ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາວບ້ານຜານົມ ນະຄອນ ຫຼວງພະບາງ ຈັດງານບຸນປະເພນີ “ປ່ອຍເດືອນ ຫົກ ຕົກນ້ຳປີໃໝ່” ເຜົ່າໄຕລື້ ຢ່າງມ່ວນຊື່ນ

Apr 15, 2026

ວັນທີ 15 ເມສາ 2026 ນີ້, ທີ່ ບ້ານຜານົມ ນະຄອນ ຫຼວງພະບາງ ໄດ້ຈັດງານບຸນປະເພນີ “ປ່ອຍເດືອນ ຫົກ ຕົກນ້ຳປີໃໝ່” ຂອງພີ່ນ້ອງຊາວເຜົ່າໄຕລື້ຢ່າງຄຶກຄື້ນ, ເພື່ອເປັນການອະນຸລັກຮັກສາ ແລະສົ່ງເສີມມູນເຊື້ອວັດທະນະທຳອັນລ້ຳຄ່າ ໃຫ້ຄົງຢູ່ຕະຫຼອດໄປ. ມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ພ້ອມດ້ວຍບັນດາການນຳຂັ້ນແຂວງ, ນະຄອນ ຫຼວງພະບາງ, ມວນຊົນທັງພາຍໃນ ແລະຕ່າງປະເທດ, ຕະຫຼອດຮອດ ປະຊາຊົນຊາວເຜົ່າໄຕລື້ເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ ທ່ານ ນາງ ສູກສາຄອນ ດາວົງ ນາຍບ້ານຜານົມ ໄດ້ລາຍງານປະຫວັດຄວາມເປັນມາ, ຂອງຊາວເຜົ່າໄຕລື້ ບ້ານຜານົມ ແມ່ນມີຮາກເຫງົ້າມາຈາກເຂດສິບສອງປັນນາ ແລະໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ດິນແດນຫຼວງພະບາງຕັ້ງແຕ່ປີ ຄສ 1829 ໃນສະໄໝເຈົ້າຊີວິດມັງທາຕຸລາດ. ປັດຈຸບັນ, ບ້ານຜານົມມີ 380 ຄອບຄົວ, ພົນລະເມືອງ 1,682 ຄົນ, ປະຊາຊົນມີອາຊີບຫັດຖະກຳຕ່ຳແຜ່ນແພ ທີ່ສືບທອດມາຫຼາຍເຊັ່ນຄົນ, ສາມາດສ້າງລາຍຮັບໃຫ້ແກ່ບ້ານ ໃນປີຜ່ານມາໄດ້ສູງເຖິງ 81 ຕື້ກີບ, ດ້ວຍຄວາມເຂັ້ມແຂງ ໃນການພັດທະນາ, ບ້ານຜານົມຈຶ່ງໄດ້ຮັບນາມມະຍົດເປັນບ້ານວັດທະນະທຳ, ບ້ານສາທາລະນະສຸກ, ບ້ານປ້ອງກັນຄວາມສະຫງົບດີ ແລະບ້ານທ່ອງທ່ຽວຕົວແບບຂອງແຂວງ. ໂອກາດອັນເປັນສິລິມຸງຄຸນ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງ ໄດ້ຮ່ວມກັນ ຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ເພື່ອເປີດງານບຸນຢ່າງເປັນທາງການ. ຫຼັງຈາກນັ້ນ, ໄດ້ຮັບຊົມການສະແດງສິລະປະວັນນະຄະດີ ທີ່ເປັນເອກະລັກສະເພາະຂອງຊາວໄຕລື້ ເຊິ່ງສະແດງໂດຍ ນັກຮຽນ ແລະຊາວບ້ານຜານົມ ເຊັ່ນ: ການຟ້ອນກ້ຽວສາວລື້ ແລະຟ້ອນມວຍລາຍລື້: ທີ່ສະແດງເຖິງຄວາມອ່ອນຊ້ອຍແຕ່ເຂັ້ມແຂງ ຕາມວິຖີຊີວິດຊາວລື້ແບບດັ້ງເດີມ, ການເດີນແບບຊຸດອາພອນໄຕລື້ ທີ່ສ້ອງແສງໃຫ້ເຫັນຄວາມງາມຂອງຜ້າໄໝ ແລະຜ້າຝ້າຍທີ່ຕ່ຳດ້ວຍມືຢ່າງປະນີດ, ການເດີນແບບຊຸດ “Recycle” ຫຼື ຊຸດປະຍຸກສີ່ງເສດເຫຼືອ ມາປະດິດສ້າງເປັນຊຸດທີ່ສວຍງາມ ແລະທັນສະໄໝ ຈາກນັກຮຽນ ເພື່ອສື່ສານເຖິງການອະນຸລັກສິ່ງແວດລ້ອມ ຄວບຄູ່ໄປກັບການຮັກສາວັດທະນະທຳ. ງານບຸນ “ປ່ອຍເດືອນ ຫົກ ຕົກນ້ຳປີໃໝ່” ໃນຄັ້ງນີ້ ແມ່ນການສະແດງໃຫ້ເຫັນເຖິງຄວາມສາມັກຄີປອງດອງ ແລະຄວາມພາກພູມໃຈໃນມູນເຊື້ອອັນດີງາມຂອງຊາວເຜົ່າໄຕລື້ ບ້ານຜານົມ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະສົ່ງເສີມການທ່ອງທ່ຽວວັດທະນະທຳລາວ ໃຫ້ກ້າວໄກສູ່ສາກົນ.
May be an image of speaker, dais and text May be an image of one or more people and dais
May be an image of one or more people, batik-print clothing and text No photo description available.
May be an image of one or more people, temple and text May be an image of dais and wedding
May be an image of dais and text that says 'ฮัมดีต้อมรับ ส่วามบูมปะเพมี เฮ้าไตล์ ชามิญย้ามอัดทยุมะทำ ผามิฒ' May be an image of text that says 'ยิมดีต้อมรับ สงามบุมประพมี เตร็าไตล์ ฝามิม บ้ามฮัดทะมะทำ ทำ 特の安'
May be an image of text May be an image of one or more people and temple
ຂ່າວ-ພາບ: ເພັດສາຄອນ ສິມມະວົງ