ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 27 ເມສາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານ ຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ເຂົ້າຮ່ວມແບບເຊິ່ງໜ້າ; ແລະ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ຂອງປະທານ, ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພຶດສະພາ 2026.

ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກໍາລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ຢູ່ໃນໄລຍະທີ່ຫຼາຍແຂວງ ຈັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ. ຄຽງຄູ່ກັນນັ້ນ ກໍ່ຢູ່ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງ ຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງ ຢູ່ປະເທດລາວເຮົາ ໂດຍສະເພາະ ລາຄາສິນຄ້າ, ການຂົນສົ່ງ ແລະ ອື່ນໆ. ສະນັ້ນ ຕ້ອງມີມາດຕະການແກ້ໄຂແຕ່ຫົວທີ ໃຫ້ທັນການ ເພື່ອຫຼຸດຜ່ອນຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 02 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ຄື: ວຽກງານພົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2026 ຂອງລັດຖະບານ; ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລວມທັງ ສະພາບອຸບັດຕິເຫດ, ອັກຄີໄພ ແລະ ບັນດາປະກົດການຫຍໍ້ທໍ້ ໃນໄລຍະບຸນປີໃໝ່ລາວ; ຄວາມຄືບໜ້າໃນການປັບປຸງສ້ອມແປງເສັ້ນທາງໃນທົ່ວປະເທດ; ການແກ້ໄຂຜົນກະທົບຈາກພະຍຸໝາກເຫັບ; ການກະກຽມຕ້ານໄພແຫ້ງແລ້ງ; ສະພາບໄຟໄໝ້ປ່າ, ການຖາງປ່າ-ຈູດປ່າ, ການແກ້ໄຂບັນຫາໝອກຄວັນ (PM 2.5), ພ້ອມທັງ ສະເໜີມາດຕະການແກ້ໄຂ; ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດເປັນໂອກາດ ເພື່ອນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ; ການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດທະນາແຮ່ທາດໃນຕໍ່ໜ້າ ບົນພື້ນຖານການກວດກາ ແລະ ປະເມີນໂຄງການ ທີ່ໄດ້ອະນຸມັດຜ່ານມາ; ສະພາບອັດຕາແລກປ່ຽນ, ເງິນເຟີ້ ແລະ ມາດຕະການແກ້ໄຂ.

ຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີ (2026-2035) ແລະ ວີໄສທັດຮອດປີ 2045.
ຮ່າງດຳລັດ ວ່າດ້ວຍການຖອນສິດນໍາໃຊ້ທີ່ດິນ.
ຮ່າງດຳລັດ ວ່າດ້ວຍກອງທຶນ ກັນ ແລະ ຄວບຄຸມເຊື້ອພະຍາດເອດ (HIV).
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມທາງໄກ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ມີທາງອອກທີ່ຈະແຈ້ງ, ເຮັດໃຫ້ກອງປະຊຸມ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.


