ຂະບວນຍ່າງເພື່ອສຸຂະພາບ ໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ່ 1 ພຶດສະພາ ຄົບຮອບ 140 ປີ ຢູ່ແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 30 ເມສາ 2026 ນີ້ ທີ່ບໍລິເວນສວນນ້ຳພຸ ໜ້າຫ້ອງວ່າການແຂວງ, ມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍອະດິດການນຳຂອງສະຫະພັນກຳມະບານແຂວງ, ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ສະມາຊິກກໍາມະບານ-ກໍາມະກອນ ຕາງໜ້າຮາກຖານສະຫະພັນກຳມະບານ ອ້ອມຂ້າງແຂວງ ເຂົ້າຮ່ວມ. ທ່ານ ຄຳຫຼ້າ ລຽນປະດິດ ກ່າວເປີດພິທີວ່າ: ກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້ ເພື່ອລະນຶກເຖິງ ການກໍາເນີດເຕີບໃຫຍ່-ຂະຫຍາຍຕົວ ຂອງວັນກໍາມະກອນສາກົນ ໂດຍສະເພາະຜົນງານ-ການເຄື່ອນໄຫວຂອງຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານໃນທົ່ວໂລກ, ທີ່ໄດ້ເຕົ້າໂຮມຄວາມສາມັກຄີກັນ ລຸກຮື້ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະຜົນປະໂຫຍດອັນຊອບທຳຂອງຕົນ ຈາກພວກນາຍທຶນໃນເມື່ອກ່ອນ, ກໍ່ຄືການປະກອບສ່ວນການພັດທະນາເສດຖະກິດ ຂອງແຕ່ລະທ້ອງຖີ່ນໃນປັດຈຸບັນ, ທັງເປັນການຮັກສາສຸຂະພາບ ຂອງບັນດາສະມາຊິກກຳມະບານໃນທຸກຂົງເຂດ ໃຫ້ມີຄວາມແຂງແຮງດ້ວຍການອອກກຳລັງກາຍ. ທ່ານກ່າວຕື່ມວ່າ: ວັນທີ 1 ພຶດສະພາຂອງທຸກປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນ ແລະເປັນວັນແຫ່ງຄວາມມະຫາ ສາມັກຄີຂອງຊົນຊັ້ນກຳມະກອນທົ່ວໂລກ ທີ່ໄດ້ສະແດງພະລັງແຮງທີ່ເຂັ້ມແຂງຂອງຕົນ ແລະມີການສະເຫຼີມສະຫຼອງຢ່າງຄຶກຄື້ນ ໃນແຕ່ລະປີ ຢູ່ຫຼາຍປະເທດໃນທົ່ວໂລກ. ສະເພາະປີນີ້ ສູນກາງສະຫະພັນກຳມະບານລາວ ໄດ້ອອກແຈ້ງການໃຫ້ບັນດາແຂວງ ຈັດຕັ້ງການສະເຫຼີມສະຫຼອງ ໃຫ້ເປັນຂະບວນການຝົດຝື້ນ, ກວ້າງຂວາງ ແລະເລິກເຊີ່ງ, ສະຫະພັນກຳມະບານແຂວງຫຼວງພະບາງ ຈື່ງໄດ້ຜັນຂະຫຍາຍແຈ້ງການ ໂດຍຈັດຂະບວນການຍ່າງເພື່ອສຸຂະພາບຄັ້ງນີ້ຂຶ້ນ, ພ້ອມນັ້ນຈະມີການຈັດຕັ້ງປາຖະກະຖາ ເລົ່າມູນເຊື້ອວັນກຳມະກອນສາກົນ ແລະປຸກລະດົມການບໍລິຈາກເລືອດ ແບບສະໝັກໃຈ ຕື່ມອີກ.

ໂອກາດນີ້ ໄດ້ເລີ່ມຂະບວນຍ່າງເພື່ອສຸຂະພາບ ເລີ່ມຕົ້ນຈາກບໍລິເວນສວນນ້ຳພຸ ໜ້າຫ້ອງວ່າການແຂວງ ໄປຫາສີ່ແຍກຕະຫຼາດກາງຄືນ ແລ້ວໄປຕາມເສັ້ນທາງແຄມນ້ຳຄານ ເຂົ້າຫາເສັ້ນທາງສີສະຫວ່າງວົງ ຜ່ານໜ້າຫໍພິພິທະພັນແຫ່ງຊາດ ແລະກັບຄືນຫາຈຸດເລີ່ມຕົ້ນ ດ້ວຍຄວາມເບີກບານມ່ວນຊື່ນ.


ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ


