ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ຂອງກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 3 ເມສາ 2026 ທີ່ກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ພົນເອກ ວິໄລ ຫຼ້າຄໍາຟອງ ກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າ ແລະ ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ ກະຊວງ, ກົມ, ກອງບັນຊາການ, ວິທະຍາຄານ, ພ້ອມດ້ວຍນາຍຕໍາຫຼວດ ຂັ້ນນໍາພາ-ບັນຊາອ້ອມຂ້າງກະຊວງ, ນະຄອນຫຼວງ ແລະ ປກສ ແຂວງ ເຂົ້າຮ່ວມ.

ໃນພິທີ, ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳ ສັ່ງ, ມະຕິຕົກລົງ ແລະ ລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງ, ບົ່ງຕົວແຕ່ງຕັ້ງ ແລະ ຍົກຍ້າຍນາຍຕຳຫຼວດຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ. ໃນນີ້, ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ ຈໍານວນ 5 ສະຫາຍ ຄື: ແຕ່ງຕັ້ງ ພົນຕີ ສຸລິນະ ແກ້ວປະເສິດ ເປັນຮອງລັດຖະມົນຕີ ທັງເປັນຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ພົນຕີ ໜູຈອນ ກ້ອນທອງດຳ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ ເປັນຮອງລັດຖະມົນຕີ ທັງເປັນຫົວໜ້າກົມໃຫຍ່ຕຳຫຼວດ, ພົນຈັດຕະວາ ອານຸເດດ ຄູນຄຳ ເປັນຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ພົນຈັດຕະວາ ອຸດົມ ສີສົງຄາມ ເປັນຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ.

ປະກາດມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກ, ປະທານຄະນະກວດກາພັກ, ກຳມະການປະຈຳພັກ, ກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ຄື: ບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົນຈັດຕະວາ ແອນ ອຸ່ນອາ ນົງນຸດ ເປັນປະທານຄະນະກວດກາພັກ, ສະຫາຍ ພົນຈັດ ຕະວາ ອານຸເດດ ຄູນຄໍາ, ສະຫາຍ ພົນຈັດຕະວາ ອຸດົມ ສີສົງຄາມ, ສະຫາຍ ພົນຈັດຕະວາ ສາຍສະໝິງ ສີວິໄລ ແລະ ສະຫາຍ ພົນຈັດຕະວາ ສາລີ ພຸດທະວົງ ເປັນກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ.

ຈາກນັ້ນ, ກໍໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ປະກອບມີ: ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນຕີ ຈຳນວນ 3 ສະຫາຍ ຄື:
1. ພົນຕີ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
2. ພົນຕີ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ
3. ພົນຕີ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ.
ພ້ອມກັນນີ້, ກໍໄດ້ປະກາດເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ ຈຳນວນ 15 ສະຫາຍ ຄື:
1. ພົນຈັດຕະວາ ເພີນຄຳ ແສງດາລາ ຮອງຫົວໜ້າກົມໃຫຍ່ການເມືອງ.
2. ພົນຈັດຕະວາ ປອ ວຽງໄຊ ທຳມະສິດ ຮອງຫົວໜ້າກົມໃຫຍ່ການເມືອງ.
3. ພົນຈັດຕະວາ ບຸນຫຼວງ ວິໄລສຸກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ.
4. ພົນຈັດຕະວາ ສົມເພັດ ເພົ້າວົງດີ ຮອງຫົວໜ້າກົມໃຫຍ່ຕຳຫຼວດ.
5. ພົນຈັດຕະວາ ຄຳໄພ ຄຳພາວົງສ໌ ຮອງຫົວໜ້າກົມໃຫຍ່ສັນຕິບານ.
6. ພົນຈັດຕະວາ ພັນ ວົງພະໄຕ ຮອງຫົວໜ້າກົມໃຫຍ່ສັນຕິບານ.
7. ພົນຈັດຕະວາ ສຸພັນທອງ ໄຄ້ຍະວົງ ຫົວໜ້າກົມກວດກາ-ກວດການ.
8. ພົນຈັດຕະວາ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ.
9. ພົນຈັດຕະວາ ດວງຈັນ ໄຊວຸດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ.
10. ພົນຈັດຕະວາ ຄຳສິນ ຜິວວັນນາ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ.
11. ພົນຈັດຕະວາ ອຸໄດ ອິນສຸວັນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ.
12. ພົນຈັດຕະວາ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ.
13. ພົນຈັດຕະວາ ລຳພົງ ໄຊທອງ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.
14. ພົນຈັດຕະວາ ບຸນອ່ຽງ ພັນວົງສາ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ.
15. ພົນຈັດຕະວາ ສັກສິດ ສີພັນດວງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື.

ນອກນັ້ນ, ຍັງປະກາດຍົກຍ້າຍ ພະນັກງານການນໍາຊັ້ນສູງ ໄປຮັບໜ້າທີ່ໃໝ່ ຄື: ພົຈວ ປອ ຄຳແຟງ ວັນດີໄຊ ຫົວໜ້າກົມຄົ້ນວິທະຍາສາດ ແລະ ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ ສະພາແຫ່ງ ຊາດ.
ໂອກາດນີ້, ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງ, ລັດຖະດຳລັດ ແລະ ປະດັບຊັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນໃໝ່ຢ່າງສົມກຽດ; ພ້ອມທັງ ໂອ້ລົມຕໍ່ພິທີ, ເຊິ່ງທ່ານ ໄດ້ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຝຶກຝົນຫຼ່ໍຫຼອມຕົນເອງໃນທຸກດ້ານ ເພື່ອເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ຈາກນັ້ນ, ຜູ້ຕາງໜ້າຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນໃໝ່ ກໍໄດ້ຂຶ້ນກ່າວຮັບຄຳໂອວາດ ແລະ ໃຫ້ຄຳໝັ້ນສັນຍາ ທີ່ຈະຕັ້ງໜ້າປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດ ຢ່າງມີປະສິດທິພາບສູງສຸດ.
ຂ່າວ: ບຸນພະຈັນ.
ພາບ: ຄຳໂຖ


