ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະເທດໃນພາກພື້ນອາຊີ-ປາຊີຟິກ, ລວມທັງລາວ ດຳເນີນມາດຕະການຢ່າງວ່ອງໄວເພື່ອຮັບມືກັບວິກິດນໍ້າມັນເຊື້ອໄຟ

Mar 25, 2026

​ຄວາມຂັດແຍ້ງກັນທີ່ຍັງເພີ່ມທະວີຂຶ້ນຢູ່ພາກພື້ນຕາເວັນອອກກາງ ເຮັດໃຫ້ເກີດຄື້ນຄວາມຜັນຜວນໃນຕະຫຼາດພະລັງງານຢ່າງໜັກ ໂດຍສະເພາະໃນພາກພື້ນອາຊີ-ປາຊີຟິກເນື່ອງຈາກລາຄານໍ້າມັນ ເພີ່ມຂຶ້ນຢ່າງວ່ອງໄວ, ເກີດການຢຸດສະງັກຂອງຕ່ອງໂສ້ການສະໜອງ ແລະ ຄວາມກັງວົນກ່ຽວກັບແຮງກົດດັນຈາກໄພເງິນເຟີ້.
ສະຖານະການທີ່ເກີດຂຶ້ນ ໄດ້ສົ່ງຜົນກະທົບຕໍ່ດ້ານພະລັງງານແບບຕ່ອງໂສ້ຜ່ານພາກພື້ນອາຊີ-ປາຊີຟິກ ເພາະເປັນພາກພື້ນທີ່ອາໄສການນຳເຂົ້ານໍ້າມັນດິບ ແລະ ອາຍແກັສຈາກພາກພື້ນຕາເວັນອອກກາງເປັນສ່ວນໃຫຍ່. ນັບແຕ່ເກີດການປະທະກັນຄັ້ງຫຼ້າສຸດເປັນຕົ້ນມາ, ນໍ້າມັນຢູ່ຫຼາຍປະເທດໃນພາກພື້ນນີ້ ມີລາຄາເພີ່ມຂຶ້ນແບບກ້າວກະໂດດ, ບໍ່ສາມາດຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການຂອງການຊົມໃຊ້ຕົວຈິງ. ຄວາມຜັນຜວນທີ່ເກີດຂຶ້ນໄດ້ຈຸດປະກາຍໃຫ້ເກີດການຊື້ສິນຄ້າແບບຕື່ນຕົກໃຈຢູ່ຫຼາຍປະເທດ, ນັບຕັ້ງແຕ່ແກັສໃນອິນເດຍ ຈົນຮອດນໍ້າມັນແອັດຊັງໃນນູແວນເຊລັງ ແລະ ຟິລິບປິນ. ສ່ວນ ຢູ່ ລາວ, ກໍາປູເຈຍ, ມຽນມາ, ສີລັງກາ, ໄທ, ບັງກລາເດັດ ແລະອື່ນໆ ຕ່າງປະສົບບັນຫາຂາດເຂີນນໍ້າມັນເຊັ່ນດຽວກັນ.
May be an image of one or more people and text
ວິກິດດ້ານພະລັງງານ ເຮັດໃຫ້ເກີດຜົນກະທົບຢ່າງໃຫຍ່ຫຼວງຕາມມາ ເຊັ່ນ: ຕົ້ນທຶນການຂົນສົ່ງ, ລາຄາເຄື່ອງອຸປະໂພກ-ບໍລິໂພກ, ການບໍລິການຕ່າງໆ, ຄ່າຄອງຊີບ ແລະອື່ນໆ, ລວມເຖິງແຮງກົດດັນດ້ານເງິນເຟີ້ລ້ວນແຕ່ເພີ່ມຂຶ້ນ. ເມື່ອປະເຊີນກັບສິ່ງທ້າທາຍເຫຼົ່ານີ້, ລັດຖະບານປະເທດໃນພາກພື້ນອາຊີ-ປາຊີຟິກ ລວມທັງປະເທດລາວ ໄດ້ຮີບຮ້ອນວາງມາດຕະການຮັບມືທັງໄລຍະສັ້ນ ແລະ ໄລຍະຍາວ ເພື່ອຮັກສາສະຖຽນລະພາບການສະໜອງນໍ້າມັນ ແລະ ກຽມພ້ອມຮັບມືດ້ານພະລັງງານແບບຍືນຍົງ ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຈາກວິກິດນໍ້າມັນໃນເທື່ອນີ້.
