ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ແລະ ທະນາຄານພັດທະນາອາຊີ ສະເຫຼີມສະຫຼອງການຮ່ວມມື ຄົບຮອບ 60 ປີ

Mar 27, 2026

ໃນຕອນແລງຂອງວັນທີ 26 ມີນາ 2026, ທີ່ ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ຂຶ້ນ ໂດຍໃຫ້ກຽດຕາງໜ້າຈາກທັງສອງຝ່າຍມີ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda), ປະທານ ທະນາຄານພັດທະນາອາຊີ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດ, ພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ແລະ ແຂກຖືກເຊີນ ເຂົ້າຮ່ວມໃນພິທີດັ່ງກ່າວ.
May be an image of text that says 'ing 60 Years of Partnersh ocratic Repolic Rep lic and the 6 มิมา 2026, มะ หทองวรงจัม, สป 26 March 2 tiane, Lao P' May be an image of text that says 'Celebrating 6 the Lao Peop Democrati 26 มิมา 2 26 Mar'
ໃນໂອກາດສຳຄັນດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີ ໂດຍໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດຂອງການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ADB ຕະຫຼອດໄລຍະ 6 ທົດສະວັດຜ່ານມາ ຊຶ່ງເຫັນໄດ້ວ່າ ADB ແມ່ນຄູ່ຮ່ວມມືທີ່ໜັກແໜ້ນ ຊຶ່ງໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງທີ່ສໍາຄັນ ອັນເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະດ້ານການລົງທຶນ, ພະລັງງານ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ກະສິກໍາ. ຄຽງຄູ່ກັນນັ້ນ, ADB ຍັງເປັນຄູ່ຮ່ວມມືທີ່ມີຄວາມເຊື່ອຖື ຊຶ່ງໄດ້ໃຫ້ການຊ່ວຍເຫຼືອທີ່ສໍາຄັນ ແລະ ທັນການ ແກ່ ສປປ ລາວ ໃນການຮັບມືກັບບັນຫາທາງດ້ານເສດຖະກິດ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄພພິບັດທາງທໍາມະຊາດ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ເນັ້ນເຖິງຄວາມສຳຄັນໃນການສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການເປັນຄູ່ຮ່ວມມືລະດັບປະເທດ (CPS) ສົກປີ 2024-2028 ລະຫວ່າງ ສປປ ລາວ ແລະ ADB ເພື່ອຫັນປ່ຽນໂຄງສ້າງເສດຖະກິດໄປສູ່ຄຸນນະພາບໃໝ່ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນອັນລໍ້າຄ່າຂອງ ADB ໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະ 60 ປີຜ່ານມາ ຊຶ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
May be an image of dais and text that says 'ADB Solving Complex Challenges Together for Chntongestogether 60 Yeara พิหิสะเดิมสะทุง) 60 ង ภามร่วมมื ละขาว่า สาทาละมะลัด ปะยุาทปะไต ปะเุาลุ์มลาว และ ทะมาถามพัดษะมาอาสุ่ Celebrating 60 earsc of Partnership between th thesao ao Peop Dem atic aticRep Repi and andthe the Asi Develo 2026, มะย ch ทองวราจิม, สปป ar ane, ao hentBank ent Bank'
ຄຽງຄູ່ກັນນີ້, ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຜູ້ວ່າການຂອງ ສປປ ລາວ ປະຈຳ ADB ໄດ້ໃຫ້ກຽດຂຶ້ນກ່າວຄໍາເຫັນ ອວຍພອນ ເນື່ອງໃນໂອກາດສໍາຄັນດັ່ງກ່າວ. ນອກຈາກນີ້, ທ່ານ ປະທານ ADB ກໍໄດ້ຂຶ້ນກ່າວຄໍາເຫັນ ໂດຍຢໍ້າຄືນຜົນສໍາເລັດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ADB ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ພ້ອມທັງໄດ້ສືບຕໍ່ໃຫ້ຄໍາໝາຍໝັ້ນ ທີ່ຈະໃຫ້ການຊຸກຍູ້, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB (2024-2028) ໃຫ້ເປັນຮູບປະທໍາ ຂຶ້ນເທື່ອລະກ້າວ ແນ່ໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 (2026-2030) ຂອງ ສປປ ລາວ ກໍຄື ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.
ໃນໂອກາດອັນສະຫງ່າລາສີນີ້, ໄດ້ມີການພົບປະສອງຝ່າຍລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ມະຊະໂຕະ ຄັນດະ, ປະທານ ADB ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ADB ໃນປັດຈຸບັນ ກໍຄືໃນຕໍ່ໜ້າ. ພ້ອມດຽວກັນນີ້, ຍັງໄດ້ຮ່ວມກັນເປີດງານວາງສະແດງຮູບພາບ ແລະ ຮັບຊົມວີດີໂອ ກ່ຽວກັບ ຜົນງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ຕະຫຼອດໄລຍະ 60 ປີຜ່ານມາ ຊຶ່ງເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງ ເນື່ອງໃນໂອກາດປີຄົບຮອບສໍາຄັນດັ່ງກ່າວ.