ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ຢ້ຽມຊົມ ພິພິທະພັນພະທາດຫຼວງວຽງຈັນ

Mar 18, 2026

ໃນຕອນບ່າຍຂອງວັນທີ 18 ມີນາ 2026, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຊົມ ພິທິທະພັນພະທາດຫຼວງວຽງຈັນ ຊຶ່ງໃຫ້ກຽດຕ້ອນຮັບໂດຍ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

ໃນໂອກາດດັ່ງກ່າວ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຮ່ວມກັນຈູດທຽນບູຊາພຣະຣັດຕະນະໄຕຣ, ຖະຫວາຍທານແກ່ພຣະສົງ 9 ອົງ, ຮັບຟັງພຣະສົງສູດ ແລະ ຢາດນໍ້າຮັບພອນ ເພື່ອເປັນສິລິມຸງຄຸນ.

ຫຼັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຍ່າງຊົມພະທາດຫຼວງວຽງຈັນ ແລະ ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ. ໃນຕອນທ້າຍ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ໄດ້ໃຫ້ກຽດລົງນາມປຶ້ມຢ້ຽມຢາມ ເພື່ອເປັນທີ່ລະນຶກ ໃຫ້ແກ່ພິພິທະພັນພະທາດຫຼວງວຽງຈັນ. ພາຍຫຼັງສໍາເລັດການຢ້ຽມຊົມ, ສອງປະມຸກລັດ ລາວ-ໄທ ພ້ອມດ້ວຍພັນລະຍາ ກໍໄດ້ກ່າວອໍາລາ ແລະ ອວຍພອນໄຊອັນປະເສີດ ດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ຄວາມຮັກແພງເຊິ່ງກັນ ແລະ ກັນ.

ພະທາດຫຼວງວຽງຈັນ ແມ່ນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວ ກໍຄື ຊາວພຸດທົ່ວປະເທດ, ທັງເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາທີ່ສໍາຄັນຂອງ ສປປ ລາວ ອີກດ້ວຍ.