ຕອນເຊົ້າຂອງວັນທີ 16 ເມສາ 2026 ນີ້, ເຊິ່ງເປັນມື້ສັງຂານຂຶ້ນ ຫຼື ມື້ເລີ່ມຕົ້ນສັງກາດໃໝ່ ຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569, ກົງກັບມື້ແຮມ 14 ຄໍ່າ ເດືອນ 5 ລາວ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍ ພັນລະຍາ ໄດ້ຮ່ວມໃສ່ບາດຢາດນໍ້າ ເພື່ອເປັນສິລິມຸງຄຸນ ທີ່ໜ້າວັດແສນ ສຸຂາຣາມ ນະຄອນ-ຫຼວງພະບາງ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາພັກແຂວງຫລວງພະບາງ ພ້ອມດ້ວຍພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທັງນີ້, ກໍເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ ກໍຄື ຂອງຊາວຫຼວງພະບາງ ທີ່ໄດ້ປະຕິບັດສືບທອດກັນມາແຕ່ດົນນານ. ການຮ່ວມໃສ່ບາດໃນຄັ້ງນີ້ ບໍ່ພຽງແຕ່ເປັນການບໍາເພັນກຸສົນຕາມຫຼັກພຸດທະສາສະໜາ ເນື່ອງໃນໂອກາດປີໃໝ່ເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີປອງດອງ ແລະ ການເອົາໃຈໃສ່ຂອງການນໍາພັກ-ລັດ ໃນການສົ່ງເສີມວັດທະນະທໍາ-ຮີດຄອງປະເພນີ ແລະ ການທ່ອງທ່ຽວລາວ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ.

ພາຍຫຼັງສໍາເລັດການໃສ່ບາດ, ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ກ່າວຄຳອວຍພອນໄຊອັນປະເສີດແດ່ການນໍາແຂວງ ແລະ ປະຊາຊົນບັນດາເຜົ່າຫຼວງພະບາງ ໃຫ້ມີຄວາມສຸກ, ມີສຸຂະພາບເຂັ້ມແຂງ ແລະຮ່ວມກັນພັດທະນາເສດຖະກິດ- ສັງຄົມຂອງແຂວງ ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນໃນສົກປີໃໝ່ນີ້.
ຂ່າວ: ເພັດສາຄອນ ສິມມະວົງ


