ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະກັບ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

May 1, 2026

ໃນຕອນເຊົ້າຂອງວັນທີ 30 ເມສາ 2026 ທີ່ ເຮືອນຮັບແຂກລັດຖະບານ, ນະຄອນຫຼວງປັກກິ່ງ, ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້, ກຳມະການກົມການເມືອງສູນກາງພັກ, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ໃນໂອກາດເດີນທາງໄປເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ຈີນ-ລາວ ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ.

 

ໃນໂອກາດນີ້, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງນາຍົກລັດຖະມົນຕີ, ເຊິ່ງ ສະຫາຍ ທອງສະຫວັນ ພົມວິຫານ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມດັ່ງກ່າວ ແລະ ໄດ້ສະແດງຄວາມຂອບໃຈຝ່າຍຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ເອົາໃຈໃສ່ເປັນຢ່າງດີ ຕໍ່ການເດີນທາງມາແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໃນນາມເປັນຜູ້ຕາງໜ້າພິເສດຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ດ້ວຍຜົນສໍາເລັດອັນຈົບງາມ. ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ແຈ້ງໃຫ້ຝ່າຍຈີນຊາບໂດຍຫຍໍ້ ກ່ຽວກັບ ຜົນສໍາເລັດຂອງການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດລາວ ຊຸດທີ X ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ຊຸດທີ X ທີ່ໄດ້ຈັດຂຶ້ນໃນເດືອນ ມີນາ 2026 ຜ່ານມາ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສອງຝ່າຍໄດ້ມີການປະສານສົມທົບກັນຢ່າງໃກ້ຊິດ ໃນການຈັດຕັ້ງຜັນຂະຫຍາຍຜົນການຕົກລົງຂອງການນໍາສູງສຸດຂອງສອງປະເທດ ລາວ-ຈີນ ຢ່າງຕັ້ງໜ້າ ໂດຍສະເພາະ ການຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ຈີນ-ລາວ ຢ່າງຄຶກຄື້ນ ແລະ ມີເນື້ອໃນ ລວມທັງການເປີດນໍາໃຊ້ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500 ກິໂລໂວນ (kv) ລາວ-ຈີນ ເປັນທາງການ ໃນວັນທີ 20 ເມສາ 2026 ຜ່ານມາ, ເຊິ່ງແມ່ນໂຄງການທີ່ນອນຢູ່ໃນແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ພ້ອມທັງມີຫຼາຍໆກິດຈະກໍາປິ່ນອ້ອມທີ່ພົ້ນເດັ່ນ ແລະ ກິດຈະກໍາຮ່ວມຂອງພາກສ່ວນຕ່າງໆ ເພື່ອສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທໍາ-ສັງຄົມ ແລະ ການໄປມາຫາສູ່ເຊິ່ງກັນແລະກັນ ຂອງປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ອີກດ້ວຍ.

ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໄດ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງການຄ້າສອງຝ່າຍສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ, ການລົງທຶນຂອງ ສປ ຈີນ ຍັງຄອງອັນດັບຕົ້ນໆຂອງການລົງທຶນຈາກຕ່າງປະເທດ ຢູ່ ສປປ ລາວ; ການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ກໍ່ຄືການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ, ລວມທັງການສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແຕ່ສູນກາງລົງຮອດທ້ອງຖິ່ນ ກໍ່ໄດ້ມີທ່າອ່ຽງເພີ່ມຫຼາຍຂຶ້ນເຊັ່ນດຽວກັນ.

ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆໃຫ້ແຕກດອກອອກຜົນຂຶ້ນ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການຕົກລົງຂອງຜູ້ນໍາສູງສຸດຂອງສອງປະເທດ ໂດຍສະເພາະ ຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບທີ 2 (2024-2028) ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາລະກິດການສ້າງສາປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ.

 

ໃນຕອນທ້າຍ, ສອງຝ່າຍຕ່າງກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

 

ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ສະຫາຍ ຢາງ ຫວ້ານໜິງ, ປະທານສະມາຄົມມິດຕະພາບປະຊາຊົນຈີນກັບນາໆຊາດ ອີກດ້ວຍ.