ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ

Mar 26, 2026

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ສູ່ຂົງເຂດວຽກງານຕ່າງໆ ໃຫ້ເກີດເປັນຮູບປະທຳຕົວຈິງຫຼາຍຂຶ້ນ, ໃນຕອນເຊົ້າວັນທີ 26 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄະນະສະເພາະກິດແກ້ໄຂບັນຫານໍ້າມັນເຊື້ອໄຟ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ຫົວໜ້າຄະນະສະເພາະກິດ; ມີບັນດາທ່ານ ໃນຄະນະ, ກອງເລຂາຄະນະສະເພາະກິດ, ຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
May be an image of newsroom and text May be an image of one or more people and text
ກອງປະຊຸມ ໄດ້ຮັບຟັງລາຍງານ ຜົນການແກ້ໄຂບັນຫານໍ້າມັນເຊື້ອໄຟ ໃນໄລຍະຜ່ານມາ ເປັນຕົ້ນ ການອອກບັນດາມາດຕະການ ແລະ ນະໂຍບາຍຕ່າງໆ, ການຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງລັດຖະບານ ຢູ່ບັນດາຂະແໜງການ ແລະ ທ້ອງຖິ່ນ, ສະພາບການສະໜອງນໍ້າມັນ ກໍ່ຄື ການນໍາເຂົ້າ, ລາຄາ, ການແຈກຢາຍ, ການບໍລິການປໍ້ານໍ້າມັນ ແລະ ອື່ນໆ, ພ້ອມທັງ ປຶກສາຫາລື ກ່ຽວກັບການແກ້ໄຂບາງບັນຫາ ທີ່ຄົງຄ້າງ ແລະ ບໍ່ທັນໂລ່ງລ່ຽນ ໃນການນຳເຂົ້າ-ແຈກຢາຍ-ຈໍາໜ່າຍນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ ແລະ ການຊຸກຍູ້ສົ່ງເສີມ ການນຳໃຊ້ລົດໄຟຟ້າ ໃນໄລຍະຜ່ານມາ ເພື່ອວາງນະໂຍບາຍ ກໍ່ຄືມາດຕະການໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເປັນຕົ້ນ ແຫຼ່ງນໍາເຂົ້ານໍ້າມັນເຊື້ອໄຟໃໝ່, ນະໂຍບາຍຕໍ່ບໍລິສັດ ແລະ ພາກສ່ວນທີ່ນຳເຂົ້ານໍ້າມັນເຊື້ອໄຟ ທີ່ມີເງື່ອນໄຂ-ທ່າແຮງດີ; ການກຳນົດນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າ ທີ່ມີຄຸນນະພາບ, ຫັນການຊໍາລະສະສາງ ຜ່ານລະບົບທະນາຄານ, ຈຳກັດໄດ້ການສວຍໂອກາດຕ່າງໆ, ທັງເຮັດໃຫ້ພາກທຸລະກິດ ມີກຳໄລທີ່ສົມເຫດສົມຜົນ ແລະ ສອດຄ່ອງກັບນະໂຍບາຍການຄ້າກັບຕ່າງປະເທດ, ແນໃສ່ຫຼຸດຜ່ອນຜົນກະທົບຕໍ່ສັງຄົມ ໂດຍສະເພາະ ຄ່າຄອງຊີບ, ການຜະລິດ, ອັດຕາແລກປ່ຽນ ແລະ ການປະຕິບັດແຜນພັດທະນາຕ່າງໆ ທັງໄລຍະສັ້ນ ແລະ ໄລຍະຍາວ.
No photo description available.