ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີແຫ່ນາງສັງຂານ​ ແລະ​ ສົງນໍ້າພະພຸດທະຮູບ​ ຢູ່ນະຄອນປາກເຊ​ ແຂວງຈຳປາສັກ

Apr 15, 2026

ວັນທີ 14 ເມສາ 2026​ ເປັນມື້ສັງຂານລ່ວງ ຂອງບຸນປີໃໝ່ລາວ ພສ 2569​,​ ຄະນະພັກ​-​ຄະນະກໍາມະການປົກ ຄອງ​ແຂວງຈໍາປາສັກ​ ຮ່ວມກັບ​ ອົງການພຸດທະສາສະໜາສໍາພັນລາວແຂວງ,ຄະນະພັກ​-​ຄະນະກໍາມະການປົກຄອງ​ນະຄອນປາກເຊ, ການຈັດຕັ້ງທຸກພາກສ່ວນ ແລະ​ ຊາວນະຄອນປາກເຊ ໄດ້ຈັດພິທີແຫ່ນາງສັງຂານ ແລະ ສົງນໍ້າພະພຸດທະຮູບ​ ຂຶ້ນ​ຢ່າງຄຶກຄື້ນມ່ວນຊື່ນ ແລະ​ ຖືກຕ້ອງສອດຄ່ອງກັບຮີດຄອງປະເພນີ ໂດຍໄດ້ຮັບຄວາມເມດຕາເຂົ້າຮ່ວມຝ່າຍສົງ ມີພະອາຈານມະຫາ ສຸວັນ ຈັນທະຣາຊ ຜູ້ຊີ້ນຳວຽກງານອົງການພຸດທະສາສະໜາ​ (ອພສ)​ ບັນດາແຂວງພາກໃຕ້ ປະທານ ອພສ ແຂວງຈຳປາສັກ ປະທານຝ່າຍຄາລະວາດ, ມີ ທ່ານ ປອ ດຣ ວັນນະ​ໄຊ​ ຊາດຕະກຸນ​ ກໍາມະການສໍາຮອງສູນກາງພັກ ຮອງລັດຖະມົນຕີກະຊວງສາທາລະນະສຸກ,​ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງຈຳປາສັກ, ທ່ານ​ ປອ ສຸກສະຫວັນ​ ວິໄລວົງ​ ປະທານ​ຄະນະ​ກຳມະການ​ປົກຄອງ​ແຂວງ,​ ທ່ານ​ ຄອນສະຫວັນ​ ວັນນິວົງຄໍາ ຮັກສາການເລຂາຄະນະບໍລິການງານພັກນະຄອນປາກເຊ, ທ່ານ​ ສຸກວິໃສ ສີສົມຫວັງ​ ປະທານ​ຄະນະ​ກໍາມະ​ການປົກຄອງນະຄອນປາກເຊ.​ ມີການນຳພະແນກການກົມກອງອ້ອມຂ້າງແຂວງ,​ ການນໍານະຄອນປາກເຊ​, ພະນັກງານ – ລັດ​ຖະກອນ,​ ຫົວໜ່ວຍ​ທຸລະກິດ,​ ຜູ້​ປະກອບ,​ ຫ້າງຮ້ານ​ຕ່າງ, ຄະນະພັກ​ -​ ຄະນະກໍາມະການປົກຄອງ​ບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຊວງຈໍາປາສັກ ຕະຫຼອດຮອດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
May be an image of temple May be an image of one or more people and text
ການຈັດງານບຸນປີໃໝ່ລາວ​ ພສ 2569,​ ຄສ 2026 ທີ່ນະຄອນປາກເຊ​ ແຂວງ​ຈໍາປາສັກ​ ນີ້​ ຈັດຂຶ້ນຕາມຮີດຄອງປະເພນີອັນດີງາມຂອງຊາວນະຄອນປາກເຊ ແຂວງຈໍາປາ ສັກ ກໍຄື ຂອງປະເທດຊາດ​ ທັງເປັນການເປີດການທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດພາຍໃນນະຄອນ ເຊິ່ງມີຂະບວນແຫ່​ຕ່າງໆ​ ລວມທັງໝົດ 8 ຂະບວນໃຫຍ່ ນຳໂດຍຂະບວນພະພຸດທະຮູບ, ຂະບວນແຫ່ນາງສັງຂານ ຫຼື ນາງທັງ 7 ເອກະລັກຂອງງານບຸນ​ປີໃໝ່ລາວ,​ ຂະບວນແຫ່ພາຂັວນໃຫຍ່ ເອກະລັກຂອງນະຄອນປາກເຊ,​ ຂະບວນແຫ່​ ກຸ່ມບໍລິສັດ​ ທ່ອງທ່ຽວ,​ ຂະບວນແຫ່ຂອງ ກຸ່ມທະນາຄານ, ສະພາການຄ້າ ແລະ ອູດສາຫະກໍາແຂວງ,​ຂະບວນແຫ່ຂອງມວນຊົນ​ຊາວນະຄອນປາກເຊ ຕາງໜ້າປະຊາຊົນບັນດາເຜົ່າແຕ່ລະບ້ານ,​ ຂະບວນແຫ່ຂອງນັກຮຽນ​ – ນັກສຶກສາ​ ຈາກໂຮງຮຽນ​ ແລະ​ ສະຖາບັນການສຶກສາຕ່າງໆ,​ ມີຈໍານວນພົນເຂົ້າຮ່ວມຂະບວນແຫ່ 2.569 ຄົນ,​ ຂະບວນແຫ່ນາງສັງຂານ​ ພ້ອມດ້ວຍຂະບວນແຫ່ຕ່າງໆ ໄດ້ເຄື່ອນທີ່ຈາກໜ້າຫ້ອງວ່າການປົກຄອງນະຄອນ ເຂົ້າສູ່ວັດຫຼວງ.​ ຈາກນັ້ນ​, ກໍມີການຫົດສົງນໍ້າພະພຸດທະຮູບ,​ ຫົດສົງຄູບາອາຈານ,​ ຫົດສົງອວຍພອນ ເຊິ່ງກັນ​ ແລະ​ ກັນ,​ ມີເຖົ້າແກ່ແນວໂຮມນ້ອຍໜຸ່ມຍິງຊາຍ,​ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫົດສົງຢ່າງຫຼວງຫຼາຍ.​
May be an image of street and text May be an image of one or more people, crowd and text
ຄຽງຄູ່ກັນນີ້, ກໍ​ກິດຈະກຳສະເຫຼີມສະຫຼອງບຸນປີໃໝ່ຕິດພັນກັບການສົ່ງເສີມການທ່ອງທ່ຽວແຕ່ວັນທີ 14 – 16 ເມສາ 2026 ໂດຍໄດ້ກຳນົດຖະໜົນຮົ່ມເຢັນ 3 ເສັ້ນຄື: ເສັ້ນທາງທີ 1 ເສັ້ນທາງແຄມຂອງ ແຕ່ 3 ແຍກປາກເຊ ເຊັນເຕີປາກ ຫາ 3 ແຍກ ປາກຫ້ວຍເດື່ອ; ເສັ້ນທາງ ທີ 2 ເລີ່ມແຕ່ໜ້າຮ້ານສິລິສົມບູນ (ຮ້ານແຄນນອນ) ຫາເສັ້ນທາງສີ່ແຍກ ບ້ານຮ່ອງຂະຍອມ; ເສັ້ນທາງທີ 3 ເລີ່ມແຕ່ ສີ່ແຍກໄຟແດງໂຮງຮຽນ ມສ ໂພນໄຊ ຫາ ສີ່ແຍກໄຟແດງ ບ້ານຮ່ອງຂະຍອມ.​
ນອກນີ້​, ຍັງມີກິດຈະກໍາບັນເທີງ, ສວນອາຫານ, ມີວສິກໂຊນ/ບູດເບຍ, ຄອນເສີດ ແລະ ອື່ນໆ ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ​ ພສ​ 2568​ ແລະ​ ຕ້ອນຮັບ​ປີໃໝ່​ລາວ​ ພສ​ 2569​ ໃຫ້ມີບັນຍາກາດຄຶກຄື້ນ​ ແລະ​ ມີເນື້ອໃນຄວາມໝາຍເລິກເຊິ່ງ.
May be an image of one or more people and crowd May be an image of ‎one or more people and ‎text that says '‎ENS هع PE월 ฉะบอบ 2ะบอมแท่มางสังวาม พส 2569 มะถอมปาวเ2 แ2องจำปาสัท Miss Songkran Processing Pakse City Champasak Province INI HийyKa ท่อ)‎'‎‎
May be an image of one or more people and text May be an image of one or more people and temple
May be an image of temple May be an image of one or more people, temple and text
ຂ່າວ​-ພາບ​: ທູນທອງໃຈ