ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກິດຈະກຳຍ່າງ ເພື່ອສຸຂະພາບ ສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 140 ປີ.

May 1, 2026

ສູນກາງສະຫະພັນກຳມະບານລາວ ຈັດພິທີຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 140 ປີ ພາຍໃຕ້ຄໍາຂວັນ: “ກຳມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ” ໃນວັນທີ 1 ພຶດສະພາ 2026 ຢູ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ ຂອງວັນກໍາມະກອນສາກົນ ຄົບຮອບ 140 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ຈາກພວກນານາຍທຶນ, ໃນສັດຕະວັດທີ XVIII ຫາຕົ້ນ ສັດຕະວັດທີ XIX ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14-15 ຊົ່ວໂມງຕໍ່ມື້ ອອກແຮງງານໜັກແຕ່ໄດ້ຄ່າແຮງງານຕໍ່າ, ການປ້ອງກັນສຸຂະພາບ, ຄວາມປອດໄພບໍ່ດີ ແລະ ບໍ່ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ເຮັດໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸນແຮງ ຍ້ອນສາຍເຫດດັ່ງກ່າວ ຈຶ່ງມີຫຼາຍຂະບວນການຂອງກຳມະກອນລຸກຂຶ້ນຕໍ່ສູ້ ພົ້ນເດັ່ນແມ່ນ ໃນວັນທີ 1 ພຶດສະພາ 1886 ຢູ່ເມືອງຊິກາໂກ ປະເທດ ສ.ອາເມລິກາ ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຕໍ່ສູ້ຖືເອົາເນື້ອໃນຂອງ ຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີ ຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ (8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງຕ້ອງພັກຜ່ອນ, 8 ຊົ່ວໂມງໃຫ້ມີໂອກາດໄດ້ຮໍ່າຮຽນ). ຫລັງຈາກນັ້ນ, ໄດ້ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ, ເປັນວັນແຫ່ງມະຫາສາມັກຄີຂອງຊົນຊັ້ນກຳມະກອນທົ່ວໂລກ ທີ່ໄດ້ສະແດງພະລັງແຮງທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະ ຫຼອງຢ່າງຄຶກຄື້ນ ໃນແຕ່ລະປີ ຢູ່ຫລາຍປະເທດໃນທົ່ວໂລກ.

ໂອກາດນີ້ ທ່ານ ວິໄລ ວົງຂະເສີມ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ບັນດາຫົວໜ່ວຍແຮງງານ ແລະ ສັງຄົມ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການສຶກສາອົບຮົມ, ຊ່ວຍເຫຼືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນ ກໍາມະກອນລາວ, ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ການພັດທະນາໃນໄລຍະໃໝ່, ຈົ່ງພ້ອມກັນ ເຫັນຄຸນຄ່າຂອງແຮງງານກໍາມະກອນ ແລະ ຜູ້ອອກແຮງງານ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ ດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ. ພ້ອມດຽວກັນກໍຮຽກຮ້ອງມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ຈົ່ງສາມັກຄີປຸ້ມລຸມກັນເຂົ້າ ຢູ່ອ້ອມຂ້າງພັກ-ລັດ, ອ້ອມຂ້າງການຈັດຕັ້ງກໍາມະບານ ສືບຕໍ່ຝຶກຝົຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນກຳລັງແຮງງານທີ່ເຂັ້ມແຂງ ແລະ ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນສາກົນ ໃຫ້ກາຍເປັນກໍາລັງຫຼັກແຫຼ່ງ ໃນຂະບວນການສ້າງສາພັດທະນາເສດຖະ ກິດ- ສັງຄົມ ຂອງປະເທດຊາດ.