ເວົ້າສຳລັບລາວເຮົາ ທີ່ເປັນປະເທດນໍາເຂົ້ານໍ້າມັນເຊື້ອໄຟ 100%, ລັດຖະບານໄດ້ວາງຫຼາຍມາດຕະການສໍາຄັນ ເຊັ່ນ: ການຈັດສັນໂຄຕ້ານໍ້າມັນໃຫ້ບໍລິສັດນໍາເຂົ້າ, ກໍານົດລາຄາຈໍາໜ່າຍ, ຫຼຸດຜ່ອນອັດຕາພາສີນໍາເຂົ້ານໍ້າມັນ, ຫຼຸດອາກອນຊົມໃຊ້ນໍ້າມັນ, ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມຫັນມານໍາໃຊ້ລົດໄຟຟ້າ ແລະການຂົນສົ່ງສາທາລະນະ, ຫ້າມບັນດາປໍ້ານໍ້າມັນສວຍໂອກາດຂຶ້ນລາຄາ ແລະ ກັກຕຸນນໍ້າມັນ, ໃຫ້ພະນັກງານລັດຜັດປ່ຽນກັນມາປະຈໍາການ, ໃຫ້ບັນດາສະຖາບັນການສຶກສາຊັ້ນສູງທັງພາກລັດ ແລະ ເອກະຊົນຫຼດຜ່ອນການຮຽນ-ການສອນຈາກ 5 ວັນ ເປັນ 3 ວັນຕໍ່ອາທິດ ແລະອື່ນໆ ເພື່ອຫຼຸດຜ່ອນການຊົມໃຊ້ນໍ້າມັນພາຍໃນປະເທດ.
ສ່ວນຫວຽດນາມ ໄດ້ປະກາດນໍາໃຊ້ມາດຕະການພາສີນໍາເຂົ້ານໍ້າມັນເຊື້ອໄຟເປັນສູນ, ສົ່ງເສີມການເຮັດວຽກທາງໄກ, ໃຊ້ລົດຮ່ວມກັນ, ໃຊ້ລົດໂດຍສານສາທາລະນະ ແລະ ລົດໄຟຟ້າ. ປະເທດໄທ ໄດ້ໃຫ້ໜ່ວຍງານລັດເຮັດວຽກຢູ່ເຮືອນ ແລະ ງົດການໄປປະຕິບັດວຽກງານຢູ່ຕ່າງປະເທດ. ມາເລເຊຍ ໄດ້ຕັດສິນໃຈຫຼຸດການເດີນທາງຕ່າງປະເທດຂອງລັດຖະມົນຕີ ແລະ ປັບຂະໜາດການສະເຫຼີມສະຫຼອງຫຼັງຈາກສໍາເລັດການຖືສິນອົດຂອງໜ່ວຍງານລັດ ແລະ ບໍລິສັດທີ່ກ່ຽວຂ້ອງກັບລັດ ເພື່ອຫຼຸດຜ່ອນແຮງກົດດັນດ້ານພະລັງງານ ແລະ ການເງິນ.
May be an image of jeep, ambulance, van, road and text
ກໍາປູເຈຍ ໄດ້ປັບຫຼຸດພາສີນໍາເຂົ້ານໍ້າມັນ ແລະ ພາສີມູນຄ່າເພີ່ມລົງເຫຼືອສູນ, ພ້ອມທັງຊອກຫາແຫຼ່ງນໍາເຂົ້ານໍ້າມັນໂດຍສະເພາະຈາກສິງກະໂປ ແລະ ມາເລເຊຍ. ຟິລິບປິນ ໄດ້ອອກມາດຕະການໃຫ້ພະນັກງານລັດເຮັດວຽກຢູ່ເຮືອນຢ່າງໜ້ອຍ 1 ວັນຕໍ່ອາທິດ, ພ້ອມທັງຫ້າມໜ່ວຍງານຂອງລັດເດີນທາງໄປປະຕິບັດພາລະກິດທີ່ບໍ່ຈໍາເປັນ ແລະ ກຽມຫຼຸດພາສີຫຼາຍຢ່າງ. ສ່ວນ ສິງກະໂປ, ມຽນມາ, ອິນໂດເນເຊຍ ແລະ ປະເທດອື່ນໆ ຕ່າງໄດ້ອອກມາດຕະການຮັບມືທີ່ຈໍາເປັນເຊັ່ນດຽວກັນ.
ສ່ວນຢູ່ອາຊີໃຕ້, ປາກິດສະຖານ ໄດ້ນໍາໃຊ້ມາດຕະການປະຢັດນໍ້າມັນຢ່າງຂະໜາດໃຫຍ່ດ້ວຍການຫຼຸດການສະໜອງນໍ້າມັນໃຫ້ໜ່ວຍງານຂອງລັດ 50% ເປັນເວລາສອງເດືອນ, ຫຼຸດການນໍາໃຊ້ລົດລັດຖະການ 60%, ຫຼຸດວັນເຮັດວຽກລັດຖະການເຫຼືອ 4 ມື້ຕໍ່ອາທິດ ແລະ ປິດໂຮງຮຽນ 2 ອາທິດ. ຢູ່ສີລັງກາ, ບັງກລາເດັດ ແລະອື່ນໆ ກໍອອກມາດຕະການຮັບມືຮີບດ່ວນເຊັ່ນດຽວກັນ.
