ພິທີສະເຫຼີມສະຫຼອງ ປະກາດການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດ ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2026 ທີ່ເມືອງທ່າແຂກ, ແຂວງຄຳມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ, ອະດີດການນຳຂັ້ນສູງ, ການນຳແຂວງຄຳມ່ວນ, ທ່ານ ຮອງປະທານຜູ້ປະຈໍາການຄະນະກໍາມະການປົກຄອງແຂວງກວາງຈິ, ສສ ຫວຽດນາມ, ພ້ອມດ້ວຍເອກອັກຄະລັດຖະທູດ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທໍາມະຊາດ ແຫ່ງທຳອິດ ຂອງ ສປປ ລາວ, ມີເນື້ອທີ່ທັງໝົດ 82 ພັນເຮັກຕາ, ມີຄວາມໂດດເດັ່ນດ້ານທໍລະນີສາດ, ຊີວະນາໆພັນທີ່ອຸດົມສົມບູນ ແລະ ພູມສັນຖານພູຫີນປູນ ທີ່ສວຍງາມເປັນເອກະລັກ. ຂະບວນການກະກຽມ ແລະ ສະເໜີເພື່ອໃຫ້ໄດ້ຮັບການຮັບຮອງເປັນມໍລະດົກໂລກນີ້ ໄດ້ໃຊ້ເວລາ 20 ກວ່າປີ ໂດຍໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງ ຈາກລັດຖະບານ ສສ ຫວຽດນາມ ແລະ ລັດຖະບານເຢຍລະມັນ ຜ່ານອົງການ GIZ ຊຶ່ງໄດ້ຮັບການຮັບຮອງຢ່າງເປັນທາງການ ໃນກອງປະຊຸມຄະນະກໍາມະການມໍລະດົກໂລກ ຄັ້ງທີ 47 ທີ່ຈັດຂຶ້ນໃນວັນທີ 13 ກໍລະກົດ 2025 ທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ. ການຮັບຮອງຄັ້ງນີ້ ຖືເປັນປະຫວັດສາດສໍາລັບ ສປປ ລາວ, ເນື່ອງຈາກເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດ ຂອງປະເທດ ແລະ ເປັນມໍລະດົກໂລກທາງທໍາມະຊາດ ແບບຮ່ວມຊາຍແດນສອງປະເທດແຫ່ງທໍາອິດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ໄດ້ເຊື່ອມຕໍ່ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ຂອງ ສສ ຫວຽດນາມ. ການຮັບຮອງຄັ້ງນີ້ຖືເປັນມໍລະດົກໂລກແຫ່ງທີ 4 ຂອງ ສປປ ລາວ ຖັດຈາກຫຼວງພະບາງ, ວັດພູຈໍາປາສັກ ແລະ ທົ່ງໄຫຫີນຊຽງຂວາງ. ນີ້ເປັນການຢັ້ງຢືນເຖິງແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານ ໃນການປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າຂອງມໍລະດົກແຫ່ງຊາດ, ກາຍເປັນມໍຣະດົກອັນລໍ້າຄ່າ ແລະ ຍືນຍົງ, ນໍາໃຊ້ເປັນທ່າແຮງດ້ານການທ່ອງທ່ຽວ ໃຫ້ເກີດປະໂຫຍດສູງສຸດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຕາມທິດສີຂຽວ-ຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.




