ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ອັດລົງຢ່າງເປັນທາງການໃນຕອນບ່າຍວັນທີ 27 ມີນາ 2026, ທີ່ຫໍປະຊຸມສະພາແຫ່ງຊາດ ພາຍຫຼັງດຳເນີນມາເປັນເວລາ 5 ວັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍການນໍາພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດ.
ກອງປະຊຸມ ໄດ້ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ດໍາເນີນການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດແຫ່ງລັດ ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກຳມາທິການຄະນະປະຈຳສະພາແຫ່ງຊາດ; ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ; ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານ.

ກອງປະຊຸມ ໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ພ້ອມທັງສະເໜີໃຫ້ລັດຖະບານ ເພີ່ມທະວີການຊີ້ນໍາ ບັນຊາບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດວິໄສທັດ ຮອດປີ 2055, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ ແລະ ທິດທາງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ຊຶ່ງໄດ້ກຳນົດບັນດາຄາດໝາຍ ແລະ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບຸລິມະສິດ ຈຳນວນ 200 ກວ່າໂຄງການ; ພ້ອມກັນນັ້ນ, ຍັງໄດ້ກຳນົດມາດຕະການ, ນະໂຍບາຍ ແລະ ກົນໄກການຈັດຕັ້ງປະຕິບັດ ແບບບຸກທະລຸທີ່ແທດເໝາະກັບຕົວຈິງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກີດມີໝາກມີຜົນຕົວຈິງ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາດ້ານຫຼັກການ ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟລາວ-ຫວຽດນາມ ຈາກຕົວເມືອງທ່າແຂກ, ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ດ້ວຍຮູບແບບ BOT ຊຶ່ງເປັນໂຄງການຂະໜາດໃຫຍ່, ໂຄງການຍຸດທະສາດທີ່ສຳຄັນທາງດ້ານການເຊື່ອມໂຍງ ເຊື່ອມຈອດຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຕາມຍຸດທະສາດຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ.
ກອງປະຊຸມ ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ(2026-2030) ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຈໍານວນ 15 ທ່ານ ທີ່ມີມາດຕະຖານ ແລະ ມີປະສົບການຕົວຈິງ ຊຶ່ງຈະເຮັດໃຫ້ການເຄື່ອນໄຫວວຽກງານຂອງສານປະຊາຊົນແຕ່ລະຂັ້ນ ມີບາດກ້າວຫັນປ່ຽນທີ່ດີຂຶ້ນ ປະກອບສ່ວນເຂົ້າໃນການປັບປຸງລະບົບຍຸຕິທໍາ ໃຫ້ໜັກແໜ້ນຂຶ້ນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

ກອງປະຊຸມ ໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2026-2030) ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ, ຮັບຟັງການລາຍງານ ແລະ ຮັບຮອງເອົາແຜນເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນ 5 ປີຕໍ່ໜ້າ ໂດຍໄດ້ກຳນົດ 5 ແຜນງານ ແລະ 25 ໂຄງການ ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການ ເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ, ມີປະສິດທິຜົນ;
ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍໃນ 5 ປີຕໍ່ໜ້າ(2026-2030) ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 91 ສະບັບ, ສ້າງໃໝ່ 19 ສະບັບ, ປັບປຸງ 72 ສະບັບ ກວມເອົາຂົງເຂດການປົກຄອງ ແລະ ຍຸຕິທໍາ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ຜົນສໍາເລັດກອງປະຊຸມສະພາແຫ່ງຊາດຄັ້ງນີ້ ຖືເປັນໝາກຜົນແຫ່ງການເສີມຂະຫຍາຍສະຕິບັນຍາລວມໝູ່ ຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ພິຈາລະນາ ຮັບຮອງເອົາແຕ່ລະເນື້ອໃນສໍາຄັນ ທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ.


