ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄຂຂຶ້ນຢ່າງເປັນທາງການ

Apr 28, 2026

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ດຳເນີນ ພາຍໃຕ້ຄໍາຂັວນ ຍົກສູງບົດບາດຂອງແນວລາວສ້າງຊາດສູ່ຄຸນນະພາບໃໝ່ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກຳລັງແຮງຂອງທົ່ວປວງຊົນທັງຊາດເຂົ້າໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 28 ເມສາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ມີບັນດາຜູ້ນໍາພັກ-ລັດ, ອາດີດການນໍາຂັ້ນສູງພັກ-ລັດ ແລະຜູ້ແທນກອງປະຊຸມ.
May be an image of text May be an image of studying and table
ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ມີຄໍາເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ຈະໄດ້ສະຫຼຸບຕີລາຄາໝາກຜົນການຈັດຕັ້ງປະຕິບັດວຽກງານຂອງກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XI ຂອງສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດແຕ່ລະຂັ້ນ ໃນທົ່ວປະເທດໃນການປະຕິບັດ ພາລະບົດບາດຂອງຕົນຕະຫຼອດໄລຍະ 5 ປີທີ່ຜ່ານມາ. ແນວລາວສ້າງຊາດໃນທົ່ວປະເທດ ໄດ້ເປັນໃຈກາງເຕົ້າໂຮມມະຫາສາມັກຄີທົ່ວປວງຊົນລາວທັງຊາດ, ເຮັດໜ້າທີ່ ປະສານສົມທົບກັບອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ໃນການປຸກລະດົມຊຸກຍູ້ປະຊາຊົນລາວບັນດາເຜົ່າ ປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຊຸກຍູ້ການຜະລິດ, ການປູກ-ການລ້ຽງ, ສ້າງລາຍຮັບ, ສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າເທື່ອລະກ້າວ; ແນວລາວສ້າງຊາດໄດ້ເປັນ ສູນກາງໂຄສະນາສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ເຄົາລົບ ແລະປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ມະຕິ, ຄໍາສັ່ງຂອງພັກ-ລັດ ຕະຫຼອດຮອດປຸກລະດົມທົ່ວສັງຄົມ, ສະມາຄົມ, ມູນນິທິ, ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫຼືອຕ້ານການລະບາດຂອງພະຍາດ, ຕ້ານໄພນໍ້າຖ້ວມ, ຕ້ານໄພໜາວ ແລະ ອື່ນໆ ອັນທີ່ພົ້ນເດັ່ນ ແນວລາວສ້າງຊາດໄດ້ສ້າງຂະບວນການແຂ່ງຂັນສ້າງຄອບຄົວ-ບ້ານສາມັກຄີປອງດອງ, ສ້າງເມືອງສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເຊິ່ງກໍ່ໃຫ້ເກີດມີບັນຍາກາດໃໝ່ ແລະ ໃບໜ້າໃໝ່ໃນການປະຕິບັດວຽກງານແນວໂຮມຢູ່ຂັ້ນທ້ອງຖິ່ນຮາກຖານ. ພ້ອມກັນນີ້, ແນວລາວສ້າງຊາດແຕ່ລະຂັ້ນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງປຸກລະດົມຈັດຕັ້ງການສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງພັກຂອງຊາດ ເປັນຕົ້ນ: 3 ວັນປະຫວັດສາດ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ອີກຫຼາຍເຫດການ ສຳຄັນອື່ນໆ ແລະ ໄດ້ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດ, ປັບປຸງການຈັດຕັ້ງ, ຊຸກຍູ້ໃຫ້ແນວ ລາວສ້າງຊາດທ້ອງຖິ່ນດໍາເນີນກອງປະຊຸມໃຫຍ່ ຂອງຕົນໃຫ້ສໍາເລັດ ສາມາດສະຫຼຸບຕີລາຄາໄດ້ວ່າຕະຫຼອດໄລຍະໜຶ່ງທີ່ຜ່ານມາ ແນວລາວສ້າງຊາດທຸກຂັ້ນ ສາມາດສ້າງຜົນງານ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ ທີ່ໜ້າເພິ່ງພໍໃຈ ປະກອບສ່ວນສົມກຽດຂອງຕົນ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
May be an image of one or more people, dais and text May be an image of table and dais
ສະຫາຍ ກິແກ້ວ ໄຂ ຄໍາພິທູນ ມີຄໍາເຫັນຕື່ມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງລາຍງານ ການເມືອງ, ແຜນພັດທະນາອົງການແນວລາວສ້າງຊາດ, ກົດລະບຽບແນວລາວສ້າງຊາດ ສະໄໝທີ XII, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ໄລຍະ 5 ປີຜ່ານມາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ແລະ ຮັບຮອງເອົາຄະນະກໍາມະການສູນ ກາງແນວລາວສ້າງຊາດສະໄໝທີ XII, ປະທານ, ຮອງປະທານ, ຄະນະປະຈໍາ ແລະ ປະທານກວດກາ ສູນກາງແນວລາວສ້າງຊາດ ສະໄໝທີ XII ໂຄງປະກອບບຸກຄະລາກອນມີລັກສະນະກວ້າງຂວາງ, ຫຼາກຫຼາຍ, ແລະ ຈໍານວນທີ່ເພີ່ມຂຶ້ນ ເພື່ອປະຕິບັດພາລະບົດບາດສໍາພັນທາງການເມືອງ ທີ່ເປັນຕົວແທນຂອງບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ, ຜູ້ຊົງຄຸນວຸດທິ, ນັກຮຽນຮູ້, ປັນຍາຊົນ ໃນຂອບເຂດທົ່ວປະເທດ ນັບທັງພີ່ນ້ອງຄົນລາວຢູ່ຕ່າງປະເທດທີ່ຮັກເຊື້ອແພງຊາດລາວ ທີ່ມີຄວາມສາມັກຄີເປັນປຶກແຜ່ນ, ມີນ້ຳໃຈຮັກຊາດອັນດູດດື່ມ ແລະ ມີຄວາມບໍລິສຸດພຸດຜ່ອງ ຕໍ່ພາລະກິດປະຕິວັດທີ່ຍາດມາໄດ້.
May be an image of lighting, table and dais
ກອງປະຊຸມໃຫຍ່ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນກອງປະຊຸມ ໃຫຍ່ຈຳນວນໜຶ່ງເພື່ອຖອດຖອນບົດຮຽນ ຈາກຂົງເຂດຕ່າງໆ ການງານຮ່ວມກັບແນວໂຮມ ເພື່ອເຕົ້າໂຮມກໍາລັງແຮງສັງລວມ ເຂົ້າໃນຂະບວນການວຽກງານຕົວຈິງຂອງພັກ-ລັດ ໂອກາດນີ້ກອງປະຊຸມໃຫຍ່ພວກເຮົາຈະໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໃນການນໍາພາ-ຊີ້ນໍາຂອງແນວລາວສ້າງຊາດແຕ່ລະຂັ້ນໃນຕໍ່ໜ້າ.