ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດນຳໃຊ້ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ

Apr 23, 2026

ໃນຕອນແລງວັນທີ 20 ເມສາ 2026 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ມີພິທິເປີດນຳໃຊ້ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລວັດ ລາວ-ຈີນ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ, ການນຳແຂວງຫຼວງນໍ້າທາ, ການນຳແຂວງຢູນໜານ ສປ ຈີນ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການເຊື່ອມຕໍ່ສາຍສົ່ງ 500 ກິໂລວັດ ລາວ-ຈີນ ຈາກສະຖານີໄຟຟ້າ ທີ່ເມືອງນາໝໍ້, ແຂວງອຸດົມໄຊ ຫາສະຖານີເຂດສິບສອງປັນນາ, ແຂວງຢູນໜານ ສປ ຈີນ ມີຄວາມຍາວ 177.5 ກິໂລແມັດ, ເປັນຂີດໝາຍສໍາຄັນ ໃນການຮ່ວມມືຍຸດທະສາດດ້ານພະລັງງານໄຟຟ້າ ລະຫວ່າງ ລາວ-ຈີນ ກໍ່ຄືການສ້າງຂີດຄວາມສາມາດໃນການຊ່ວຍເຫຼືອດ້ານພະລັງງານໄຟຟ້າເຊິ່ງກັນ ແລະ ກັນ ແບບສອງທິດທາງ ໂດຍຈະສາມາດສົ່ງອອກ-ນຳເຂົ້າ ພະລັງງານໄຟຟ້າໄດ້ສະເລ່ຍ 3 ຕື້ກິໂລວັດໂມງຕໍ່ປີ, ເຮັດໃຫ້ການສົ່ງພະລັງງານໄຟຟ້າ ໄດ້ເປັນວົງກວ້າງ, ວ່ອງໄວ ແລະ ເກີດປະສິດທິຜົນສູງ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ລາວ-ຈີນ ຕາມທິດສີຂຽວ ແລະ ຍືນຍົງ.