີຕໍ່ກອງປະຊຸມເພື່ອຄົ້ນຄວ້າພິຈາລະນາ ແລະ ຮັບຮອງ, ໃນນັ້ນ ສໍາຄັນແມ່ນບົດລາຍງານທີ່ໄດ້ຕີລາຄາຢ່າງຮອບດ້ານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຈີນໃນປີຜ່ານມາ, ລວມເຖີງບັນດາແຜນການ, ນະໂຍບາຍ ແລະ ມາດຕະການທີ່ລັດຖະບານຈີນຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.

ສໍາລັບກອງປະຊຸມສອງສະພາແຫ່ງຊາດຈີນໃນປີນີ້ ຍິ່ງໄດ້ຮັບຄວາມສົນໃຈຈາກທົ່ວໂລກເປັນພິເສດ ເພາະໜຶ່ງໃນຫຼາຍບັນຫາສໍາຄັນທີ່ກອງປະຊຸມຈະພິຈາລະນາຮັບຮອງເອົາແມ່ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຫຼື ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ, ເນື່ອງຈາກຈີນມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດໂລກ, ອັດຕາສ່ວນການປະກອບສ່ວນຂອງຈີນຕໍ່ການເຕີບໂຕຂອງເສດຖະກິດໂລກ ກວມເອົາປະມານ 30% ເປັນເວລາຫຼາຍປີຕິດຕໍ່ກັນ, ທັງມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ, ມີເຕັກໂນໂລຊີທີ່ລໍ້າຍຸກ ແລະ ຈັດຢູ່ລະດັບນໍາໜ້າຂອງໂລກ ແລະ ອື່ນໆ.
ສະນັ້ນ, ທຸກນະໂຍບາຍ, ຄາດໝາຍ, ມາດຕະການ ແລະ ອື່ນໆ ທີ່ຈະຮັບຮອງເອົາໃນກອງປະຊຸມສອງສະພາດັ່ງກ່າວ, ນອກຈາກຈະມີຄວາມສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດຂອງຈີນໃນໄລຍະ 5 ປີຕໍ່ໜ້າ (2026-2030), ຍັງຈະສົ່ງຜົນຕໍ່ການພັດທະນາເສດຖະກິດຂອງຫຼາຍປະເທດທົ່ວໂລກ ໂດຍສະເພາະແມ່ນນະໂຍບາຍເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ ເນື່ອງຈາກປັດຈຸບັນຈີນກາຍເປັນຄູ່ຄ້າຕົ້ນຕໍຂອງຫຼາຍກວ່າ 150 ປະເທດ ແລະ ເຂດແຄວ້ນທົ່ວໂລກ. ມາຮອດທ້າຍປີ 2024, ຈີນໄດ້ເປີດບໍລິສັດໃນຫຼາຍກວ່າ 50,000 ແຫ່ງໃນຫຼາຍກວ່າ 190 ປະເທດ ແລະ ເຂດແຄວ້ນ, ຍອດການລົງທຶນໃນຕ່າງປະເທດຂອງຈີນຕິດສາມອັນດັບຕົ້ນຂອງໂລກຕໍ່ເນື່ອງເປັນເວລາ 13 ປີ.

ດັ່ງນັ້ນ, ກອງປະຊຸມປະຈໍາປີຂອງສອງສະພາແຫ່ງຊາດຈີນໃນປີນີ້ຈຶ່ງມີບົດບາດສໍາຄັນທີ່ສຸດ ເພາະໃນໄລຍະ 5 ປີ ແຫ່ງການຈັດຕັ້ງແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ກໍຄື ໃນອະນາຄົດ, ການພັດທະນາຂອງຈີນຈະຢູ່ໃນໄລຍະທີ່ມີໂອກາດທາງດ້ານ ຍຸດທະສາດ, ມີຄວາມສ່ຽງ ແລະ ສິ່ງທ້າທາຍໄປພ້ອມກັນ ຍ້ອນສະພາບການຂອງໂລກທີ່ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງເງີຍຫົວຂຶ້ນ, ໄພຂົ່ມຂູ່ຈາກລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດເພີ່ມຂຶ້ນ ແລະ ອື່ນໆ.
