ຕອນແລງວັນທີ 27 ມີນາ 2026, ຢູ່ຫ້ອງການບ້ານວຽງຄໍາ ເມືອງສີໂຄດຕະບອງ, ກອງພັນໃຫຍ່ທະຫານຮາບທີ 11, ເຮືອນຊານຂອງປະຊາຊົນຕໍ່ໜ້າຄ້າຍທະຫານອາກາດ ແລະ ບ້ານຈັນສະຫວ່າງ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະພາບ, ພ້ອມທັງມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນພັດຜ່ານ ເຮັດໃຫ້ເກີດຝົນຕົກໜັກ ແລະ ໝາກເຫັບໃຫຍ່ຕົກໃສ່ຫຼັງຄາເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍໜັກ ໃນຄັ້ງວັນທີ 22 ມີນາ 2026.

ການລົງເຄື່ອນໄຫວໃນຄັ້ງນີ້, ເລຂາທິການໃຫຍ່, ປະທານປະເທດ ໄດ້ຮັບຟັງການລາຍງານສະພາບການຟື້ນຟູ ແລະ ການຊ່ວຍຄອບຄົວທີ່ຖືກຜົນກະທົບຄັ້ງນີ້ ຈາກ ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນ ຫຼວງວຽງຈັນ ວ່າ: ນັບແຕ່ເກີດພະຍຸລະດູຮ້ອນ ໃນຕອນແລງຂອງວັນທີ 22 ມີນາ 2026 ມາຮອດປັດຈຸບັນ ພາຍຫຼັງໄດ້ຮັບເຄື່ອງຊ່ວຍເຫຼືອຈາກຄະນະກຳມະການຄຸ້ມຄອງໄພພິບັດລະດັບຊາດແລ້ວ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ແຈກຢາຍເຂົ້າກິນໃຫ້ຄອບຄົວລະ 10 ກິໂລ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ໂດຍສະເພາະຄອບຄົວທີ່ທຸກຍາກ (ຊຸດທີ 1) ໃນ 5 ບ້ານ, ມີ 480 ຄອບຄົວ. ນອກນີ້, ຍັງໄດ້ສໍາເລັດການປັບປຸງສ້ອມແປງ ລະບົບສາຍສົ່ງໄຟຟ້າ ໃຫ້ປະຊາຊົນ 10 ບ້ານ ຢູ່ເມືອງສີໂຄດຕະບອງ ໃນວັນທີ 25 ມີນາ 2026, ສາມາດແກ້ໄຂຊ່ວຍໄດ້ 191 ຄອບຄົວ, ສ້ອມແປງຕາຂ່າຍຢູ່ 27 ຈຸດ, ສ້ອມແປງ-ປ່ຽນຖ່າຍໝໍ້ນັບໄຟໄໝ້ 5 ຈຸດ, ແກ້ໄຂຕົ້ນໄມ້ລົ້ມທັບສາຍໄຟ 2 ຈຸດ, ສ້ອມແປງເສົາໄຟຫັກ 3 ຕົ້ນ; ສໍາເລັດແກ້ໄຂລະບົບສາຍອິນເຕີເນັດ ໃຫ້ຄືນສູ່ສະພາບປົກກະຕິ; ຈັດສັນຂົນນໍ້າສະອາດໃຫ້ປະຊາຊົນ ໂດຍນໍາໃຊ້ລົດຂົນນໍ້າ 5 ຄັນ ສາມາດສະໝອງນໍ້າໄດ້ 6 ຖ້ຽວຕໍ່ມື້ ຕໍ່ຄັນ ລວມປະລິມານນໍ້າ 222 ແມັດກ້ອນ; ໄດ້ນໍາໃຊ້ກຳລັງຊາວໜຸ່ມອາສາສະໝັກ 130 ຄົນ ລົງໄປຊ່ວຍເກັບມ້ຽນວັດສະດຸສິ່ງເສດເຫຼືອສໍາເລັດ 5 ຫຼັງຄາເຮືອນ ແລະ ພວມສ້ອມແປງຫຼັງຄາເຮືອນຊ່ວຍປະຊາຊົນ; ໄດ້ແຕ່ງຕັ້ງທີມງານແພດ 2 ທີມ ເຂົ້າປະຈໍາການ ເພື່ອຊ່ວຍເຫຼືອສຸກເສີນ ໃຫ້ບໍລິການແກ່ປະຊາຊົນ ຢູ່ 2 ຈຸດ ຄື: ຫ້ອງການບ້ານວຽງຄຳ ແລະ ບ້ານຈັນສະຫວ່າງ ມີຄົນເຈັບເຂົ້າມາປິ່ນປົວ 35 ຄົນ, ຍິງ 17 ຄົນ, ຊຶ່ງອາການບາດເຈັບກະທົບຫົວ, ກ້າມຊີ້ນອັກເສບ ມີ 12 ຄົນ ຍິງ 10 ຄົນ ຍ້ອນຖືກໝາກເຫັບ ແລະ ກະເບື້ອງຕົກໃສ່.

