ໃນໂອກາດປະກອບຄໍາເຫັນຕໍ່ບົດລາຍງານ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນາ 2026 ທ່ານ ຈັນທະບູນ ສຸກອາລຸນ, ປະທານກໍາມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ອົງການກວດກາແຫ່ງລັດ ສືບຕໍ່ຄົ້ນຄ້ວາສ້າງ, ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຜັນຂະຫຍາຍບາງມາດຕາຂອງກົດໝາຍ ທີ່ຕົນຮັບຜິດຊອບໃຫ້ມີຄວາມຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດ, ພ້ອມທັງເຜີຍແຜ່ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ເປົ້າໝາຍທີ່ຖືກກວດກາ, ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ເພື່ອໃຫ້ການຮ່ວມມືຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ຊກຍູ້ແກ້ໄຂຜົນກວດກາຢ່າງຈິງຈັງ ເປັນເຈົ້າການເຂົ້າຮ່ວມ ແກ້ໄຂຜົນການກວດກາຢ່າງແຂງແຮງ ແລະ ເກັບກູ້ຄືນລາຍຮັບທີ່ກວດກາພົບເຫັນ ທີ່ຍັງຄ້າງໃນໄລຍະຜ່ານມາໃຫ້ສຳເລັດຕາມແຜນ; ສືບຕໍ່ປະສານສົມທົບ ກັບເປົ້າໝາຍທີ່ຖືກກວດກາ, ໄຈ້ແຍກລາຍຮັບ, ໜີ້ຕ້ອງຮັບ ທີ່ກວດກາເຫັນໃນໄລຍະຜ່ານມາ ອັນໃດສາມາດເກັບກູ້ໄດ້ ແລະ ອັນໃດບໍ່ສາມາດເກັບກູ້ຄືນໄດ້, ມີຕົວຕົນ ຫຼື ບໍ່ມີຕົວຕົ້ນ ເພື່ອສະເໜີສະພາແຫ່ງຊາດ ຊຸດທີ X ພິຈາລະນາ; ສືບຕໍ່ກໍ່ສ້າງພະນັກງານ-ນັກກວດກາ ໃຫ້ຍົກສູງຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ, ເປັນມືອາຊີບ, ນໍາໃຊ້ອຸປະກອນ, ເຄື່ອງມື ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຮັບປະກັນຄຸນນະພາບວຽກກວດກາ ແລະ ສືບຕໍ່ຫັນວຽກງານກວດກາເປັນທັນສະໄໝ ເພື່ອໃຫ້ການກວດກາມີຄວາມວ່ອງໄວ, ໂປ່ງໃສ, ສາມາດກວດກາໄດ້ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ.
ສ່ວນອົງການກວດສອບແຫ່ງລັດ ສະເໜີໃຫ້ເພີ່ມທະວີການກວດສອບແຕ່ຫົວທີ ບັນດາໂຄງການລົງທຶນຂອງລັດຂະໜາດໃຫ່ຍ, ລັດຮ່ວມທຶນ ຫຼື ລັດ ຄໍາປະກັນໂຄງການ ເພື່ອບໍ່ໃຫ້ເກີດຄວາມສ່ຽງຈະສ້າງໜີ້ສິນ ຫຼື ບໍ່ມີປະສິດທິຜົນ; ສືບຕໍ່ຫັນວຽກງານກວດສອບເປັນທັນສະໄໝ ໂດຍການສ້າງຖານຂໍ້ມູນກວດສອບທີ່ເຊື່ອມໂຍງຂໍ້ມູນການເງິນກັບເປົ້າໝາຍຖືກກວດສອບ ເພື່ອໃຫ້ການກວດສອບມີຄວາມວ່ອງໄວ, ໂປ່ງໃສ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ເພີ່ມທະວີການປະສານງານ, ສະໜອງຂໍ້ມູນໃຫ້ແກ່ອົງການກວດກາແຫ່ງລັດ, ກໍາມາທິການຂອງສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ, ຄົບຖ້ວນ ແລະ ທັນເວລາ.


