ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນາ 2026 ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ລົງຄະແນນສຽງເປັນເອກະສັນ ຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ, ແຂວງຄໍາມ່ວນ ຫາ ມູຢ່າ, ຊາຍແດນ ລາວ-ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຮັບຮອງເອົາທາງດ້ານຫຼັກການຂອງໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດ ນາມ ໄລຍະທີ 1 ແຕ່ຕົວເມືອງທ່າແຂກ, ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບການລົງທຶນກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ ໂດຍມີເງື່ອນໄຂ ໃຫ້ລັດຖະບານເຈລະຈາ ແລະ ເຊັນສັນຍາສໍາປະທານ ໃນອາຍຸສໍາປະທານ 50 ປີ ນັບແຕ່ມື້ເລີ່ມໃຫ້ການບໍລິການ ໂດຍສັນຍາຕ້ອງສອດຄ່ອງກັບກົດໝາຍ, ສໍາລັບບັນຫາທີ່ຕິດພັນກັບການຍົກເວັ້ນ, ຫຼຸດຜ່ອນ ຫຼືຜ່ອນຜັນການປະຕິບັດບາງມາດຕາຂອງກົດໝາຍ ລວມທັງສິ່ງທີ່ເປັນພັນທະທາງດ້ານການເງິນຂອງລັດ ຕໍ່ບໍລິສັດຜູ້ລົງທຶນ ໃຫ້ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ພິຈາລະນາແຕ່ລະປະເດັນ.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ສອດຄ່ອງຕາມຂັ້ນຕອນຂອງກົດໝາຍ ກອງປະຊຸມມອບໃຫ້ລັດຖະບານ ສຸມໃສ່ຄົ້ນຄວ້າ ພ້ອມທັງມີມາດຕະການ ແກ້ໄຂບັນຫາຕົ້ນຕໍທີ່ສໍາຄັນ ດັ່ງນີ້:
1. ກ່ອນຈະເຊັນໃຫ້ກວດກາຄືນ ຮ່າງສັນຍາສໍາປະທານ ໃຫ້ມີເນື້ອໃນຈະແຈ້ງ ແລະ ຮັດກຸມ, ຫຼີກເວັ້ນຊ່ອງຫວ່າງທາງກົດໝາຍ ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ, ເດັດຂາດບໍ່ໃຫ້ລັດຖະບານຮັບຜິດຊອບທາງດ້ານພາລະໜີ້ສິນຂອງບໍລິສັດ, ພ້ອມທັງ, ໃຫ້ຮັບປະກັນຄວາມກົມກຽວ ລະຫວ່າງເນື້ອໃນຂອງສັນຍາສໍາປະທານ ແລະ ບັນດາເອກະສານຂັດຕິດ ສອດຄ່ອງກັບຫຼັກການລວມ ໃນການພັດທະນາໂຄງການຕາມ ບົດລາຍງານຂອງລັດຖະບານຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊຸດທີ X; ສັນຍາສຳປະທານ ແລະ ເອກະສານຊ້ອນທ້າຍ ສາມາດຖືກສ້າງເປັນພາສາລາວ ແລະ ພາສາອັງກິດ, ໂດຍມີຄວາມໝາຍ ແລະ ຄຸນຄ່າ ເທົ່າທຽມກັນ, ໃນກໍລະນີທີ່ເນື້ອໃນຂໍ້ຄວາມໃນສະບັບພາສາລາວ ແລະ ພາສາອັງກິດບໍ່ກົງກັນ, ໃຫ້ຖືເອົາ ສະບັບພາສາອັງກິດ ເປັນຫຼັກ ເພື່ອເປັນເງື່ອນໄຂໃນການສະເໜີກູ້ຢືມເງິນຈາກຕ່າງປະເທດ:
2. ເອົາໃຈໃສ່ຕໍ່ວຽກງານການແກ້ໄຂຜົນກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ໃຫ້ໄດ້ຮັບການຊົດເຊີຍຢ່າງເປັນທໍາ, ໂປ່ງໃສ, ສາມາດກວດສອບໄດ້ ແລະ ໃຫ້ເອກະພາບກັນ ກ່ອນການກໍ່ສ້າງ ເຊັ່ນ: ການຊົດເຊີຍ ຜົນກະທົບທາງດ້ານເສດຖະ ກິດ, ວັດທະນະທໍາ ສັງຄົມ ແລະ ສິ່ງແວດລ້ອມ ເປັນຕົ້ນ ເນື້ອທີ່ດິນ, ສິ່ງປຸກສ້າງ, ຜົນລະປູກ ທີ່ນອນໃນແລວທາງລົດໄຟ ແລະ ນອກແລວທາງລົດໄຟ ແຕ່ໄດ້ຮັບຜົນກະທົບຈາກການກໍ່ສ້າງ; ການແກ້ໄຂເນື້ອທີ່ດິນເຫຼືອ ທີ່ເຈົ້າຂອງດິນບໍ່ສາມາດນໍາໃຊ້ໄດ້ ຫຼື ມູນຄ່າດິນຖືກຫຼຸດລົງຍ້ອນ, ດິນບໍ່ມີທາງເຂົ້າ-ອອກ. ພ້ອມກັນນັ້ນ, ຕ້ອງກໍານົດລາຄາ ຫົວໜ່ວຍຊົດເຊີຍ ໃຫ້ລະອຽດ ແລະ ສົມເຫດສົມຜົນ ເພື່ອບໍ່ໃຫ້ຜູ້ຖືກຜົນກະທົບອັບປະໂຫຍດ ແລະ ບໍ່ໃຫ້ລາຄາຫຼຸດໂຕນກັນຫຼາຍກັບລາຄາຫົວໜ່ວຍຕາມທ້ອງຕະຫຼາດ ຫຼື ເຮັດການຍົກຍ້າຍຈັດສັນຢ່າງເປັນລະບົບໃນພື້ນທີ່ ທີ່ເໝາະສົມ;
