ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາ ແລະ ມວນຊົນຊາວນະຄອນຫຼວງອັງເຊີນພະຄຳລົງມາຫົດສົງນໍ້າໂອກາດບຸນປີໃໝ່ລາວ

Apr 15, 2026

ໃນຕອນແລງວັນທີ 14 ເມສາ 2026 ທີ່ເດີ່ນກົມມະລຽນດ້ານ ໃນພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີອັງເຊີນພະພຸດທະຮູບຄຳ ລົງມາຫົດສົງນໍ້າໃນໂອກາດບຸນປີ ໃໝ່ລາວ ພສ 2569 ຈັດ ເປັນປະທານຂອງ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນວ ມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນການອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ພ້ອມ ພະເຖລານຸເຖລະ ມີ ທ່ານ ຄຳໄຫຼ ສີປະເສີດ ຮອງປະທານສູນການແນວລາວສ້າງຊາດ ບັນດາທ່ານຮອງປະທານຄະນະກຳມະການປົກຄອງ ນວ ບັນດາການນໍາ ນວ ການນໍາເມືອງໄຊເສດຖາ ຫົວໜ່ວຍທຸລະກິດບໍລິສັດຫ້າງຮ້ານ ແລະ ມວນຊົນຊາວ ນວ ເຂົ້າຮ່ວມ.
May be an image of one or more people and temple May be an image of temple
ໃນພິທີໄດ້ຈັດທາງສາສະໜາເພື່ອອາລາດທະນາອັງເຊີນພະພຸດທະສຸວັນສາທານທຳມິກະຣາດລົງສູ່ແທ່ນ (ອັງເຊີນພະຄຳປະທັບຢູ່ຫໍ) ໄຕ້ທຽນໄຊບູຊາລັດຕະນະໄຕປ່າວສັກເຄ ໄຫວ້ພະຮັບສິນ ກ່າວຄຳຖວາຍນໍ້າຫົດສົງ ປັດໄຈເຄື່ອງໄຊຍະທານ ສູດປະຣິຕະມຸງຄຸນ ເຄນບ້າງປັດໄຈ ຄະຣາວະພະຣັດຕະນະໄຕ ກ່າວອານຸໂມ ທະນາໂອກາດທຳ ແລະ ຮັບພອນຍາດນໍ້າ ຈາກນັ້ນທ່ານປະທານພິທີພ້ອມດ້ວຍພະເຖລານຸເຖລະໄດ້ຂຶ້ນໄປອັງເຊີນພະອົງຄຳລົງ ມາສູ່ແທ່ນເພື່ອໃຫ້ພະເຖລານຸເຖະລະ ການນໍາ ແລະ ມວນຊົນຊາວ ນວ ກໍຄືຜູ້ທີ່ເຂົ້າຮ່ວມພິທີໄດ້ຫົດນໍ້າອົບນໍ້າຫອມ ແລະ ນໍ້າສະອາດ ເພື່ອໃຫ້ພະພຸດທະຮູບອົງຄຳທີ່ເປັນພະຄູ່ບ້ານຄູ່ເມືອງທີ່ປະທັບຢູ່ພະທາດຫຼວງວຽງຈັນໄດ້ຢູ່ເຢັນເປັນສຸກຕະຫຼອດໄປ ພາຍຫຼັງເອົາລົງມາໃຫ້ມວນຊົນຫົດສົງນໍ້າຕາມຮີດຄອງປະເພນີແລ້ວກໍໄດ້ອັງເຊີນກັບສະຖານທີ່ເດີມ.
May be an image of temple May be an image of one or more people, temple and text
ນອກຈາກນີ້ໃນພິທີຍັງໄດ້ຈັດໃຫ້ມີພິທີຫົດນໍ້າພະສົງທີ່ເຂົ້າຮ່ວມພິທີຕື່ມອີກ ໂດຍມີການນໍາ ແລະ ມວນຊົນຊາວ ນວ ພາກັນຫົດນໍ້າອົບນໍ້າຫອມ ແລະ ນໍ້າສະອາດ ອັນໄດ້ເຮັດໃຫ້ບັນຍາກາດເຕັມ ໄປດ້ວຍຄວາມເບີກບານມ່ວນຊື່ນຮັກສາໄດ້ວັດທະນະທຳຮີດ ຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ປີໜຶ່ງມີໜຶ່ງຄັ້ງນັ້ນກໍ ຄືໂອກາດບຸນປີໃໝ່ລາວ ຫຼື ບຸນກຸດສົງການ.
May be an image of temple May be an image of one or more people and temple
May be an image of one or more people and temple May be an image of temple
May be an image of temple May be an image of one or more people and temple
May be an image of one or more people and temple
ຂ່າວ: ວຽງຈັນໃໝ່