ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າ ຄອສພ ຕ້ອນຮັບທູດ ສປ ຈີນ ປະຈໍາ ສປປ ລາວ

Apr 23, 2026

 

ວັນທີ 22 ເມສານີ້ ທີ່ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມຄະນະ, ໂດຍມີຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ເພື່ອສະແດງຄວາມຍິນດີ, ຊົມເຊີຍ ທ່ານ ຄໍາພັນ ເຜີຍຍະວົງ ທີ່ໄດ້ຮັບຕໍາແໜ່ງໃໝ່ເມື່ອບໍ່ດົນຜ່ານມານີ້. ພ້ອມນັ້ນ, ປີນີ້ ກໍເປັນປີທີ່ສໍາຄັນຂອງສອງປະເທດລາວ-ຈີນ ຊຶ່ງເປັນປີສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ ເພື່ອຮັດແໜ້ນສາຍພົວພັນຮ່ວມມືໃນຕໍ່ໜ້າ.

ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈນໍາ ທ່ານ ນາງ ຟາງ ຫົງ ທີ່ໄດ້ມາອວຍພອນໃນຄັ້ງນີ້, ໃນໄລຍະຜ່ານມາລາວ-ຈີນ ກໍຄື ຄອສພ ໄດ້ມີການພົວພັນຮ່ວມມືອັນດີງາມໃນວຽກງານຕ່າງໆຕະຫຼອດຜ່ານມາ. ໃນຫວ່າງບໍ່ດົນມານີ້ກໍຈັດກິດຈະກຳສາຍຮູບເງົາລາວ-ຈີນຢູ່ນະຄອນຫຼວງວຽງຈັນຂຶ້ນ ເພື່ອສະເຫຼີມສະຫຼອງປີສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ຊຶ່ງເຫັນວ່າມີບັນຍາກາດທີ່ດີ, ຄອສພ ຍັງໄດ້ແຈ້ງການກະກຽມ ຈັດກິດຈະກຳຮ່ວມກັບພາກສ່ວນກ່ຽວຂ້ອງຕື່ມອີກກ່ຽວກັບການຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໃນວັນທີ 24 ເມສາ 2026 ນີ້ ໃຫ້ທ່ານທູດ ສປ ຈີນ ປະຈໍາລາວ ໄດ້ຮັບຊາບ. ພ້ອມນັ້ນ, ຈະໃຫ້ສື່ມວນຊົນພາກສ່ວນຕ່າງໆສືບຕໍ່ໂຄສະນາວຽກງານດັ່ງກ່າວໃຫ້ກວ້າງຂວາງ, ເລິກເຊິ່ງຕື່ມອີກ, ພ້ອມຈະມີການຈັດສໍາມະນາໃນຫົວຂໍ້ສໍາຄັນຕ່າງໆ. ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ສະແດງຄວາມຂອບໃຈນໍາທ່ານທູດ, ພ້ອມຄະນະ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອ ຄອສພ ຕະຫຼອດໄລຍະຜ່ານມາ ແລະ ຍິນດີໃຫ້ການພົວພັນຮ່ວມມືໃນວຽກງານຕ່າງໆໃນຕໍ່ໜ້າໂດຍສະເພາະວຽກງານໂຄສະນາ, ສື່ມວນຊົນໃຫ້ນັບມື້ສະໜິດແໜ້ນຂຶ້ນເປັນກ້າວໆ.

ທ່ານ ນາງ ຟາງ ຫົງ ໄດ້ກ່າວສະແດງຄວາມຂອບໃຈນໍາ ທ່ານ ຄໍາພັນ ເຜີຍຍະວົງ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມຍິນດີສືບຕໍ່ໃຫ້ການພົວພັນຮ່ວມມືໃນວຽກງານຕ່າງໆໃນຕໍ່ໜ້າໃຫ້ ແໜ້ນແຟ້ນຂຶ້ນເລື້ອຍໆ.

ຂ່າວ: ປຊຊ