ໃນວັນທີ 6 ເມສາ 2025 ນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການສ້ອມແປງຫຼັງຄາຟື້ນຟູກົມກອງ ຢູ່ກອງພັນໃຫຍ່ 11, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ສົມແພງ ແກ້ວສິລາ ຫົວໜ້າການທະຫານກອງພັນໃຫຍ່ 11 ພ້ອມດ້ວຍຄະນະ.

ສະຫາຍ ພັນເອກ ສົມແພງ ແກ້ວສິລາ ກໍ່ໄດ້ລາຍງານໂດຍຫຍໍ້ຕໍ່ກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການສ້ອມແປງຟື້ນຟູກົມກອງພາຍຫຼັງໄດ້ຮັບການຊ່ວຍເຫຼືອດ້ານກຳລັງອອກແຮງງານຈາກກົມກອງເພື່ອນ ກໍ່ໄດ້ຈັດຕັ້ງກຳລັງຮື້ຖອນກະເບື້ອງທີ່ແຕກອອກພ້ອມທັງອະນາໄມເກັບມ້ຽນ ເພື່ອໃຫ້ບໍລິສັດຜູ້ຮັບເໜົາເຂົ້າມາສ້ອມແປງ ເຊິ່ງມາຮອດປັດຈຸບັນແມ່ນສາມາດຮື້ຖອນຫຼັງຄາເກົ່າ ແລະ ເສີມເຫຼັກໂຄງຫຼັງຄາໄດ້ 75%, ສາມາດມຸງໄດ້ 20%.

ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກໍ່ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ເອົາໃຈໃສ່ລົງຕິດຕາມກວດກາການສ້ອມແປງ ແລະ ອະນາໄມ ໃຫ້ເປັນປົກກະຕິ ພ້ອມທັງເຮັດວຽກງານການເມືອງແນວຄິດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມສາມັກຄີອົດທົນຜ່ານຜ່າຄວາມຫຍຸ້ງຍາກ ພ້ອມກັນເຮັດສຳເລັດໜ້າທີ່ຟື້ນຟູກອງພັນໃຫຍ່ 11 ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໂດຍ: ປິ່ນ


