ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2025

Mar 5, 2026

ຫ້ອງການຄະນະຈັດຄັ້ງສູນກາງພັກ (ກົມພັດທະນາການບໍລິຫານລັດ) ໄດ້ຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2025, ໃນວັນທີ 5 ມີນານີ້ ທີ່ໂຮງແຮມຄຣາວພາຊ່າ ໂດຍການເປັນປະທານຂອງທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງລັດຖະມົນຕີ, ຮອງປະທານຄະນະກໍາມະທິການສະພາແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ຂອງຄະນະຈັດຕັ້ງສູນກາງພັກ, ຫົວໜ້າ-ຮອງ ຫົວໜ້າ ຄະນະຈັດຕັ້ງນະຄອນຫຼວງ, ແຂວງ, ຕາງໜ້າສະມາຄົມ ແລະ ມູນນິທິ ທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ທ່ານ ວິສຸກ ພົມພິທັກ ໄດ້ກ່າວເປີດກອງປະຊຸມວ່າ: ວຽກງານອົງການຈັດຕັ້ງສັງຄົມ ເວົ້າລວມ, ເວົ້າສະເພາະ ບັນດາ ສະມາຄົມ ແລະ ມູນນິທິ ແມ່ນອົງການຈັດຕັ້ງສັງຄົມທີ່ມີບົດບາດສຳຄັນ, ເປັນວຽກງານໜຶ່ງທີ່ພັກ-ລັດຖະບານ ໄດ້ຖືເປັນວຽກສໍາຄັນ ແລະ ໄດ້ກໍານົດໄວ້ໃນລັດຖະທໍາມະນູນ-ກົດໝາຍ. ບັນດາສະມາຄົມ, ມູນນິທິ ມີບົດບາດໃນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ປະຕິບັດນະໂຍບາຍການລົບລ້າງຄວາມທຸກຍາກ ບົນພື້ນຖານຄວາມໝາຍ-ຄວາມສໍາຄັນ ຄືດັ່ງທີ່ກ່າວມານັ້ນ, ໃນໄລຍະຜ່ານມາ ພັກ-ລັດຖະບານ ໄດ້ເອົາໃຈໃສ່ຄຸ້ມຄອງ ດ້ວຍການຊຸກຍູ້, ຕິດຕາມ, ອໍານວຍຄວາມສະດວກ ແລະ ປັບປຸງສະພາບແວດລ້ອມດ້ານຕ່າງໆ ເພື່ອອົງການຈັດຕັ້ງສັງຄົມລາວ ສາມາດເຄື່ອນໄຫວຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ ພ້ອມທັງມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ລັດຖະບານວາງອອກໃນແຕ່ລະໄລຍະ ໃຫ້ກ້າວສູ່ລວງເລິກ ແລະ ກວ້າງຂວາງຂຶ້ນກວ່າເກົ່າ.
May be an image of text that says 'T forDevelopmest รคบ เยยละมีม. OTИHERиeHЙ PEyTbHEe เยยละมีม Co-fundedby the EиropeaT Union Implemented by giz Deulash nuluateBesellisatalt Zusa/mmenarteit 6mbHl งประฉุมพิขปะละทาว่างพากลัด และ อิงภามจัดตั้งสังถิมลขว ปะจำ ถั้งอัมทิา 05 มิบา 2026, มะถอบทองอกงจับ จัดโดย: ถะบะจัดตั้งลูบภางพังา Annual Meeting Between Government and Civil Society Organisations for rga March 5, 2026 Vientiane ital Org nd OM'
ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການຜ່ານບົດລາຍງານການເຄື່ອນໄຫວວຽກງານອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ ປະຈໍາປີ 2025ຈາກທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ. ປັດຈຸບັນ ສະມາຄົມ ແລະ ມູນນິທິ ມີທັງໝົດຈໍານວນ 358 ພາກສ່ວນຄື ສະມາຄົມ ຈໍານວນ 277 ແລະ ມີ 81 ມູນນິທິ ທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ.
ນອກຈາກນີ້ຍັງໄດ້ຮັບຟັງ ການນໍາສະເໜີເນື້ອໃນດໍາລັດ ວ່າດ້ວຍມູນນິທິ, ດໍາລັດ ວ່າດ້ວຍສະມາຄົມ ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດດໍາລັດ, ການຜ່ານເນື້ອໃນດໍາລັດຕາປະທັບ, ຜົນງານການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມລາວ. ພ້ອມກັນນີ້ ຍັງໄດ້ມີການວາງສະແດງຜົນງານ ຂອງອົງການຈັດຕັ້ງສັງຄົມລາວ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ທ່ຽວຊົມ ແລະ ສະໜັບສະໜູນຜະລິດຕະພັນຂອງບັນດາ ສະມາຄົມ ແລະ ມູນນິທິຕ່າງໆ ທີ່ສູນການຄ້າ ພາກຊັນ.
ຂ່າວ: ແສງຈັນ