ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ດຶງດູດການລົງທຶນໃນກິດຈະການໂຮງງານຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດ ເພື່ອສະໜອງການຊົມໃຊ້ໃຫ້ພຽງພໍ.

Mar 26, 2026

ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ຮີບຮ້ອນຄົ້ນຄວ້າສ້າງແຜນຍຸດທະສາດນໍ້າມັນເຊື້ອໄຟ ແລະ ມີນະໂຍບາຍສົ່ງເສີມດຶງດູດການລົງທຶນໃນກິດຈະການໂຮງງານຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດ ຮັບປະກັນໃຫ້ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນພຽງພໍ ແລະ ລາຄາສົມເຫດສົມຜົນ, ຫຼີກລ່ຽງບັນຫາຂາດແຄນນໍ້າມັນເຊື້ອໄຟໃນຕໍ່ໜ້າ ແລະ ໄລຍະຍາວ ທັງຊຸກຍູ້ໃຫ້ຫັນມານໍາໃຊ້ພະລັງງານທົດແທນ.
ໃນໂອກາດປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026, ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະ ບານເອົາໃຈໃສ່ບາງມາດຕະການເພີ່ມຕື່ມ ເປັນຕົ້ນ: ຄຸ້ມຄອງອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າ ແລະ ການສະໜອງສິນຄ້າທີ່ຈໍາເປັນຕໍ່ການດໍາລົງຊີວິດ ໂດຍສະເພາະການສະໜອງນໍ້າມັນເຊື້ອໄຟໃນໄລຍະປັດຈຸບັນ ໃຫ້ສາມາດກັບຄືນສູ່ສະພາບປົກກະຕິ ແລະ ມີມາດຕະການແກ້ໄຂສະພາບການຂາດເຂີນນໍ້າມັນໃນຕໍ່ໜ້າ ໃຫ້ມີຄວາມຍືນຍົງ ເປັນຕົ້ນ: ການຫັນໄປສູ່ການນໍາໃຊ້ລົດໄຟຟ້າ; ປະເມີນຄືນຍຸດທະສາດການພັດທະນາໄຟຟ້າໃຫ້ມີຄວາມໝັ້ນຄົງ, ມີຄວາມພ້ອມໃນການສະໜອງໄຟຟ້າໃຫ້ພຽງພໍ ໂດຍສຸມໃສ່ພະລັງງານທົດແທນ ຄຽງຄູ່ກັບການຄຸ້ມຄອງລາຄາໄຟຟ້າໃຫ້ເໝາະສົມ; ຄຸ້ມຄອງການນໍາໃຊ້ຊັບພະຍາກອນທຳມະຊາດຢ່າງເຂັ້ມງວດ, ສ້າງນິຄົມອຸດສາຫະກຳຕົວແບບ, ເຂດອຸດສາຫະກຳປຸງແຕ່ງແຮ່ທາດເປັນຜະລິດຕະພັນສໍາເລັດຮູບກ່ອນສົ່ງອອກ; ຄັດເລືອກນັກລົງທຶນທີ່ດີ, ມີຄຸນນະພາບ, ມີຄວາມພ້ອມດ້ານການເງິນ ແລະ ເຕັກນິກວິຊາການແບບມືອາຊີບ ເຂົ້າມາພັດທະນາ; ສຸມໃສ່ກວດກາ ແລະ ປະເມີນຜົນໂຄງການທີ່ໄດ້ຮັບການອະນຸຍາດຊອກຄົ້ນ-ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ໄດ້ຮັບອະນຸຍາດ ພ້ອມທັງທົບທວນສັນຍາສຳປະທານຂອງບັນດາໂຄງການດັ່ງກ່າວ ເພື່ອຮັບປະກັນໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດສູງສຸດ; ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນຈຸດສຸມ, ເປັນບຸລິມະສິດ ລວມທັງຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ, ຖືເປັນວາລະແຫ່ງຊາດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ, ຫຼຸດຜ່ອນການຍົກເວັ້ນການປະຕິບັດພັນທະພາສີອາກອນຫຼາຍເກີນໄປ, ແກ້ໄຂຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ ແລະ ເກັບມອບລາຍຮັບທີ່ກວດພົບເຫັນ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.