ກອງປະຊຸມດັ່ງກ່າວຈຶ່ງມີຄວາມຈໍາເປັນທີ່ສຸດທີ່ຕ້ອງໄດ້ພິຈາລະນາ ແລະ ຄົ້ນຄວ້າບັນຫາຕ່າງໆ ຢ່າງລະອຽດ ເພື່ອຮັບປະກັນໃຫ້ເສດຖະກິດຈີນນັບມື້ເຕີບໂຕຢ່າງແຂງແຮງ, ບັນລຸເປົ້າໝາຍສ້າງສັງຄົມນິຍົມຕາມສີສັນຈີນທີ່ທັນສະໄໝ, ເຂັ້ມແຂງ, ມີປະຊາທິປະໄຕ, ຄວາມສີວິໄລ, ປອງດອງ ແລະ ສວຍງາມ, ເຊິ່ງນີ້ຖືເປັນບົດຮຽນທີ່ສໍາຄັນໃຫ້ແກ່ຫຼາຍປະ ເທດທົ່ວໂລກ, ໃນນີ້ ເວົ້າສະເພາະປະເທດລາວທີ່ເປັນປະເທດຄູ່ຮ່ວມຊະຕາກໍາທີ່ແໜ້ນແຟ້ນກັບຈີນມາແຕ່ບູຮານນະການ, ການດໍາເນີນກອງປະຊຸມສອງສະພາແຫ່ງຊາດຈີນ ຖືເປັນໂອກາດດີໃຫ້ປະເທດລາວໃນການສຶກສາ ແລະ ຖອດຖອນບົດຮຽນດ້ານວຽກງານພັດ ທະນາເສດຖະກິດ-ສັງຄົມຂອງຈີນເພື່ອມາປັບໃຊ້ພາຍໃນປະເທດຕົນ.

ທ່ານ ນາງ ໄກສອນ ຈັນສີນາ, ຫົວໜ້າຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວ ເມື່ອບໍ່ດົນມານີ້ວ່າ: ມີ 4 ບົດຮຽນອັນລ້ຳຄ່າຈາກກອງປະຊຸມສອງສະພາແຫ່ງຊາດຈີນ ສາມາດປັບໃຊ້ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນການພັດທະນາຢູ່ລາວ ຄື: 1) ການຫັນນະໂຍບາຍໄປສູ່ການປະຕິບັດຕົວຈິງຢ່າງມີປະສິດທິຜົນ. ຈີນມີຈຸດເດັ່ນໃນການກຳນົດນະໂຍບາຍທີ່ລະອຽດ, ມີກຳນົດເວລາ ແລະ ເປົ້າໝາຍທີ່ຊັດເຈນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ. ບົດຮຽນສຳຄັນແມ່ນ “ມາດຕະການກົດເຫຼັກ” ໃນການຈັດຕັ້ງປະຕິບັດ ເພື່ອໃຫ້ທຸກນະໂຍບາຍບັນລຸຜົນຕາມຄາດໝາຍ ແລະ ຖືກຕ້ອງຕາມກຳນົດເວລາ. 2) ການພັດທະນາເສດຖະກິດ ແລະ ການຫັນເປັນດິຈິຕອນ. 3) ການພັດທະນາຊັບພະຍາກອນມະ ນຸດ, ແລະ 4) ການພັດທະນາສີຂຽວ ແລະ ພະລັງງານສະອາດ, ປະເທດລາວສາມາດຖອດຖອນບົດຮຽນເຫຼົ່ານີ້ ອອກມາສູ່ການຈັດຕັ້ງປະຕິບັດນະໂຍບາຍຂອງລາວຕົນ ເພື່ອໃຫ້ປະຊາຊົນໄດ້ຮັບການພັດທະນາ ແລະ ມີຢູ່ມີກິນທີ່ເຂັ້ມແຂງຂຶ້ນ.

