ໃນລະຫວ່າງວັນທີ 19-20 ມີນາ 2026 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ຄະນະກໍາມະການຄຸ້ມຄອງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (ອສບລ), ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (ອສບລ) ຄັ້ງທີ V ຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ໂດຍມີການເຂົ້າຮ່ວມ ຂອງບັນດາປະທານ ແລະ ຮອງປະທານຄະນະກຳມະການປົກຄອງແຂວງ, ຮອງລັດຖະມົນຕີກະຊວງກ່ຽວຂ້ອງ, ບັນດາທູຕານຸທູດ, ຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ, ບັນດາອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (INGOs) ຢູ່ ສປປ ລາວ ແລະ ຕາງໜ້າອົງການຈັດຕັ້ງທາງສັງຄົມຂອງລາວ ທັງໝົດຫຼາຍກວ່າ 300 ທ່ານ.

ກອງປະຊຸມຄັ້ງນີ້ ໄດ້ຕີລາຄືນສະພາບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງສາກົນທີ່ ບໍ່ສັງກັດລັດຖະບານ (INGOs) ໃນໄລຍະ 4 ປີຜ່ານມາ (2022-2025) ໂດຍໄດ້ຍົກໃຫ້ເຫັນເຖິງການປະກອບສ່ວນ ຂອງບັນດາໂຄງການຊ່ວຍເຫຼືອ ຂອງ ອສບລ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ບັນດາໂຄງການຊ່ວຍເຫຼືອສ່ວນໃຫຍ່ ແມ່ນຢູ່ຂັ້ນທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ເປັນຕົ້ນການຊ່ວຍເຫຼືອດ້ານມະນຸດສະທໍາ, ການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ສິ່ງແວດລ້ອມ, ແຮງງານ ແລະ ສະຫວັດດີການສັງຄົມ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆ.

ກອງປະຊຸມ ໄດ້ປຶກສາຫາລື ເພື່ອປັບປຸງຂອດການປະສານງານ ລະຫວ່າງສູນກາງກັບທ້ອງຖິ່ນ ໂດຍໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍ ໃນໄລຍະຜ່ານມາ, ການສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິງຕໍ່ລະບຽບຫຼັກການ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຂອງບັນດາຂະແໜງການ, ພ້ອມທັງການຊອກຫາວິທີທາງເພື່ອເພີ້ມປະສິດທິຜົນ ຂອງການປະຕິບັດໂຄງການຮ່ວມມືໃຫ້ມີປະສິດທະພາບຂຶ້ນກວ່າເກົ່າ, ພ້ອມທັງສອດຄ່ອງກັບບູລິມະສິດຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ຫຼາຍຂຶ້ນ.

ໃນພາກກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ກັບບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ຜູ້ໃຫ້ທຶນ ແລະ ອົງກົນຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມຂອງລາວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະຫຼຸບຕີລາຄາສະພາບການຮ່ວມມື ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ໃນໄລຍະ 5 ປີຜ່ານມາ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຫຼາຍດ້ານ ແລະ ສິ່ງທ້າທາຍ. ພ້ອມນີ້, ຍັງໄດ້ສະເໜີທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການຮ່ວມມື ມີປະສິດທິຜົນຂຶ້ນກວ່າເກົ່າ.

ໃນໂອກາດນີ້, ກອງປະຊຸມ ຍັງໄດ້ຮັບຟັງການນຳສະເໜີເນື້ອໃນຮ່າງດຳລັດ ວ່າດ້ວຍອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (ສະບັບປັບປຸງ) ໂດຍ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງ ອສບລ, ຊຶ່ງມາຮອດປັດຈຸບັນ ໄດ້ຜ່ານການຮັບຮອງໃນກອງປະຊຸມລັດຖະບານ ແລະ ຢູ່ໃນໄລຍະການຮຽບຮຽງຄືນສຸດທ້າຍ, ໂດຍອີງຕາມຄໍາເຫັນຂອງສະມາຊິກຄະນະລັດຖະບານ ຄັ້ງວັນທີ 25 ກຸມພາ ຜ່ານມາ. ການປັບປຸງດຳລັດດັ່ງກ່າວ ໄດ້ຜ່ານຂະບວນການປະກອບຄຳຄິດເຫັນທຸກຂະແໜງການທັງຢູ່ ສູນກາງ ແລະ ທ້ອງຖິ່ນ, ແລະ ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ ຂອງ ລັດຖະບານ ສປປ ລາວ ໃນການອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ປັດຈຸບັນ ມີອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ທີ່ມີໂຄງການຮ່ວມມື ຢູ່ ສປປ ລາວ ທັງໝົດ 134 ອົງການ, ໃນມູນຄ່ານັບແຕ່ປີ 2022-2025 ປະມານ 428 ລ້ານໂດລາສະຫະລັດ ສະເລ່ຍປີລະ 107 ລ້ານໂດລາສະຫະລັດ (ໃນນີ້ລວມເອົາງົບປະມານບໍລິຫານໂຄງການສະເລ່ຍ 30%). ຕະຫຼອດໄລຍະເວລາ 4 ປີຜ່ານມາ, ການຮ່ວມມື ລະຫວ່າງ ສປປ ລາວ ອົງການຈັດຕັ້ງສາກົນທີ່ ບໍ່ສັງກັດລັດຖະບານ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືເປົ້າໝາຍການພັດທະນາແບບຍືນຍົງ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປໃນບັນຍາກາດທີ່ສ້າງສັນ ໂດຍໄດ້ຮັບຟັງການປະກອບຄວາມຄິດເຫັນແບບກົງໄປກົງມາ ຂອງການນໍາຂະແໜງການ ແລະ ທ້ອງຖິ່ນ, ລວມທັງບັນດາອົງການຈັດຕັ້ງສາກົນທີ່ ບໍ່ສັງກັດລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮ່ວມກັນຊອກຫາມາດຕະການ ເພື່ອແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ການຄຸ້ມຄອງ ອສບລ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ມີປະສິດທິຜົນຫຼາຍຂຶ້ນ ແນໃສ່ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເທື່ອລະກ້າວ.


