ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

Mar 6, 2026

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 5 ມີນາ 2026, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລືດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍປະຊາທິປະໄຕ-ຫົວຄິດປະດິດສ້າງ ແລະ ມີຄວາມເປັນເອກະພາບ ຮັບຮອງເອົາເອກະສານສໍາຄັນ ແລະ ໄດ້ໃຫ້ທິດຊີ້ນໍາຈຳນວນໜຶ່ງ.
May be an image of dais, temple and text that says 'สาทาาละมะลัด สาบาล ปะฏุเท็ปะเต ปะกุกส์ ปะทุาลุมลาว สัม สัมติพาบ ตพาบ าบ เอทะลาด ปะยุาช์ ปะยุาทิปะเท เ9ภะพาบ อัดทะมะฤาออม พักปะะเลุมปะติอักลาว กะมะบลิชามาามสูมทาพัก สะโขมทำ XII ภองปะชูมลิบคะมะ ถี้งหิ 2 อัมหีา 03 = 05 มิมา 2026'
ກອງປະຊຸມຄັ້ງນີ້, ໄດ້ຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງຈະກາຍເປັນໂຄງການເຮັດວຽກຕະຫລອດສະໄໝ ຂອງຄະນະບໍລິຫານງານສູນກາງພັກໃນ 5 ປີ ຕໍ່ໜ້າ, ທັງເປັນບ່ອນອີງໃນການສ້າງແຜນປະຕິບັດງານ, ແຜນວຽກຈຸດສຸມຂອງແຕ່ລະຂະແໜງການສູນກາງ ແລະ ທ້ອງຖິ່ນ; ໄດ້ຮັບຮອງເອົາແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ ໂດຍມອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກຮີບຮ້ອນປັບປຸງ, ແກ້ໄຂແບບແຜນເຮັດວຽກ ແລະ ວິທີນຳພາຂອງຕົນ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ການເຮັດວຽກຕ້ອງມີແຜນການ, ມີຈຸດປະສົງ, ລະດັບຄາດໝາຍຈະແຈ້ງ, ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ໝູ່ຄະນະຢ່າງລະອຽດ, ຈະແຈ້ງ, ຮູ້ນຳໃຊ້ກົງຈັກ ແລະ ພະນັກງານ ໃຫ້ມີປະສິດທິຜົນ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕໃຫ້ເຂັ້ມງວດ, ເສີມຂະຫຍາຍສະຕິປັນຍາ ແລະ ກໍາລັງແຮງຂອງໝູ່ຄະນະ, ຫຼີກເວັ້ນສະພາບທີ່ມີແຕ່ເລຂາຄະນະພັກໃຊ້ສິດ, ໃຊ້ອຳນາດແບບອາດຍາສິດ ໃນການຕົກລົງບັນຫາ; ໄດ້ໃຫ້ທິດຊີ້ນໍາ ຕໍ່ແຜນຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ເພື່ອໃຫ້ລັດຖະບານ ນຳໄປຜ່ານກອງປະຊຸມສະພາແຫ່ງຊາດຮັບຮອງ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ; ກຳນົດໃຫ້ແຈ້ງຕື່ມກ່ຽວກັບພາລະບົດບາດ, ສິດໜ້າທີ່ ແລະ ສາຍພົວພັນ ລະຫວ່າງເລຂາພັກແຂວງກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ, ລະຫວ່າງເລຂາພັກເມືອງ ກັບປະທານຄະນະກໍາມະການປົກຄອງເມືອງ ຕ້ອງຮັບປະກັນລັກສະນະເສີມຂະຫຍາຍປະຊາທິປະໄຕ, ບໍ່ກ້າວກ່າຍສິດ, ໜ້າທີ່ຂອງກັນ ແລະ ກັນ, ເລຂາພັກແຂວງ ໃນນາມເປັນປະທານສະພາປະຊາຊົນແຂວງ ມີໜ້າທີ່ຕິດຕາມ, ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງອົງການບໍລິຫານທ້ອງຖິ່ນ ໃຫ້ມີຄວາມເຂັ້ມງວດ, ເດັດຂາດ ແລະ ໂປ່ງໃສ; ໃຫ້ແຕ່ລະທ້ອງຖິ່ນ ຮີບຮ້ອນສ້າງຕັ້ງຕາແສງ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້, ຢ່າງຊ້າໃຫ້ສຳເລັດໃນກາງປີ 2027 ໃຫ້ສາມາດເຄື່ອນໄຫວຈັດຕັ້ງປະຕິບັດທົ່ວປະເທດ, ຮັບປະກັນການຈັດຕັ້ງປະຕິບັດວຽກງານ ກໍຄື ເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວເຖິງ; ສືບຕໍ່ປັບປຸງການຈັດຕັ້ງບ້ານ, ມີການແບ່ງຄວາມຮັບຜິດຊອບ ລະຫວ່າງຕາແສງ ແລະ ບ້ານຢ່າງຈະແຈ້ງ, ເຮັດໃຫ້ບ້ານກາຍເປັນອົງການຈັດຕັ້ງຊຸມຊົນທີ່ເຂັ້ມແຂງຮອບດ້ານ, ນຳພາການພັດທະນາຢູ່ຂັ້ນບ້ານ; ເສີມຂະຫຍາຍບົດບາດ ຂອງສະພາທິດສະດີສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແຫ່ງຊາດ ເຂົ້າໃນການຄົ້ນຄວ້າບັນຫາຍຸດທະສາດ, ວາງ ແລະ ບູລະນະແນວທາງ, ນະໂຍບາຍຊ່ວຍສູນກາງພັກ; ເພີ່ມທະວີການຕິດຕາມ, ກວດກາ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ຢ່າງເປັນປະຈຳ. ພ້ອມນີ້, ບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກແຂວງ ຕ້ອງມີຄວາມເປັນເຈົ້າຕິດຕາມ, ກວດກາການພັດທະນາຢູ່ທ້ອງຖິ່ນໃຫ້ເປັນລະບົບ, ສົມທົບກັບຂະແໜງການກ່ຽວຂ້ອງປະຕິບັດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ຕິດພັນກັບການແກ້ໄຂຂັ້ນຂອດ, ສິ່ງກົດໜ່ວງຖ່ວງດຶງການຜະລິດ-ທຸລະກິດ, ການຈັບຈອງ-ເຊົ່າ-ສໍາປະທານທີ່ດິນ, ຊັບພະຍາກອນທໍາມະຊາດ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ. ພ້ອມນັ້ນ, ໃຫ້ກວດກາຄວາມຮັບຜິດຊອບຂອງພະນັກງານທີ່ຢູ່ໃນການຄຸ້ມຄອງ ບໍ່ໃຫ້ເຮັດຜິດລະບຽບວິໄນ ແລະ ກົດໝາຍ, ຊອກໃຫ້ເຫັນ, ສົ່ງເສີມຄົນດີ, ຄົນເກັ່ງ ແລະ ເຮັດແທ້ທໍາຈິງ.
May be an image of text
ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ກອງປະຊຸມໄດ້ປັບປຸງ, ສັບຊ້ອນ, ແບ່ງງານ, ມອບໝາຍໜ້າທີ່ໃຫ້ບັນດາສະຫາຍກົມການເມືອງ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ ໄປຮັບຜິດຊອບວຽກງານຢູ່ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ເພື່ອຊີ້ນຳການປະຕິບັດໜ້າທີ່ຂອງພັກ ແລະ ລັດ ໃຫ້ບັນລຸຜົນເປັນຈິງ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນໝັກຕື່ມບາງບັນຫາ ເພື່ອໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ນຳໄປຈັດຕັ້ງຜັນຂະຫາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ ເປັນຕົ້ນ: ສືບຕໍ່ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ “ໃຫ້ໄວ, ໃຫ້ມີຈຸດສຸມ, ໃຫ້ຖືກທິດ, ໃຫ້ເປັນຮູບປະທໍາ”; ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ຮອບດ້ານ, ຮອບຄອບ ແລະ ຮັດກຸມ; ຊີ້ນໍາການກະກຽມກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X. ມອບໃຫ້ລັດຖະບານຊຸດໃໝ່ ສືບຕໍ່ຄົ້ນຄວ້າປັບປຸງກົງຈັກຂອງລັດຖະບານຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ, ສອດຄ່ອງກັບທິດ “ສູນກາງເຮັດໜ້າທີ່ມະຫາພາກ, ເພີ່ມຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃຫ້ທ້ອງຖິ່ນຫຼາຍຂຶ້ນ”. ພ້ອມນີ້, “ກົມການເມືອງຢາກໃຫ້ເປັນທີມງານໜັ້ກແໜ້ນ ເປັນເອກະພາບສູງ, ບືນໃສ່, ຈັບມືກັນແກ້ໄຂບັນຫາທີ່ເຮົາຍັງຄົງຄ້າງຢູ່ ໃນສະໄໝທີ XI, ໃຫ້ສືບຕໍ່ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງນັ້ນ ແລະ ໃຫ້ບຸກທະລຸໃໝ່ຕາມທິດທີ່ພວກເຮົາເວົ້າກັນນີ້”; ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ, ຍູ້ແຮງການສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ໃນຂົງເຂດວຽກງານແນວໂຮມລົງສູ່ລວງເລິກໃນເງື່ອນໄຂໃໝ່; ສືບຕໍ່ຊີ້ນໍາການກະກຽມກອງປະຊຸມໃຫຍ່ ຂອງບາງອົງຄະນະພັກຂັ້ນສູນກາງ, ກອງປະຊຸມວຽກງານຕ່າງໆ ເປັນຕົ້ນ: ວຽກງານຈັດຕັ້ງ, ວຽກງານກວດກາ, ວຽກງານຫ້ອງວ່າການ, ວຽກງານສື່ມວນຊົນ, ວຽກກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະອື່ນໆ; ຊີ້ນໍາການສືບຕໍ່ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ, ກວ້າງຂວາງ, ທົ່ວເຖິງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າກວ່າເກົ່າ, ມີແບບຢ່າງດີເດັ່ນ ໃນການແຂ່ງຂັນຜະລິດ-ທຸລະກິດ, ການຍົກສູງຈິດໃຈຮັກຊາດ, ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ສູງຂຶ້ນ.
May be an image of dais and text that says 'ทองปะชุมภับถะมะ ขูมกับถะ ทรเป ถึ้หำ 2 อัมท้า 03 = 05 มิมา 2026'
ສະຫາຍ ເລຂາທິການໃຫຍ່ຍັງໄດ້ຊີ້ນໍາການກະກຽມກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ລົງເລິກຫົວຂໍ້ຍຸດທະສາດ ທີ່ເປັນບຸລິມະສິດ. ໃນນັ້ນ, ໃຫ້ຄົ້ນຄວ້າ ແລະ ກະກຽມແຜນລະອຽດກ່ຽວກັບການປະກາດເອົາວຽກງານພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ເປັນວາລະແຫ່ງຊາດ.
ໃນເງື່ອນໄຂສະພາບແວດລ້ອມພາກພື້ນ ແລະ ສາກົນ ມີຄວາມເຄັ່ງຮ້ອນ, ສັບສົນ ແລະ ຜັນແປໄວວາ ກໍຄື ໃນເງື່ອນໄຂທີ່ປະເທດເຮົາ ຈະອອກຈາກສະຖານະພາບດ້ອຍພັດທະນາ ຕ້ອງສືບຕໍ່ຊີ້ນໍາວຽກງານຕ່າງປະເທດ ໃຫ້ແຂງແຮງກວ່າເກົ່າ, ເປັນເຈົ້າການກວ່າເກົ່າ ແລະ ຢູ່ໃນທ່າບຸກກວ່າເກົ່າ ສາມາດສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ບັນດາສະຫາຍກຳມະການສູນກາງພັກ ຈະພ້ອມພຽງຮຽງໜ້າກັນເສີມຂະຫຍາຍ ມານະຈິດປະຕິວັດ ແລະ ທາດແທ້, ມູນເຊື້ອອັນສະຫງ່າລາສີຂອງພັກ ກໍຄື ຂອງອົງການນຳສູງສຸດ ຂອງພັກເຮົາໃຫ້ສູງຂຶ້ນເລື້ອຍໆ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເຂົ້າສູ່ຂະບວນການຕົວຈິງ ຢ່າງມີໄຊ”.
ພາບ: ຂັນໄຊ