ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົມໃຫຍ່ການເມືອງກອງທັບ ສົ່ງກຳລັງ 146 ສະຫາຍ ລົງພື້ນທີ່ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໝາກເຫັບໃຫຍ່ຕົກ

Mar 30, 2026

ວັນທີ 27 ມີນາ 2026, ກົມໃຫຍ່ການເມືອງກອງທັບ ໄດ້ສົ່ງກຳລັງລົງພື້ນທີ່ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນພັດຜ່ານ ເຮັດໃຫ້ເກີດຝົນຕົກໜັກ ແລະ ໝາກເຫັບໃຫຍ່ຕົກໃສ່ຫຼັງຄາເຮືອນປະຊາຊົນ ທີ່ບ້ານຈັນສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ພັນເອກ ບຸນຄຳ ສຸນັນທາ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ, ຮອງຄະນະຮັບຜິດຊອບກູ້ໄພພະຍຸລະດູຮ້ອນພັດຜ່ານໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະນຳກົມໃຫຍ່ການເມືອງກອງທັບ ກຳລັງທະຫານສົມທົບກັບອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງໃຫ້ການຊ່ວຍເຫຼືອເບື້ອງຕົ້ນແກ່ຄອບຄົວທີ່ໄດ້ຮັບຜົນກະທົບພະຍຸລະດູຮ້ອນພັດຜ່ານ ໂດຍສະເພາະເຮືອນທີ່ໄດ້ຮັບຄວາມເສຍຫາຍຈາກໝາກເຫັບໃຫຍ່ຕົກໃສ່ຫຼັງຄາ. ໃນນີ້, ໄດ້ສົ່ງກຳລັງພົນ 146 ສະຫາຍ ໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນ ເປັນຕົ້ນ: ການສ້ອມແປງຫຼັງຄາເຮືອນ, ອະນາໄມເຮືອນ ແລະວຽກງານອື່ນໆປິ່ນອ້ອມການສ້ອມແປງເຮືອນ. ກຳລັງທະຫານຍັງໄດ້ໃຫ້ກຳລັງໃຈອັນອົບອຸ່ນ ໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ຄືນສູ່ສະພາບປົກກະຕິໂດຍໄວ.
No photo description available. No photo description available.
No photo description available. May be an image of one or more people