ຫຼາຍປະເທດໄດ້ເຄື່ອນໄຫວຢ່າງວ່ອງໄວ ເພື່ອໃຊ້ປະໂຫຍດຈາກນໍ້າມັນສໍາຮອງທາງຍຸດທະສາດ ແລະ ປັບປຸງການສະໜອງເພື່ອຫຼຸດຜ່ອນຜົນກະທົບໃນທັນທີ. ອົດສະຕຣາລີ ໄດ້ປ່ອຍນໍ້າມັນສຳຮອງອອກສູ່ສັງຄົມພາຍໃນປະເທດສູງເຖິງ 762 ລ້ານລິດ ແລະ ຜ່ອນຜັນມາດຕະຖານຄຸນນະພາບນໍ້າມັນຊົ່ວຄາວ ເປັນເວລາ 60 ວັນ, ສາມາດເພີ່ມການສະໜອງນໍ້າມັນແອັດຊັງໄດ້ 100 ລ້ານລິດ ຕໍ່ເດືອນ. ຂະນະທີ່ສື່ມວນຊົນຍີ່ປຸ່ນ ລາຍງານວ່າ: ຍີ່ປຸ່ນໄດ້ປ່ອຍນໍ້າມັນສໍາຮອງຍຸດທະສາດ ເລີ່ມແຕ່ວັນທີ 16 ມີນາ 2026 ໂດຍເລີ່ມຈາກຄັງສໍາຮອງເອກະຊົນ 15 ວັນ ແລະ ຄັງສໍາຮອງຂອງລັດຖະບານ 30 ວັນ ເພື່ອຮັບມືກັບການຫຼຸດລົງຂອງການນຳເຂົ້າ ແລະ ລາຄາຂາຍຍ່ອຍທີ່ເພີ່ມຂຶ້ນ.
No photo description available.
ວິກິດທີ່ເກີດນ້ຳມັນທີ່ເກີດຈາກການປະທະກັນຢູ່ພາກພື້ນຕາເວັນອອກກາງ ເຮັດໃຫ້ປະຊາຄົມໂລກຕ່າງກັງວົນທີ່ສຸດ ເນື່ອງຈາກຜົນກະທົບທີ່ຕາມມາບໍ່ໄດ້ເກີດຂຶ້ນຢູ່ພຽງແຕ່ພາກພື້ນນີ້ເທົ່ານັ້ນ, ຍັງສົ່ງຜົນກະທົບຕໍ່ຫຼາຍປະເທດ ກໍຄື ຫຼາຍພາກພື້ນທົ່ວໂລກໃນລະດັບທີ່ແຕກຕ່າງກັນ.
ໃນຖະແຫຼງການຮ່ວມຂອງລັດຖະມົນຕີເສດຖະກິດອາຊຽນເມື່ອບໍ່ດົນມານີ້ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຄຸ້ມຄອງການຊົມໃຊ້ພະລັງງານ, ການກະຈາຍແຫຼ່ງພະລັງງານ ແລະ ເສັ້ນທາງການສະໜອງ ໂດຍສະເພາະຜ່ານເຊື້ອໄຟຊີວະພາບ ແລະ ພະລັງງານໝູນວຽນ, ເລັ່ງການປ່ຽນຜ່ານໄປສູ່ພະລັງງານໝູນວຽນ ແລະ ການພັດທະນາແຫຼ່ງພະລັງງານທາງເລືອກ, ພ້ອມທັງຮຽກຮ້ອງໃຫ້ຫຼຸດຜ່ອນລະດັບການປະທະກັນຢູ່ພາກພື້ນຕາເວັນອອກກາງ ໂດຍຜ່ານທາງການທູດ ແລະ ການເຈລະຈາແບບສັນຕິວິທີ, ຍຸດຕິການສູ້ຮົບ, ໃຊ້ຄວາມອົດທົນອົດກັ້ນ ແລະ ສະແຫວງຫາການເຈລະຈາຈາກທຸກຝ່າຍທີ່ກ່ຽວຂ້ອງ.
