ໃນຕອນເຊົ້າວັນທີ 30 ເມສາ 2026 ນີ້ ແຂວງອັດຕະປື ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ(1 ພຶດສະພາ 1886-1 ພຶດສະພາ 2026), ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເຖີງ ດວງສະຫວັນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງອັດຕະປື, ມີຄະນະນໍາຂອງແຂວງ, ບັນດາພະແນກການ, ອົງການທຽບເທົ່າ, ບໍລິສັດ ແລະ ຫົວໜ່ວຍແຮງງານ, ຕະຫຼອດຮອດສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ບຸນເຖີງ ດວງສະຫວັນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ກ່າວຕໍ່ພິທີວ່າ: ເນື່ອງໃນໂອກາດວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ທີ່ໝູນວຽນມາຄົບຮອບ 140 ປີ, ຕາງໜ້າໃນຄະນະບໍລິຫານງານພັກແຂວງ, ຕາງໜ້າຊົນຊັ້ນກໍາມະກອນຂັ້ນແຂວງ ຮ່ວມກັນສ້າງຂະບວນການຍ່າງເພື່ອສຸຂະພາບ ແລະ ແຂ່ງຂັນກິລາເປຕັງ. ນອກນັ້ນ, ກໍ່ຍັງມີກິດຈະກໍາລົງຢ້ຽມຢາມກໍາມະກອນຢູ່ໂຮງຮຽນຈັກ, ໂຮງງານ, ຫົວໜ່ວຍແຮງງານ, ການບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ອະນາໄມສໍານັກງານ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນກໍາມະກອນສາກົນ ປີນີ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.
ວັນກໍາມະກອນສາກົນ ຖືວ່າເປັນວັນປະຫວັດສາດອັນສໍາຄັນຂອງຊົ້ນຊັ້ນຜູ້ອອກແຮງງານ, ເຊິ່ງຈຸດເລີ່ມຕົ້ນໃນສະຕະວັດທີ XVIII–XIX ມີອິດທິພົນອັນສໍາຄັນຕໍ່ກັບສິດຂັ້ນພື້ນຖານຂອງຜູ້ອອກແຮງງານໃນທົ່ວ ໂລກ ແລະ ໃນ ສປປ ລາວ ເຮົາກໍ່ໄດ້ສະເຫຼີມສະຫຼອງທຸກປີ ເພື່ອລະນຶກເຖິງມູນເຊື້ອຄວາມສາມັກຄີຕໍ່ສູ້ຂອງຊາວກໍາມະກອນລາວ. ຂໍຮຽກຮ້ອງມາຍັງການນໍາພັກ-ລັດແຕ່ລະຂັ້ນ, ອົງການຈັດຕັ້ງກໍາມະບານ, ສະມາຊິກກໍາມະບານ, ກໍາມະກອນ ສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກໍາມະກອນສາກົນ, ຊົນຊັ້ນກໍາມະກອນລາວ ພາຍໃຕ້ການຊີ້ນໍາບນໍາພາຂອງພັກ. ຈົ່ງຕັ້ງໜ້າປະຕິບັດໜ້າທີ່, ສິດ ແລະ ພັນທະຂອງຕົນໃຫ້ຖືກຕ້ອງ, ມີຜົນສໍາເລັດ ແລະ ມີປະສິດທິຜົນສູງ.

ສໍາລັບກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້ແມ່ນໄດ້ເລີ່ມຕົ້ນ ດ້ວຍການລວມຕົວກັນຂອງ ສະມາຊິກກຳມະບານ ຊາວຜູ້ອອກແຮງງານ ທີ່ເດີ່ນກິລາເປຕັງຂອງແຂວງ ກ່ອນເຄື່ອນຂະບວນຍ່າງ ໄປຕາມຖະໜົນຫົນທາງສາຍຫຼັກທີ່ກຳນົດ.
ພາຍໃນງານຍັງໄດ້ຈັດກິດຈະກຳແຂ່ງຂັນກິລາເປຕັງຊິງຂັນສະຫາຍເລຂາພັກແຂວງອັດຕະປື ຕື່ມອີກ, ເຊິ່ງເຮັດໃຫ້ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.
ຂ່າວ: ສິດຕິພອນ


