ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ສະຫຼອງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ທີ່ປັກກິ່ງ

May 1, 2026

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ຮ່ວມກັບ ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ (25/04/1961-25/04/2026) ແລະ ປີມິດຕະພາບລາວ-ຈີນ ໃນຕອນຄໍ່າວັນທີ 30 ເມສາຜ່ານມານີ້ ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ ໂດຍມີ ທ່ານ ຫຼີຫົງຈົ່ງ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງປະທານຄະນະປະຈໍາສະພາປະຊາຊົນແຫ່ງຊາດຈີນ, ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ, ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ພ້ອມດ້ວຍແຂກຮັກເຊີນຈາກທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ຫຼີຫົງຈົ່ງ ມີຄໍາເຫັນວ່າ: ພາຍໃຕ້ການຊີ້ນໍາທາງຍຸດທະສາດຂອງ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ແລະ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ, ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ໄດ້ຮັບການຊຸກຍູ້ເຂົ້າສູ່ລວງເລິກທີ່ເປັນຮູບປະທໍາຢ່າງບໍ່ຢຸດຢັ້ງ. ຈີນ ຍິນດີສຸມຄວາມພະຍາຍາມຮ່ວມກັບລາວໃນການເພີ່ມທະວີການສົນທະນາທາງຍຸດທະສາດ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ລົງເລິກມິດຕະພາບລະຫວ່າງປະ ຊາຊົນ ເພື່ອບຸກເບີກສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ການພົວພັນລະຫວ່າງ ຈີນ-ລາວ.

ທ່ານ ທອງສະຫວັນ ພົມວິຫານ ມີຄໍາເຫັນວ່າ: ສປປ ລາວ ຖືເອົາການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປ ຈີນ ເປັນບູລິມະສິດຍຸດທະສາດ ແລະ ຈັດຢູ່ໃນແຖວໜ້າໃນວຽກງານການຕ່າງ ປະເທດຂອງຕົນ. ປັດຈຸບັນ, ລາວ-ຈີນ ພວມຢູ່ໃນໄລຍະແຫ່ງການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ສະບັບທີ 2 (2024-2028), ສອງຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນໃນການປົກປ້ອງຜົນປະໂຫຍດແຫ່ງຊາດອັນເປັນແກນກາງຂອງກັນ ແລະ ກັນ, ທັງປະສານສົມທົບກັນຢ່າງແໜ້ນແຟ້ນໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ຍຶດໝັ້ນຫຼັກ ການຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງສະໜັບສະໜູນແຕ່ຫົວທີ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາຂໍ້ລິເລີ່ມທີ່ສະເໜີໂດຍ ທ່ານ ສີ ຈິ້ນຜິງ.

ຕະຫຼອດ 65 ປີຜ່ານມາ, ການພົວພັນຮ່ວມມືລາວ-ຈີນ ນັບມື້ໄດ້ຮັບການພັດທະນາໃນລະດັບສູງກວ່າເກົ່າ, ມີຄຸນນະພາບໃໝ່, ແຕກດອກອອກຜົນ ແລະ ຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ. ປີ 2025 ຜ່ານມາ, ການຄ້າສອງຝ່າຍບັນລຸເກືອບ 10 ຕື້ໂດລາ (ເພີ່ມຂຶ້ນ 19%). ການລົງທຶນຂອງຈີນຍັງຄອງອັນດັບໜຶ່ງຂອງການລົງທຶນຕ່າງປະເທດຢູ່ລາວ (ມູນຄ່າຫຼາຍກວ່າ 18 ຕື້ ໂດລາ), ມາຮອດປັດຈຸບັນ ລົດໄຟ ລາວ-ຈີນ ຂົນສົ່ງຜູ້ໂດຍສານໄດ້ແລ້ວຫຼາຍກວ່າ 70 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ຫຼາຍກວ່າ 80 ລ້ານໂຕນ. ລາວເປັນປະເທດທີ່ມີນັກທ່ອງທ່ຽວຈີນໄປທ່ຽວຈໍານວນຫຼາຍ ແລະ ຈັດຢູ່ລໍາດັບຕົ້ນໆ ຂອງການທ່ອງທ່ຽວລາວ. ສະເພາະປີ 2025 ມີຫຼາຍກວ່າ 1 ລ້ານຄົນ (ເພີ່ມຂຶ້ນເກືອບ 25% ຖ້າທຽບໃສ່ປີ 2024). ນອກນີ້, ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ສະໜັບສະໜູນລາວເປັນຢ່າງດີຕະຫຼອດມາ ໂດຍຜ່ານການຈັດຕັ້ງປະຕິບັດໂຄງການຮ່ວມມື ແລະ ການຊ່ວຍເຫຼືອເພື່ອການພັດທະນາຕ່າງໆ.

ທ່ານ ທອງສະຫວັນ ພົມວິຫານ ກ່າວຕື່ມວ່າ: ບົນພື້ນຖານການພົວພັນຮ່ວມມືຍຸດທະສາດຮອບດ້ານຕາມທິດ 4 ດີ, ສປປ ລາວ ຈະສືບຕໍ່ຮ່ວມກັບ ສປ ຈີນ ຈັດຕັ້ງປະຕິບັດທິດຊີ້ນຳຍຸດທະສາດຂອງການນຳສູງສຸດສອງປະເທດ, ຮ່ວມກັນຂຽນປະຫວັດສາດໜ້າໃໝ່ຂອງການພົວພັນ ລາວ-ຈີນ, ຈີນ-ລາວ ແລະ ສືບຕໍ່ກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ ກໍຄື ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພາລະກິດ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ພາຍໃນງານສະຫຼອງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ຄັ້ງນີ້ ຍັງໄດ້ຈັດວາງສະແດງຮູບພາບກ່ຽວກັບການເຄື່ອນໄຫວຮ່ວມມືລາວ-ຈີນ ໃນໄລຍະຜ່ານມາ ຕື່ມອີກ.

ໂດຍ: BT, ວສລ