ໃນວັນທີ 05 ມີນາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດຣ. ໄຊອາ ມາອຸ ປິວກາລາ, ຜູ້ອໍານວຍການ ອົງການອະນາໄມໂລກ ປະຈຳ ພາກພື້ນອາຊີ-ປາຊີຟິກຕາເວັນຕົກ.
ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ດຣ. ໄຊອາ ມາອຸ ປິວກາລາ ຄັ້ງນີ້, ເຊິ່ງເປັນຄັ້ງທີສອງ ໃນຖານະເປັນຜູ້ອໍານວຍການ ອົງການອະນາໄມໂລກ ປະຈຳ ພາກພື້ນອາຊີ-ປາຊີຟິກຕາເວັນຕົກ, ພາຍຫຼັງທີ່ເຄີຍມາຢ້ຽມຢາມ ສປປ ລາວ ໃນປີ 2024 ໃນໄລຍະທີ່ ສປປ ລາວ ເປັນປະທານກອງປະຊຸມສຸດຍອດອາຊຽນ, ອັນເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມື ລະຫວ່າງ ອົງການອະນາໄມໂລກ ແລະ ສປປ ລາວ ຕະຫຼອດມາ. ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍໄດ້ສ້າງຕັ້ງຫ້ອງການຂອງຕົນ ປະຈໍາຢູ່ ສປປ ລາວ ໃນປີ 1962 ເປັນຕົ້ນມາ. ອົງການອະນາໄມໂລກ ໄດ້ມີບົດບາດປະກອບສ່ວນປັບປຸງວຽກງານໃນຂະແໜງສາທາລະນະສຸກ, ເຊິ່ງໄດ້ມີຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນການລົບລ້າງພະຍາດຂາຊ້າງ, ພະຍາດຕາສານ ແລະ ພະຍາດໄຂ້ມາລາເຣຍ, ການພັດທະນາວຽກງານການໃຫ້ວັກຊີນທົ່ວປະເທດ, ການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວຽກງານການຊຸກຍູ້ໃຫ້ອັດຕາການເສຍຊີວິດຂອງແມ່ຫຼຸດລົງເກືອບ 80%. ປະຈຸບັນ, ສປປ ລາວ ແລະ ອົງການອະນາໄມໂລກ ພວມຮ່ວມກັນຈັດຕັ້ງປະຕິບັດບັນດາແຜນງານສາທາລະນະສຸກ ຕາມຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກ (2024 – 2028), ເຊິ່ງກວມເອົາ 04 ບູລິມະສິດດ້ານຍຸດທະສາດ: 1). ການສົ່ງເສີມລະບົບສາທາລະນະສຸກໃຫ້ມີຄວາມຍືນຍົງ ແລະ ສາມາດປັບຕົວຕາມສະພາບ ເພື່ອກ້າວໄປສູ່ການປົກຄຸມສຸຂະພາບທົ່ວປວງຊົນ, 2). ການສະໜອງການຄຸ້ມຄອງປະຊາຊົນຈາກເຫດການສຸກເສີນ ດ້ານສາທາລະນະສຸກ ແລະ ການເຈັບເປັນຈາກພະຍາດຕ່າງໆ, 3). ວິໄສທັດດ້ານສາທາລະນະສຸກ ຂອງ ສປປ ລາວ ແມ່ນສຸຂະພາບແຂງແຮງທຸກຖ້ວນໜ້າ, 4). ການມີສຸຂະພາບ ແລະ ຄວາມເປັນຢູ່ທີ່ດີສຳລັບທຸກຄົນ. ຄຽງຄູ່ກັນນັ້ນ, ກໍ່ຍັງໄດ້ກຳນົດແຜນບູລິມະສິດວຽກງານສາທາລະນະສຸກ ເພື່ອຈັດຕັ້ງປະຕິບັດຄຽງຄູ່ກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປົ້າໝາຍພັດທະນາແບບຍືນຍົງ.

ໃນໂອກາດນີ້, ທ່ານ ດຣ. ໄຊອາ ມາອຸ ປິວກາລາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ຄວາມຄືບໜ້າຂອງ ສປປ ລາວ ໃນການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ. ນອກຈາກນັ້ນ, ທ່ານ ດຣ ໄຊອາ ມາອຸ ປິວກາລາ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບຄວາມກ້າວໜ້າຢ່າງຕໍ່ເນື່ອງຂອງ ລັດຖະບານ ສປປ ລາວ ໃນການຮັບປະກັນໃຫ້ປະຊາຊົນລາວ ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນຂອບວຽກງານສາທາລະນະສຸກ ທັງໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໃນຕອນທ້າຍ, ທ່ານ ດຣ. ໄຊອາ ມາອຸ ປິວກາລາ ໄດ້ໃຫ້ຄຳໝາຍໝັ້ນສັນຍາທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສາທາລະນະສຸກ ກໍ່ຄື ລັດຖະບານ ແຫ່ງ ສປປ ລາວ ຢ່າງເຕັມສ່ວນເພື່ອສົ່ງເສີມໃຫ້ປະຊາຊົນລາວມີສຸຂະພາບແຂງແຮງໃນທຸກຖ້ວນໜ້າ.