ຂະນະທີ່ຈີນຊຶ່ງເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບສອງຂອງໂລກ ຖືເປັນປະ ເທດທີ່ສາມາດຕ້ານທານກັບແຮງກະທົບຈາກວິກິດນໍ້າມັນໃນຄັ້ງນີ້ໄດ້ດີ ເພາະຈີນມີຄັງນ້ຳມັນສຳຮອງຂະໜາດໃຫຍ່ ແລະ ມີການບໍລິຫານຈັດການທີ່ດີ. ນອກນີ້ ຈີນຍັງມີການສົ່ງເສີມພະລັງງານທາງເລືອກຢ່າງເຂັ້ມແຂງ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ ແລະອື່ນໆ.
ນອກນີ້, ໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບຕໍ່ໂລກ, ຈີນໄດ້ປະກອບສ່ວນສໍາຄັນເຂົ້າໃນການໄກ່ເກ່ຍບັນຫາໃນພາກພື້ນຕາເວັນອອກກາງ, ລວມທັງໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາແກ່ປະຊາຊົນຜູ້ປະສົບໄພຫຼາຍປະເທດໃນພາກພື້ນນີ້ເພື່ອໃຫ້ເຂົາເຈົ້າມີຊີວິດການເປັນຢູ່ດີຂຶ້ນ.
ເວົ້າສະເພາະປະເທດລາວ, ໃນໄລຍະທີ່ເກີດວິກິດນໍ້າມັນ, ຈີນໄດ້ສະໜອງນໍ້າມັນໃຫ້ລາວແລ້ວ 222.000 ລິດ. ຂະນະດຽວກັນນີ້, ຈາກສະພາບວິກິດນໍ້າມັນທີ່ເກີດຂຶ້ນໃນປັດຈຸບັນ ໄດ້ກະຕຸ້ນໃຫ້ລົດໄຟຟ້າຈາກຈີນ ເປັນທີ່ນິຍົມສູງຢູ່ລາວ ແລະ ຫຼາຍປະເທດໃນອາຊຽນ, ຄາດວ່າການນໍາເຂົ້າລົດໄຟຟ້າຂອງປະເທດເຫຼົ່ານີ້ຍິ່ງຈະເພີ່ມຂຶ້ນໃນຕໍ່ໜ້າເພາະເປັນທາງເລືອກທີ່ດີ, ທັງສອດຄ່ອງກັບແນວທາງຂອງປະເທດເຫຼົ່ານີ້ໃນການສົ່ງເສີມການນໍາໃຊ້ພະລັງງານສີຂຽວ ແລະ ຍືນຍົງ.
May be an image of speaker, television, dais, newsroom and text
ປັດຈຸບັນ, ຄວາມຂັດແຍ້ງກັນທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ ປຽບຄືດັ່ງໝໍ້ນໍ້າຮ້ອນທີ່ຟົດເດືອດແລະ ຍັງບໍ່ມີທ່າອ່ຽງຈະເຢັນລົງ, ເຊັ່ນດຽວກັບວິກິດນໍ້າມັນເຊື້ອໄຟທີ່ເກີດຂຶ້ນໃນພາກພື້ນອາຊີ-ປາຊີຟິກ ບໍ່ຮູ້ວ່າຈະດໍາເນີນໄປອີກດົນປານໃດ. ນັບຈາກນີ້ໄປແມ່ນຂຶ້ນຢູ່ກັບແຕ່ລະປະເທດໃນພາກພື້ນນີ້ວ່າຈະມີພູມຕ້ານທານ ແລະ ມາດຕະການຮັບມືທີ່ແທດເຖິງຕົວຈິງຄືແນວໃດ ເພື່ອຫຼຸດຜ່ອນແຮງກະທົບຈາກວິກິດການທີ່ເກີດຂຶ້ນໃຫ້ດີທີ່ສຸດ. ຂະນະດຽວກັນຈາກການປະທະກັນ ໄດ້ຢືນຢັນໃຫ້ເຫັນຢ່າງຈະແຈ້ງວ່າ: ສົງຄາມມີແຕ່ນໍາມາເຊິ່ງການສູນເສຍ ແລະ ສົ່ງຜົນກະທົບໄປທົ່ວໂລກໃນລະດັບທີ່ແຕກຕ່າງກັນ. ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວໄຟສົງຄາມທີ່ເກີດຂຶ້ນຢູ່ພາກພື້ນໃດໜຶ່ງ, ມີພຽງແຕ່ການຍຸດຕິສົງຄາມ, ການເຈລະຈາ ແລະ ປຶກສາຫາລືກັນຢ່າງສັນຕິເທົ່ານັ້ນ ຈຶ່ງຈະສາມາດແກ້ໄຂບັນຫາ ແລະ ຊຸກຍູ້ຄວາມເຄັ່ງຕຶງຂອງເສດຖະກິດໂລກໃຫ້ຜ່ອນຄາຍລົງໄດ້.
ໂດຍ: BT, ວສລ