ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

Apr 9, 2026

ພິທີມອບ-ຮັບເງິນຊ່ວຍເຫຼືອ ຈາກພາກທຸລະກິດ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ແຂວງຄຳມ່ວນ ແລະ ແກ້ໄຂຜົນກະທົບຈາກພາຍຸໝາກເຫັບ ຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 8 ເມສາ 2026, ຕາງໜ້າຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງໆຄໍາມ່ວນ ແລະ ທ່ານ ສິລີລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມເປັນສັກຂີພິຍານ.
May be an image of one or more people and text May be an image of one or more people, dais and text
ພາກສ່ວນທີ່ນຳເງິນມາມອບຊ່ວຍເຫຼືອແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ແຂວງຄຳມ່ວນ ເພື່ອສົມທົບທຶນສ້າງເຮືອນໃຫ້ປະຊາຊົນຢູ່ ບ້ານລະກາ ເມືອງນາກາຍ ແລະ ບ້ານຕະລົວ ເມືອງບົວລະພາ ປະກອບມີ: ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 2,8 ຕື້ກີບ, ກຸ່ມບໍລິສັດນິກສັນ ພັດທະນາແຮ່ທາດ ຈໍາກັດ, ກຸ່ມບໍລິສັດ PPST, ທະນາຄານ JDB ມະຫາຊົນ ແລະ ບໍລິສັດ ຄຳມ່ວນການລົງທຶນ ຈຳກັດຜູ້ດຽວ ພາກສ່ວນລະ 1 ຕື້ກີບ ລວມມູນຄ່າທັງໝົດ 6,8 ຕື້ກີບ ຕາງໜ້າຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງໆຄໍາມ່ວນ. ພ້ອມນັ້ນ, ຍັງມີບໍລິສັດ ຈະເລີນຊັບ ຍິ່ງຈະເລີນ ມາຍນິ້ງ ຈຳກັດຜູ້ດຽວ ແລະ ບໍລິສັດ ເຈພີຊີ ມາຍນິ້ງ ຈຳກັດ ມອບເງິນ ບໍລິສັດລະ 1 ຕື້ກີບ ເພື່ອແກ້ໄຂຜົນກະທົບຈາກພາຍຸໝາກເຫັບ ຢູ່ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ສິລີລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ.
May be an image of one or more people and text May be an image of one or more people, dais and text
ໃນໂອກາດນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ພາກສ່ວນຕ່າງໆ ທີ່ໄດ້ມີຈິດໃຈໂອບເອື້ອອາລີ, ເອື້ອເພື້ອເຜື່ອແຜ່, ເສຍສະລະ, ເປັນຫ່ວງເປັນໄຍ ນຳເອົາເງິນຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ຊຶ່ງເປັນການໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ, ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ, ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ, ກໍໄດ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງນຳໃຊ້ ດ້ວຍຄວາມໂປ່ງໃສ ແລະ ເຖິງເປົ້າໝາຍ ຢ່າງແທ້ຈິງ.
May be an image of one or more people and text