ຂະນະທີ່ ທ່ານ ອຸສະຫວັນ ທ່ຽງເທບວົງສາ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກໍໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວ ເມື່ອບໍ່ດົນມານີ້ວ່າ: ບົດບາດອັນມະຫາສານຂອງກອງປະຊຸມສອງສະພາແຫ່ງຊາດຈີນ ທີ່ບໍ່ພຽງແຕ່ກຳນົດທິດທາງພາຍໃນປະເທດຈີນເທົ່ານັ້ນ, ຍັງສົ່ງຜົນກະທົບໂດຍກົງໃນທິດທາງບວກຕໍ່ພາກພື້ນ ແລະ ປະເທດລາວ ຕື່ມອີກ. ກອງປະຊຸມສອງສະພາຂອງຈີນ ເປັນກຸນແຈສຳຄັນໃນການຊຸກຍູ້ “ກຳລັງການຜະ ລິດໃໝ່” ແລະ ຮັດແໜ້ນຄູ່ຮ່ວມຊະຕາກຳ ລາວ-ຈີນ, ພ້ອມທັງທ່ານກ່າວຢໍ້າວ່າ ກອງປະຊຸມສອງສະພາດັ່ງກ່າວ ແມ່ນເວທີທີ່ຍົກເອົາຄວາມມຸ້ງມາດປາດຖະໜາຂອງປະຊາຊົນມາເປັນບ່ອນຕັດສິນ. ສຳລັບປະເທດລາວ, ການຮ່ວມມືກັບຈີນໃນຖານະຄູ່ຮ່ວມຊະຕາກຳ ຈະຊ່ວຍໃຫ້ພວກເຮົາກ້າວໄປສູ່ການເປັນປະເທດເຊື່ອມໂຍງທີ່ເຂັ້ມແຂງທັງດ້ານເສດຖະກິດ ແລະ ສິ່ງແວດລ້ອມໃນອະນາຄົດ.
ກອງປະຊຸມສອງສະພາແຫ່ງຊາດຈີນໃນປີນີ້ ຈະໄດ້ຮັບຮອງເອົາແຜນພັດທະນາ 5 ປີ ຄັ້ງທີ 15, ເຊິ່ງຈັດຂຶ້ນໃນໄລຍະທີ່ປະເທດລາວພວມກະກຽມຈັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ 10 ໃນໄວໆ ນີ້ເພື່ອຮັບຮອງເອົາຫຼາຍບັນຫາສໍາຄັນຂອງຊາດ, ໃນນັ້ນ ລວມທັງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030). ໃນແຜນພັດທະນາ 5 ປີດັ່ງກ່າວຂອງລາວ ແລະ ຈີນ ລ້ວນແຕ່ຖືເອົາປະ ຊາຊົນເປັນຫົວໃຈສໍາຄັນໃນການພັດທະນາ, ດັ່ງນັ້ນ ນອກຈາກຫຼາຍປະເທດທີ່ໃຫ້ຄວາມສົນໃຈຕິດຕາມກອງປະຊຸມສອງສະພາແຫ່ງຊາດຈີນໃນປີນີ້ຢ່າງໃກ້ຊິດ, ປະເທດລາວກໍໄດ້ເອົາໃຈໃສ່ຕິດຕາມກອງປະຊຸມດັ່ງກ່າວເປັນພິເສດ ເພາະຖືເປັນໂອກາດດີໃຫ້ແກ່ລາວໃນການສຶກສາ ແລະ ຖອດຖອນບົດຮຽນດ້ານວຽກງານພັດທະນາຂອງຈີນມາປັບໃຊ້ໃຫ້ເທດເໝາະກັບສະພາບການພັດທະນາຕົວຈິງຂອງປະເທດຕົນ ເພື່ອແນໃສ່ເຮັດໃຫ້ເສດຖະກິດຂອງລາວນັບມື້ດີຂຶ້ນ ແລະ ນໍາເອົາປະເທດຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາຕາມທີ່ຄາດໝາຍໄວ້.
ໂດຍ: BT, ວສລ


