ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບ-ຮັບເງິນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ຢູ່ນະຄອນຫຼວງວຽງຈັນ

Mar 25, 2026

ໃນວັນທີ 25 ມີນາ 2026 ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ຢູ່ນະຄອນຫຼວງວຽງຈັນໃນທ້າຍອາທິດຜ່ານມາ ແຂວງລະ 100 ລ້ານກີບ ລວມມູນຄ່າ 700 ລ້ານກີບ ໂດຍການກ່າວຮັບຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ.
May be an image of one or more people and text May be an image of dais and text
ບັນດາແຂວງທີ່ມອບເງິນຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ແຂວງ ບໍລິຄໍາໄຊ, ຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ, ອຸດົມໄຊ, ບໍ່ແກ້ວ ແລະ ແຂວງວຽງຈັນ ຊື່ງແມ່ນເລຂາຄະນະພັກ ຂອງບັນດາແຂວງເປັນຜູ້ມອບ.
May be an image of one or more people, dais and text May be an image of one or more people, dais and text
ພາຍຸໝາກເຫັບໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 2 ເມືອງຄືເມືອງນາຊາຍທອງ ແລະ ສີໂຄດຕະບອງ ໃນນີ້ໜັກກວ່າໝູ່ແມ່ນເຂດເມືອງ ສີໂຄດຕະບອງ ມີ 10 ບ້ານຄື: ບ້ານວຽງຄໍາ 1.593 ຄອບຄົວ, ບ້ານຈັນສະຫວ່າງ 1.200 ຄອບຄົວ, ບ້ານ ໂພນສົມບູນ 430 ຄອບຄົວ, ບ້ານຕາດທອງ 423 ຄອບຄົວ, ໜອງແຕ່ງເໜືອ 415 ຄອບຄົວ, ໜອງໜ້ຽວ 130 ຄອບຄົວ, ບ້ານໜອງດາ 37 ຄອບຄົວ, ໂພນສະຫວາດເໜືອ 21 ຄອບຄົວ, ບ້ານ ຈໍາປາ 22 ຄອບຄົວ ນອກຈາກນີ້ພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍ ມີໂຮງຮຽນ 4 ແຫ່ງ, ວັດ 1 ແຫ່ງ ແລະ ຫ້ອງການບ້ານ 1 ຫຼັງ.
May be an image of one or more people, dais and text May be an image of one or more people, dais and text