ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສົ່ງເສີມສຸຂະພາບເດັກຢູ່ໃນລາວ ຜ່ານການໃຫ້ວັກຊິນກັນພະຍາດ-ເສີມສ້າງການມີສ່ວນຮ່ວມຂອງສື່ມວນຊົນ ແລະ ຄົນໃນຊຸມຊົນ

Mar 18, 2026

ຊຸດຝຶກຮົມລະດັບຊາດ ພາຍໃຕ້ຫົວຂໍ້ “ການສົ່ງເສີມສຸຂະພາບເດັກຢູ່ໃນ ສປປ ລາວ ຜ່ານການໃຫ້ວັກຊິນກັນພະຍາດ ແລະ ການເສີມສ້າງການມີສ່ວນຮ່ວມຂອງສື່ມວນຊົນ ແລະ ຄົນໃນຊຸມຊົນ” ຈັດຂຶ້ນວັນທີ 18 ມີນາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກ ສູນກາງແນວລາວສ້າງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງສາທາລະນະສຸກ, ສະຫະພັນແມ່ຍິງ, ອົງການອຸຍນີເຊບ ແລະ ຄູ່ຮ່ວມງານພາກສ່ວນອື່ນໆ ເຂົ້າຮ່ວມ.
May be an image of text May be an image of lighting, table and dais
ການຝຶກອົບຮົມຄັ້ງນີ້, ໄດ້ສຸມໃສ່ຄວາມສໍາຄັນຂອງການສື່ສານ, ການລະດົມຊຸມຊົນ ແລະ ການຮ່ວມມືລະຫວ່າງພາກສ່ວນຕ່າງໆໃນການປັບປຸງຜົນໄດ້ຮັບສຸຂະພາບເດັກໃນທົ່ວປະເທດ. ຜູ້ເຂົ້າຮ່ວມ ໄດ້ທົບທວນຄືນຂໍ້ມູນກ່ຽວກັບ ສຸຂະພາບ ແລະ ການປ້ອງກັນພະຍາດຂອງເດັກຢູ່ໃນ ສປປ ລາວ, ພ້ອມທັງຊອກຫາວິທີແກ້ໄຂຂ່າວທີ່ບໍ່ຖືກຕ້ອງ ແລະ ຄົ້ນຄວ້າເບິ່ງວ່າຜູ້ນຳຊຸມຊົນ ແລະ ອົງການຈັດຕັ້ງມະຫາຊົນ ສາມາດຊ່ວຍເພີ່ມຄວາມເຊື່ອໝັ້ນໃນການບໍລິການສຸຂະພາບ ແລະ ວັກຊິນ ຄືແນວໃດ.
ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການຮ່ວມມືຂອງທຸກພາກສ່ວນ ລວມເຖິງຊຸມຊົນ ເພື່ອປົກປ້ອງສຸຂະພາບຂອງເດັກ.
May be an image of text
“ການປົກປ້ອງສຸຂະພາບເດັກ ຮຽກຮ້ອງໃຫ້ມີການຮ່ວມມືຈາກທຸກຂະແໜງການ ແລະ ທຸກລະດັບຂອງສັງຄົມ, ຜ່ານເຄືອຂ່າຍຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ຜູ້ນຳຊຸມຊົນ ສາມາດມີບົດບາດສໍາຄັນໃນການປຸກລະດົມຄອບຄົວ, ແກ້ໄຂຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ເສີມສ້າງຄວາມໝັ້ນໃຈໃນການບໍລິການສຸຂະພາບ ເພື່ອໃຫ້ເດັກທຸກໆຄົນໄດ້ຮັບວັກຊິນປ້ອງກັນຊີວິດ.”
ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ການໃຫ້ວັກຊິນ ແມ່ນວິທີທາງປົກປ້ອງເດັກທີ່ມີປະສິດທິພາບທີ່ສຸດຈາກພະຍາດທີ່ອັນຕະລາຍຕໍ່ຊີວິດ, ກະຊວງສາທາລະນະສຸກ ໃຫ້ຄວາມສໍາຄັນຕໍ່ການສ້າງຄວາມເຂັ້ມແຂງດ້ານການບໍລິການໃຫ້ວັກຊິນ ເພື່ອຮັບປະກັນວ່າເດັກນ້ອຍທຸກໆຄົນຢູ່ໃນລາວ, ລວມທັເຂດຫ່າງໄກສອກຫຼີກ ຈະໄດ້ຮັບວັກຊິນຊ່ວຍຊີວິດ.