ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ພົບປະເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ

Mar 6, 2026

ໃນວັນທີ 5 ມີນາ 2026 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ຫຼູຍ ມູຊິກິວາໂບ ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ (OIF) ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 4-5 ມີນານີ້.
ການພົບປະດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ຫຼູຍ ມູຊິກິວາໂບ ພ້ອມດ້ວຍຄະນະ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນ ແລະ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ ອົງການດັ່ງກ່າວ ຕໍ່ ສປປ ລາວ ໃນຫລາຍຂົງເຂດວຽກງານ ໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມື ໃນການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຊ່ວຍເຫລືອສະຖາບັນການແພດເຂດຮ້ອນ, ການສະໜັບສະໜູນວາລະສານພາສາຝຣັ່ງ (Le Rénovateur) ແລະ ການຮ່ວມມືໃນຂະແໜງການອື່ນໆອີກຈໍານວນໜຶ່ງ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວຽກງານຕ່າງໆ ໂດຍສະເພາະການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນໃນຕໍ່ໜ້າ.
May be an image of dais and text
ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານ ນາງ ຫຼູຍ ມູຊິກິວາໂບ ຍັງໄດ້ໄປຢ້ຽມຢາມໂຮງຮຽນ ມັດຖະຍົມສົມບູນວຽງຈັນ (ມສ ວຽງຈັນ) ໂດຍການຕ້ອນຮັບຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອຳນວຍການ, ຄູ-ອາຈານ ແລະ ນ້ອງນັກຮຽນ ຂອງໂຮງຮຽນ ມສ ວຽງຈັນ ແລະ ໄດ້ຮັບຟັງການລາຍງານຂອງ ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການ ໂຮງຮຽນ ມສ ວຽງຈັນ, ຊຶ່ງໄດ້ນໍາສະເໜີໃຫ້ຊາບໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະ ສະພາບລວມໃນການດໍາເນີນການຮຽນ-ການສອນຂອງໂຮງຮຽນ ມສ ວຽງຈັນ ແລະ ການຈັດຕັ້ງປະຕິບັດການຮຽນ-ການສອນສໍາລັບຫ້ອງຮຽນສອງພາສາ ລາວ-ຝຣັ່ງ ຊຶ່ງໄດ້ດໍາເນີນມານັບຕັ້ງແຕ່ປີ 1998 ເປັນຕົ້ນມາຈົນເຖິງປັດຈຸບັນ ຊຶ່ງໄດ້ຈັດໃຫ້ມີການຮຽນ-ການສອນພາສາຝຣັ່ງແບບເຂັ້ມຂຸ້ນ ໂດຍສະເພາະໄດ້ມີການດໍາເນີນການສອນເປັນພາສາຝຣັ່ງ ໃນວິຊາວິທະຍາສາດ ເຊັ່ນ: ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະວິທະຍາ. ຫ້ອງຮຽນສອງພາສາດັ່ງກ່າວ, ເປັນຕົວແທນຂອງຄວາມເປັນເລີດພາຍໃນລະບົບການສຶກສາ ສາທາລະນະຂອງ ສປປ ລາວ ຊຶ່ງໂຮງຮຽນ ມສ ວຽງຈັນ ເຄີຍໄດ້ຮັບລາງວັນຄຸນນະພາບທີ່ສອນເປັນພາສາຝຣັ່ງ (FrancÉducation Label) 3 ຄັ້ງຄື: ໃນປີ 2015, ປີ 2019 ແລະ ໃນປີ 2023.
ໃນການຢ້ຽມຢາມ ມສ ວຽງຈັນ, ທ່ານ ເລຂາທິການໃຫຍ່ OIF ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດການຮຽນ-ການສອນຂອງໂຮງຮຽນ ມສ ວຽງຈັນ ກໍຄື ຫ້ອງຮຽນສອງພາສາ ໂດຍສະເພາະການສົ່ງເສີມການສອນພາສາຝຣັ່ງ ໃຫ້ແກ່ນັກຮຽນ ແລະ ໄດ້ໃຫ້ຄໍາໝາຍໝັ້ນໃນການສືບຕໍ່ສະໜັບສະໜູນ ຫ້ອງຮຽນສອງພາສາ ຢູ່ໂຮງຮຽນດັ່ງກ່າວ.
ອົງການຝຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນ ສໍາລັບບັນດາປະເທດ ທີ່ໃຊ້ພາສາຝຣັ່ງ ໄດ້ສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970 ໂດຍຜູ້ນໍາຈາກ 21 ປະເທດໄດ້ເຊັນສັນຍາຮ່ວມກັນ, ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ (Agence de Cooperation, Culturelle et Technique ຫລື ACCT) ໂດຍໃຫ້ການຮ່ວມມືດ້ານການຝຶກອົບຮົມວິຊາຊີບ ແລະ ເຕັກນິກ ແລະ ດ້ານວັດທະນະທໍາ. ມາຮອດປີ 2005 ອົງການດັ່ງກ່າວ ຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຝຣັງໂກໂຟນີສາກົນ (Organisation Internationale de la Francophonie ຫລື OIF) ມີສະມາຊິກທັງໝົດ 90 ປະເທດ ໃນ 5 ທະວີບຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫລວງປາຣີ, ປະເທດ ຝຣັ່ງ.
May be an image of dais and text
ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວໃນປີ 1991. ໃນຫລາຍປີຜ່ານມາ, ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານຕ່າງໆ ຂອງອົງການຝຣັງໂກໂຟນີສາກົນ ແລະ ໄດ້ມີການຮ່ວມມືໃນຂົງເຂດວຽກງານຕ່າງໆເຊັ່ນ: ວຽກງານສາທາລະນະສຸກ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່ມວນຊົນ, ການພັດທະນາ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ອື່ນໆ. ຄະນະຜູ້ແທນຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນຂອງອົງການຝຣັງໂກໂຟນີສາກົນ ຢ່າງເປັນປົກກະຕິ ໂດຍສະເພາະກອງປະຊຸມ ລັດຖະມົນຕີຝຣັງໂກໂຟນີ ແລະ ກອງປະຊຸມສຸດຍອດຝຣັງໂກໂຟນີ. ນອກຈາກນີ້, ສປປ ລາວ ຍັງເຄີຍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ຝຣັງໂກໂຟນີ ຄັ້ງທີ 23 ທີ່ ນະຄອນຫຼວງວຽງຈັນ ໃນປີ 2007; ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນທີ່ໃຊ້ພາສາຝຣັ່ງ (AIMF) 2 ຄັ້ງ (ປີ 2013 ແລະ ປີ 2024) ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມຕ່າງໆໃນລະດັບພາກພື້ນ ຊຶ່ງໝູນວຽນກັນຈັດໂດຍ 3 ປະເທດ ຄື: ລາວ, ຫວຽດນາມ ແລະ ກຳປູເຈຍ ແລະ ໄດ້ຈັດກອງປະຊຸມວິຊາການອື່ນໆອີກຈໍານວນໜຶ່ງ.