ໃນຕອນບ່າຍຂອງວັນທີ 5 ມີນາ 2026, ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຫຼູຍ ມູຊິກິວາໂບ(Louise Mushikiwabo), ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ (OIF) ພ້ອມດ້ວຍຄະນະ ຊຶ່ງໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 4 – 5 ມີນາ 2026.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ຫຼູຍ ມູຊິກິວາໂບ ຄັ້ງນີ້, ເຊິ່ງມີຄວາມໝາຍຄວາມສໍາຄັນໃນຮອບ 10 ປີ ນັບຕັ້ງແຕ່ ທ່ານ ນາງ ມິແຊນ ຊັອງ (Michaelle JEAN), ອະດີດເລຂາທິການໃຫຍ່ອົງການຝຣັງໂກໂຟນີ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນປີ 2016. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນ ນັບຕັ້ງແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວ ໃນປີ 1991 ເປັນຕົ້ນມາ ແລະ ເຫັນວ່າການພົວພັນຮ່ວມມືດັ່ງກ່າວໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ ອົງການຝຣັງໂກໂຟນີສາກົນ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍຜ່ານກົນໄກ ແລະ ຂອບການຮ່ວມມືຕ່າງໆ, ໂດຍສະເພາະໃນການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຝຶກອົບຮົມຄູສອນ ພາສາຝຣັ່ງໃນລະດັບຕ່າງໆ, ການຝຶກອົບຮົມດ້ານວິຊາຊີບ, ແລະ ການຮ່ວມມືໃນຂະແໜງການຕ່າງໆ. ການຮ່ວມມືຕ່າງໆດັ່ງກ່າວແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ ທ່ານເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ການດໍາເນີນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ ລັດຖະບານ ສປປ ລາວ ຢືນຢັນຄວາມໝາຍໝັ້ນທີ່ຈະນໍາພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາ ຕາມການສະເຫນີຂອງອົງການ ສປຊ ໃນທ້າຍປີ 2026 ນີ້.
ໃນໂອກາດດຽວກັນນີ້, ທ່ານ ເລຂາທິການໃຫຍ່ OIF ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີລະຫວ່າງ ອົງການຝຣັງໂກໂຟນີສາກົນ ແລະ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມໝາຍໝັ້ນວ່າ ອົງການຝຣັງໂກໂຟນີສາກົນ ຈະສືບຕໍ່ສົ່ງເສີມການຮ່ວມມື ແລະ ໃຫ້ການສະໜັບສະໜູນການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ ໃນຂົງເຂດວຽກງານຕ່າງໆ.