ສຳລັບຄອບຄົວ ທີ່ໄດ້ຮັບຜົນກະທົບເລັກໜ້ອຍ ແລະ ເຂົາເຈົ້າມີເງື່ອນໄຂ ໄດ້ສ້ອມແປງດ້ວຍຕົນເອງແລ້ວຈຳນວນໜຶ່ງ ເປັນຕົ້ນ: ຢູ່ເຂດເມືອງນາຊາຍທອງ ປັດຈຸບັນ ຄະນະກຳມະການກ່ຽວຂ້ອງກຳລັງເກັບກຳຂໍ້ມູນ. ສຳລັບການຊ່ວຍເຫຼືອຈາກພາກລັດ-ເອກະຊົນ ໂດຍມອບເປັນວັດຖຸ-ປັດໄຈ ລວມມູນຄ່າການຊ່ວຍເຫຼືອ ມາຮອດປັດຈຸບັນມີ ເງິນ 3 ຕື້ກວ່າກີບ, ອຸປະກອນເຄື່ອງໃຊ້ ເປັນມູນຄ່າ 1,6 ກວ່າກີບ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ມອບເງິນ ມູນຄ່າ 4 ຕື້ກີບ ໃນນີ້ໄດ້ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ 3 ຕື້ກີບ ໃຫ້ປະຊາຊົນທຸກຍາກ-ຂາດເຂີນ ຈຳນວນ 53 ຄອບຄົວ ມູນຄ່າ 795 ລ້ານກີບ ແລະ ມອບໃຫ້ບ້ານ 194 ມູນຄ່າ 200 ລ້ານກ່ວາກີບ ພ້ອມທັງມອບເຄື່ອງອຸປະໂພກບໍລິໂພກ ເປັນຕົ້ນ ເຂົ້າສານ, ສາດ, ເຄື່ອງໃຊ້ຄົວເຮືອນທີ່ຈຳເປັນ ໃຫ້ປະຊາຊົນພາຍໃນບ້ານ, ນອກນີ້ຍັງມີນະໂຍບາຍບໍ່ເກັບຄ່າໄຟຟ້າ-ນໍ້າປະປາ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບເປັນເວລາ 3 ເດືອນ.
ຕໍ່ມາ ເລຂາທິການໃຫຍ່, ປະທານປະເທດ ເຄື່ອນໄຫວກວດກາເບິ່ງບ່ອນທີ່ຖືກຜົນກະທົບຢູ່ກອງພັນໃຫຍ່ທະຫານຮາບ ທີ 11, ຢ້ຽມຢາມເຮືອນຂອງປະຊາຊົນ ເຂດຄ້າຍທະຫານອາກາດ ແລະ ໂຮງຮຽນປະຖົມວຽງຄໍາ ຊຶ່ງເປັນຈຸດທີ່ໄດ້ຮັບຜົນເສຍຫາຍຫຼາຍສົມຄວນ, ຕິດຕາມຜົນກະທົບ ຢູ່ບ້ານຈັນສະຫວ່າງ (ຄຸ້ມ 194) ຊຶ່ງຈຸດດັ່ງກ່າວ ສ່ວນຫຼາຍແມ່ນເຮືອນຂອງພະນັກງານບໍານານ-ເສຍອົງຄະ ທີ່ໄດ້ຮັບຜົນກະທົບພໍສົມຄວນ ແລະ ບາງເຮືອນ ໄດ້ຮັບການຊ່ວຍເຫຼືອແກ້ໄຂ ແລະ ສ້ອມແປງ ໃນຂັ້ນພື້ນຖານແລ້ວ.
ຂ່າວ – ພາບ: ວສລ


