ບັນດາແຂວງຕ່າງໆສືບຕໍ່ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະ ທົບຈາກພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ (ນວ) ໃນຕອນເຊົ້າວັນທີ 26 ມີນາ 2026 ທີ່ສະພາ ແຫ່ງຊາດ ທ່ານ ພູວົງ ອຸ່ນຄໍາແສນ ເລຂາພັກແຂວງຊຽງຂວາງ ພ້ອມດ້ວຍຄະນະ ມອບເງິນຈໍານວນ 100 ລ້ານກີບ ແລະ ເປັນກຽດຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນວ ພ້ອມດ້ວຍຄະນະ ໂດຍຊ່ອງໜ້າພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ຂ່າວຮູ້ຕື່ມວ່າ: ໃນຕອນບ່າຍວັນທີ 25 ມີນາ 2026 ຢູ່ສະພາ ແຫ່ງຊາດ ຍັງໄດ້ມີການມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ ໂດຍມີທ່ານ ພົຕ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ທ່ານ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານງານພັກແຂວງອັດຕະປື, ທ່ານ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ແລະ ທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ມອບເງິນພາກສ່ວນລະ 100 ລ້ານກີບ, ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງສາລະວັນ ມອບເງິນຈໍານວນ 80 ລ້ານກີບ ແລະ ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະບໍລິຫານງານພັກແຂວງຫົວພັນ ຈໍານວນ 50 ລ້ານກີບ.




