ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົບປະສອງຝ່າຍ ກ່ຽວກັບໂຄງການຮ່ວມມືວຽກງານແຜນທີ່ ລາວ-ຫວຽດນາມ

Apr 23, 2026

ໃນວັນທີ 22 ເມສາ 2026, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມພົບປະສອງຝ່າຍ ກ່ຽວກັບໂຄງການຮ່ວມມືວຽກງານແຜນທີ່ ລາວ-ຫວຽດນາມ, ຊຶ່ງຝ່າຍລາວ ນໍາໂດຍທ່ານ ວີແກ້ວ ບຸບຜາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມນຳໂດຍທ່ານ ນາງ ຫງວຽນ ທິ ເຟືອງ ຮົວ (Ms. Nguyen Thi Phuong Hoa), ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສສ ຫວຽດນາມ ໂດຍມີຄະນະກົມ ແລະ ພະນັກງານກົມແຜນທີ່ຂອງ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ເປັນເອກະພາບ ຕໍ່ແຜນການກະກຽມ ແລະ ນຳສະ ເໜີໂຄງການ “ປັບປຸງຕາໜ່າງເຄົ້າລະດັບສູງແຫ່ງຊາດລາວ” ໂດຍທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ທີ່ນອນຢູ່ແຜນການຮ່ວມມື 2 ຂະແໜງການວັດແທກແຜນທີ່ ລາວ-ຫວຽດນາມ ກໍ່ຄື ກົມແຜນທີ່ແຫ່ງຊາດ ສປປ ລາວ ກັບ ກົມວັດແທກແຜນທີ່ ແລະ ຂ່າວສານພູມສາດຫວຽດນາມ ໂດຍຜ່ານການເຫັນດີເປັນເອກະພາບ ແລະ ສ້າງບົດບັນທຶກຮ່ວມກັນ ໃນແຕ່ລະໄລຍະ ຄື: ປີ 2018, 2022, 2023, 2024 ແລະ 2025. ເພື່ອເຮັດໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການຮ່ວມມື ທີ່ໄດ້ກຳນົດໄວ້ໃນໄລຍະຜ່ານມາ, ສອງຝ່າຍ ຈຶ່ງໄດ້ມາປຶກສາຫາລື ເປັນເອກະພາບ ຕໍ່ແຜນການນໍາສະເໜີໂຄງການ “ປັບປຸງຕາໜ່າງເຄົ້າລະດັບສູງແຫ່ງຊາດລາວ” ເພື່ອຂໍອະນຸມັດຈັດຕັ້ງປະຕິບັດໃນທ້າຍປີ 2026.