3. ສຶກສາສຳຫຼວດ-ອອກແບບ, ກໍສ້າງທາງເຂົ້າ-ອອກ ຈຸດຈະກໍ່ສ້າງ ສິ່ງປຸກສ້າງຊົ່ວຄາວ ຫຼື ຖາວອນ ແລະ ດໍາເນີນການຊົດເຊີຍໃຫ້ສຳເລັດ ກ່ອນການຈັດຕັ້ງປະຕິບັດໂຄງການ. ພ້ອມກັນນັ້ນ, ສະເໜີໃຫ້ຄົ້ນຄວ້າກ່ຽວກັບ ຈຸດຖິ້ມສິ່ງເສດເຫຼືອ ທີ່ຂົນດິນ ຫຼື ຫີນ ແລະ ອື່ນໆ ອອກຈາກເຂດກໍ່ສ້າງ ຫຼື ອຸໂມງ ໃສ່ດິນເປົ່າວ່າງ ຫຼື ດິນປະຊາຊົນ ຕ້ອງໄດ້ຮັບການຍິນຍອມຈາກ ເຈົ້າຂອງດິນ ພ້ອມທັງເຮັດບົດບັນທຶກທັງສອງຝ່າຍ ທີ່ມີພາກລັດ ເປັນພະຍານຮັບຮູ້ນໍາ;
4. ຊີ້ນໍາກະຊວງການເງິນ ກໍານົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນໍາເຂົ້າວັດຖຸ-ອຸປະກອນ ແລະ ພາຫະນະກົນຈັກ ທີ່ນຳເຂົ້າຊົ່ວຄາວ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງຫວ່າງ ໃນການນໍາເຂົ້າວັດຖຸ ແລະ ກົນຈັກ ແລ້ວນໍາໄປໃຊ້ເຂົ້າໃນເປົ້າໝາຍອື່ນຢ່າງບໍ່ຖືກຕ້ອງ. ພາຍຫຼັງການກໍ່ສ້າງສໍາເລັດ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ໂດຍກຳນົດໃຫ້ເປັນພັນທະ ຂອງຜູ້ທີ່ໄດ້ຮັບສຳປະທານຮັບຜິດຊອບໂດຍກົງ ແລະ ລັດຖະບານ ຕິດຕາມ, ກວດກາຢ່າງເຂັ້ມງວດ ຖ້າພົບເຫັນການລະເມີດແມ່ນໃຫ້ລັດຖະບານ ປະຕິບັດມາດຕະການປັບໃໝຕາມລະບຽບການ;

5. ຮັບປະກັນການອອກແບບ ໃຫ້ໄປຕາມມາດຕະຖານເຕັກນິກສາກົນ ແລະ ການກໍ່ສ້າງໂຄງການ ຕ້ອງໃຫ້ມີຄວາມປອດໄພ ແລະ ນໍາໃຊ້ໄດ້ຢ່າງຍາວນານ;
6. ຄົ້ນຄວ້າພິຈາລະນາແບ່ງຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ ໃນໄລຍະກໍ່ສ້າງ, ພ້ອມທັງ, ມີກົນໄກການປະສານງານ ຂອງຂະແໜງການດຽວກັນ ຫຼື ຂະແໜງການທີ່ກ່ຽວຂ້ອງ ລະຫວ່າງຂຶ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວໄປລວງດຽວກັນ ຫຼີກລ້ຽງການຖິ້ມຄວາມຮັບຜິດຊອບ ຊຶ່ງກັນ ແລະ ກັນ;
7. ແຕ່ງຕັ້ງຄະນະຕິດຕາມກວດກາຈາກພາຍນອກ ຊຶ່ງປະກອບມີ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ເພື່ອກວດກາ ຮ່າງສັນຍາສຳປະທານ, ເອກະສານຊ້ອນທ້າຍ 29 ສະບັບ ແລະ ການຈັດຕັ້ງປະຕິບັດໂຄງການ ເພື່ອຮັບປະກັນ ໃຫ້ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມກົດໝາຍ, ໄດ້ຮັບຜົນປະໂຫຍດສູງສຸດຂອງ ລັດກໍ່ຄືຂອງປະຊາຊົນ ແລະ ຜູ້ພັດທະນາໂຄງການ. ພ້ອມກັນນັ້ນ, ຕ້ອງໄດ້ກຳນົດເອົາໂຄງການນີ້ເປັນໂຄງການເປົ້າໝາຍຕິດຕາມ ກວດກາ ເລີ່ມແຕ່ຫົວທີ ຕາມດຳລັດ 01/ລບ, ລົງວັນທີ 6 ມັງກອນ 2015 ເພື່ອຮັບປະກັນ ຄວາມຖືກຕ້ອງ, ໂປ່ງໃສ ແລະ ກວດສອບໄດ້;
8. ສ້າງແຜນ ແລະ ກຳນົດ ບຸກຄະລາກອນທີ່ເປັນຄົນລາວ ເພື່ອຖ່າຍທອດບົດຮຽນທາງດ້ານເຕັກນິກ ແລະ ເຕັກໂນໂລຊີ ກ່ຽວກັບການລົດໄຟ, ຄຽງຄູ່ໄປກັບການຄົ້ນຄວ້ານະໂຍບາຍແຮງງານ ເພື່ອດຶງດູດແຮງງານລາວເຂົ້າໃນການຮັບໃຊ້ການກໍ່ສ້າງທາງລົດໄຟດັ່ງກ່າວ ແລະ ຫຼຸດຜ່ອນການນໍາໃຊ້ແຮງງານຕ່າງປະເທດ.


