ໃນຕອນບ່າຍວັນທີ 29 ເມສາ 2026, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ສຸຊາດ ຊົມກລິ່ນ, ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຮ່ວມກອງປະຊຸມ ຢູ່ ສປປ ລາວ ໂດຍສະເພາະແມ່ນ ການປະສານງານ ແລະ ການຮ່ວມມື ຢ່າງໃກ້ຊິດ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມຂອງລາວ ກັບ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂອງໄທ ທີ່ໄດ້ຮ່ວມກັນດຳເນີນມາດຕະການ ເພື່ອຫຼຸດຜ່ອນແຫ່ຼງກຳເນີດມົນລະພິດ ໂດຍສະເພາະ ໝອກຄວັນ (PM2.5) ໃນໄລຍະຜ່ານມາ ໂດຍເນັ້ນໜັກຕໍ່ການຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການສົ່ງເສີມ ແລະ ຊຸກຍູ້ ໃຫ້ປະຊາຊົນ ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດ ຢ່າງຍືນຍົງ, ຫຼຸດຜ່ອນການຈູດປ່າ ແລະ ການກໍ່ໃຫ້ເກີດມົນລະພິດ, ເຝົ້າລະວັງ-ຕິດຕາມສະພາບອາກາດ ທີ່ອາດສົ່ງຜົນກະທົບຕໍ່ການຜະລິດກະສິກຳ, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ; ພ້ອມກັນນັ້ນ ກໍ່ໄດ້ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນເຖິງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ, ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແລະທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ, ພ້ອມທັງ ຕີລາຄາສູງ ຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ໄທ ກັບ ລາວ ໃນໄລຍະຜ່ານມາ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນການເຮັດວຽກຮ່ວມກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມຂອງລາວ ຊຶ່ງໄດ້ປຶກສາຫາລືກ່ຽວກັບບັນຫາມົນລະພິດ, ໝອກຄວັນ ທີ່ເກີດຂຶ້ນໃນໃນໄລຍະນີ້ ແລະ ທິດທາງແຜນການແກ້ໄຂໃນຕໍ່ໜ້າ ໂດຍໄດ້ຕົກລົງກັນຫຼາຍມາດຕະການ ເພື່ອຮ່ວມກັນຄວບຄຸມ ແລະ ຫຼຸດຜ່ອນແຫ່ຼງກຳເນີດຂອງມົນລະພິດ ໂດຍສະເພາະ ການຄວບຄຸມການຈູດປ່າ ແລະ ການປ້ອງກັນໄຟໄໝ້ລາມປ່າ ຢູ່ເຂດຊາຍແດນສອງປະເທດ ເພື່ອໃຫ້ສອງປະເທດ ມີສິ່ງແວດລ້ອມທີ່ດີ ຢ່າງຕໍ່ເນື່ອງ.


