ໂດຍ: ດຣ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ
ເສດຖະກິດມໍລະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ, ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍລະດົກ” ທີ່ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍລະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ດັ່ງນັ້ນ, ເສດຖະກິດມໍລະດົກຈິ່ງໝາຍເຖິງຂະບວນການຫັນປ່ຽນມໍລະດົກວັດທະນະທໍາ, ປະຫວັດສາດ, ສະຖາປັດຍະກໍາ, ສິລະປະມາປັບໃຊ້ໃນຮູບແບບການຜະລິດ ແລະ ບໍລິການ ໃຫ້ເກີດລາຍຮັບ ແລະ ຍັງຮັກສາເອກະລັກທາງສັງຄົມ ແລະ ຄວາມຕໍ່ເນື່ອງທາງປະຫວັດສາດ; ເປັນການປະສານລະຫວ່າງ “ການຮັກສາອະດີດ” ແລະ “ການສ້າງອະນາຄົດ” ໃຫ້ເກີດຜົນປະໂຫຍດ ທັງທາງເສດຖະກິດ ແລະ ສັງ ຄົນ. ສະນັ້ນ, ເສດຖະກິດມໍລະດົກ ຈຶ່ງມີບົດບາດສໍາຄັນຫຼາຍໃນການສ້າງເສດຖະກິດໃຫ້ມີການເຕີບໂຕຢ່າງຮອບດ້ານ ແລະ ມີຄວາມຍືນຍົງ ເປັນຕົ້ນແມ່ນຊ່ວຍສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ກັບຊຸມຊົນ ໃນທ້ອງຖິ່ນ ແລະ ປົກປ້ອງຄຸນຄ່າວັດທະນະທໍາທີ່ອາດຈະສູນເສຍໄປກັບການເຕີບໂຕທາງອຸດສາຫະກໍາ.

ນັບແຕ່ສັດຕະວັດທີ 21, ແນວຄວາມຄິດທາງດ້ານມໍລະດົກເສດຖະກິດ ແມ່ນໄດ້ເລີ່ມມີຄວາມໂດດເດັ່ນຂຶ້ນ, ປະເທດຕ່າງໆ ໄດ້ຊອກຫາວິທີການເຊື່ອມໂຍງການອະນຸລັກວັດທະນະທໍາເຂົ້າກັບການພັດທະນາແບບຍືນຍົງ. ດັ່ງນັ້ນ, ບົດບາດ ແລະ ຄວາມສໍາຄັນຂອງມໍລະດົກທາງດ້ານເສດຖະກິດແມ່ນນັບມື້ນັບເພີ່ມຂຶ້ນ ເປັນຕົ້ນ ແມ່ນການຮັກສາຄວາມເປັນເອກະລັກ ທີ່ຈະຊ່ວຍເສີມສ້າງຄວາມຕໍ່ເນື່ອງທາງດ້ານວັດທະນະທໍາ, ການລວມເອົາຮີດຄອງປະເພນີເຂົ້າກັບນະວັດຕະກໍາສະໄໝໃໝ່, ການສົ່ງເສີມການເຕີບໂຕແບບຍືນຍົງ ແລະ ຍັງເປັນການສະໜັບສະໜູນເສດຖະກິດທ້ອງຖິ່ນ ໂດຍສະເພາະໃນເຂດຊົນນະບົດ ບ່ອນທີ່ມີຫັດຖະກໍາພື້ນເມືອງ, ກະສິກໍາ, ຫຼື ການທ່ອງທ່ຽວ ທີ່ສາມາດເຊື່ອມໂຍງວັດທະນະທໍາເຂົ້າກັບການດໍາລົງຊີວິດ ແລະ ຍັງເປັນການເພີ່ມທະວີພະລັງສ້າງສັນ (Soft Power) ແລະ ອຸດສາຫະກໍາສ້າງສັນໂດຍການຫັນປ່ຽນ ມໍລະດົກໃຫ້ເປັນໂອກາດທາງດ້ານເສດຖະກິດ ຕົວຢ່າງ ໃນ ປະເທດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ອຸດສາຫະກໍາທີ່ອີງໃສ່ມໍລະດົກ ແມ່ນມີຕັ້ງແຕ່ສິລະປະການສະແດງ ແລະ ຫັດຖະກໍາແບບດັ່ງເດີມ ຈົນເຖິງການນໍາໃຊ້ເຕັກໂນໂລຊີເຂົ້າຊ່ວຍເຊັ່ນ: ການນໍາ ສະເໜີຫໍພິພິທະພັນແບບດີຈິຕ້ອນ ເຊິ່ງໄດ້ກາຍເປັນອົງປະກອບສໍາຄັນທີ່ປະກອບສ່ວນຕໍ່ການເຕີບໂຕຂອງ ເສດຖະກິດ. ສໍາລັບ ບັນດາປະເທດກໍາລັງພັດທະນາທີ່ມີຊັບພະຍາກອນວັດທະນະທໍາອຸດົມສົມບູນ ແຕ່ມີພື້ນຖານອຸດສາຫະກໍາທີ່ຈໍາກັດ, ເສດຖະກິດມໍລະດົກ ເປັນອີກທາງເລືອກໜຶ່ງທີ່ມີ ຄວາມເປັນເອກະລັກສະເພາະ ທີ່ນໍາໄປສູ່ການພັດທະນາເສດຖະກິດທີ່ຫຼາກຫຼາຍ ແລະ ຍືນຍົງ ເຊິ່ງສອດຄ່ອງກັບການເພີ່ມທະວີສິດອໍານາດຂອງຊຸມຊົນ ແລະ ຄວາມຍືນຍົງທາງວັດທະນະທໍາ ເພາະມໍລະດົກທາງ ດ້ານເສດຖະກິດເປັນຊັບພະຍາກອນຍຸດທະສາດ ສໍາລັບການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມ ພ້ອມທັງສົ່ງເສີມເອກະລັກແຫ່ງຊາດ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດຊົນນະບົດ ແລະ ຄວາມສາມັກຄີໃນສັງຄົມ.

ທັງນີ້ກໍຍ້ອນວ່າ ເສດຖະກິດມໍລະດົກ ແມ່ນມີລັກສະນະຕິດພັນ ແລະ ເປັນຂອງຊຸມຊົນ ເຊິ່ງຊຸມຊົນ ທ້ອງຖິ່ນບໍ່ພຽງແຕ່ເປັນຜູ້ໄດ້ຮັບຜົນປະໂຫຍດ, ແຕ່ຍັງເປັນຜູ້ມີບົດບາດຫຼັກໃນການຮັກສາ, ປົກປ້ອງ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກອີກດ້ວຍ; ເມື່ອປະຊາຊົນໄດ້ຮັບສິດໃນການມີສ່ວນຮ່ວມໃນການຄຸ້ມຄອງ ແລະ ໄດ້ຮັບຜົນປະໂຫຍດຈາກມໍລະດົກ, ພວກເຂົາເຈົ້າຈະເປັນເຈົ້າການ ແລະ ມີສະຕິໃນການປົກປັກຮັກສາ ດ້ວຍຄວາມສະໝັກໃຈຕໍ່ມໍລະດົກນັ້ນ. ສະນັ້ນ, ຫຼັກມູນພື້ນຖານຂອງການພັດທະນາເສດຖະກິດມໍລະດົກ ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງການອະນຸລັກຮັກສາ ແລະ ການພັດທະນາ,ຖ້າຫາກພຽງ ແຕ່ເນັ້ນໜັກການເສີມຂະຫຍາຍຄຸນຄ່າທາງດ້ານເສດຖະກິດຢ່າງດຽວ, ມໍລະດົກອາດຈະເສື່ອມໂຊມ, ສູນເສຍຮູບຮ່າງ ຫຼື ສູນຫາຍໄປ. ໃນທາງກົງກັນຂ້າມ, ຖ້າຫາກພຽງແຕ່ອະນຸລັກຮັກສາຢ່າງບໍລິສຸດ ໂດຍບໍ່ຊອກຫາວິທີການເສີມຂະຫຍາຍມູນຄ່າ, ກໍ່ຈະກາຍເປັນພາລະໃຫ້ແກ່ຊຸມຊົນ ແລະ ເສດຖະກິດພາຍໃນປະເທດ.



